Ad

Ad

20 September 2016

ນັກສຶກສາວິຊາຊີບຄົນພິການສີເກີດເກືອບ 70 ຄົນ ສຳເລັດການສຶກສາໃນສົກຮຽນ 2015-2016

          ວັນທີ 19 ກັນຍານີ້, ຢູ່ໂຮງຮຽນວິຊາຊີບຄົນພິການສີເກີດ, ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ນັກສຶກສາທີ່ສຳເລັດການສຶກສາໃນສົກຮຽນ 2015-2016, ໂດຍການເຂົ້າຮ່ວມຂອງທ່ານ ສົມເພັດ ມະນີວົງ ຫົວໜ້າສູນການແພດຟື້ນຟູໜ້າທີ່ການ, ທ່ານ ທອງສິງ ເທບທຳວົງ ອຳນວຍການໂຮງຮຽນວິຊາຊີບຄົນພິການສີເກີດ, ມີບັນດາຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມເປັນຈຳນວນຫລາຍ.
          ຜູ້ອຳນວຍການໂຮງຮຽນວິຊາຊີບຄົນພິການສີເກີດ ກ່າວວ່າ: ຜູ້ສຳເລັດການສຶກສາໃນສົກ ຮຽນນີ້ ມີທັງໝົດ 69 ຄົນ, ຍິງ 20 ຄົນ, ໃນຈຳນວນ 6 ສາຂາ, ໃນນັ້ນ ລະດັບຊັ້ນກາງມີ 2 ສາຂາຄື: ສາຂາເຕັກໂນໂລຊີ-ຂໍ້ມູນຂ່າວສານ ແລະ ບໍລິຫານທຸລະກິດ, ລະ ດັບຊັ້ນຕົ້ນມີ 4 ສາຂາຄື: ສາຂາສ້ອມແປງລົດຈັກ,
ຕັດຫຍິບ, ແກະສະຫລັກໄມ້ ແລະ ເອເລັກໂຕນິກ. ພ້ອມນີ້ ທາງໂຮງຮຽນຍັງໄດ້ສິດສອນການນຳໃຊ້ພື້ນຖານຄອມພິວເຕີ, ໂດຍສະເພາະການຕັດຕໍ່ຮູບພາບ, ຖ່າຍຮູບ ແລະ ອື່ນໆໃຫ້ກັບນັກສຶກສາຈຳນວນໜຶ່ງທີ່ພິການດ້ານສະໜອງທີ່ມີຄວາມຫຍຸ້ງຍາກຕໍ່ການຮຽນ ເພື່ອໃຫ້ເຂົາເຈົ້ານຳໄປປະກອບອາຊີບ ໃນຊີວິດປະຈຳວັນ. ນອກນີ້ ໃນສົກຮຽນຜ່ານມາ, ໂຮງຮຽນວິຊາຊີບຄົນພິການສີເກີດ ຍັງໄດ້ຈັດສົ່ງນັກສຶກສາເຂົ້າຮ່ວມການແຂ່ງຂັນດ້ານໄອທີຂອງຄົນພິການ ໃນພາກພື້ນອາຊີ-ປາຊີຟິກ ທີ່ປະເທດອິນໂດເນເຊຍ ເຮັດໃຫ້ປະເທດລາວໄດ້ຮັບລາງວັນຫລຽນຄຳ, ຊຶ່ງເປັນຄັ້ງປະຫວັດ ສາດທີ່ເຮັດໃຫ້ໂຮງຮຽນມີບົດບາດສູງຂຶ້ນ.
          ນາງ ອຳພອນ ແພງສຸລິນ ນັກສຶກສາສາຂາບໍລິຫານທຸລະກິດ ຊັ້ນກາງ ໃຫ້ຮູ້ວ່າ: ຜ່ານການສຶກສາຮ່ຳຮຽນໃນ 2 ປີຜ່ານມາ, ຕົນໄດ້ຮັບຄວາມຮູ້, ປະສົບການອັນໃໝ່ໆຫລາຍຢ່າງ ແລະ ພ້ອມແລ້ວທີ່ຈະອອກໄປປະກອບອາຊີບ ເພື່ອເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ແລະ ຂໍຂອບໃຈບັນດາຄູ-ອາຈານພາຍໃນໂຮງຮຽນແຫ່ງນີ້ ທີ່ໄດ້ເອົາໃຈໃສ່ເບິ່ງແຍງຕົນ ແລະ ໝູ່ເພື່ອນນັກຮຽນທຸກຄົນເປັນຢ່າງດີ, ພ້ອມທັງສິດສອນການໃຊ້ຊີວິດປະຈຳວັນຂອງຄົນພິການໃຫ້ມີຄວາມສະດວກສະບາຍກວ່າເກົ່າ, ນອກຈາກການສຶກສາໃນຫ້ອງຮຽນແລ້ວ ຍັງໄດ້ຈັດກິດຈະກຳນອກຫ້ອງຮຽນໃຫ້ນັກສຶກສາໄດ້ຝຶກທັກສະຕື່ມອີກ ເປັນຕົ້ນ ປູກຜັກ, ເຮັດນາ, ເຮັດສວນ ແລະ ອື່ນໆ ເພື່ອເຮັດໃຫ້ນັກສຶກສາທຸກຄົນສາມາດເພີ່ງພາ ແລະ ຫາລ້ຽງຕົນເອງໄດ້ ເມື່ອຈົບການສຶກສາໄປແລ້ວ.

          ໂຮງຮຽນວິຊາຊີບຄົນພິການສີເກີດ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1999, ເປັນໂຮງຮຽນຝຶກອົບຮົມວິຊາຊີບໃຫ້ແກ່ຄົນພິການທາງດ້ານຮ່າງກາຍ, ໃນເບື້ອງຕົນ ໂຮງຮຽນໄດ້ສິດສອນພຽງແຕ່ການສ້ອມແປງລົດຈັກເທົ່ານັ້ນ, ຕໍ່ມາຈຶ່ງໄດ້ຂະຫຍາຍໃຫ້ມີສາຂາຕັດຫຍິບ, ເອເລັກໂທນິກ ແລະ ສາ ຂາອື່ນໆ, ຊຶ່ງໄດ້ຮັບການສະໜັບສະໜູນຈາກມູນນິທິສົ່ງເສີມການສຶກສາ ຄະນະເຊິ ເຊັນປອນເດີຊາດ ປະເທດໄທ. ປັດຈຸບັນ ໂຮງຮຽນໄດ້ຂະຫຍາຍສາຂາຕື່ມອີກ 5 ແຫ່ງຄື: ແຂວງຫລວງພະບາງ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງຊຽງຂວາງ.     

No comments:

Post a Comment