Ad

Ad

8 September 2016

ຄໍາສັ່ງເລກທີ 15 ນຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ

          ພາຍຫລັງຄໍາສັ່ງເລກທີ 15/ນຍ ຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້, ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ເປັນເອກະພາບໃນທົ່ວປະເທດນັບແຕ່ເດືອນພຶດສະພາ 2016 ເປັນຕົ້ນມາ, ໄດ້ເຮັດໃຫ້ຄະນະສະເພາະກິດຂັ້ນຕ່າງໆທີ່ລັດຖະບານຕັ້ງຂຶ້ນສາມາດກວດພົບເຫັນໄມ້ທີ່ຍັງຄ້າງຢູ່ໃນສະໜາມໄມ້ຕ່າງໆໃນທົ່ວປະເທດຫລາຍກວ່າ 270 ພັນແມັດກ້ອນ, ໃນນີ້ມີໄມ້ທີ່ເສຍພາສີອາກອນຄົບຖ້ວນ 79 ພັນກວ່າແມັດກ້ອນ, ຕົກເປັນເງິນຫລາຍກວ່າ 43 ຕື້ກີບ ແລະ 3,6 ລ້ານກວ່າໂດລາສະຫະລັດ, ໄມ້ທີ່ຄ້າງມອບພັນທະພາສີອາກອນມີປະມານ 191 ພັນກວ່າແມັດກ່ອນ ແລະ ໄດ້ຢຶດໄວ້ເປັນຂອງລັດມີຫລາຍກວ່າ 55 ພັນແມັດກ້ອນ ແລະ ໄດ້ຂາຍອອກແລ້ວຈໍານວນ 7 ພັນກວ່າແມັດກ້ອນ, ບໍ່ທັນຂາຍ 48 ພັນກວ່າແມັດກ້ອນ ແລະ ໄມ້ຄ້າງສະໜາມຍົກມາຈາກປີຜ່ານມາມີຫລາຍກວ່າ 104 ພັນແມັດ
ກ້ອນ. ສໍາລັບໂຮງງານປຸງແຕ່ງໄມ້ໃນທົ່ວປະເທດມີທັງໝົດ 2.749 ຫົວໜ່ວຍ, ໃນນີ້ມີໃບອະນຸຍາດ 1.595 ຫົວໜ່ວຍ, ໂຮງງານເຟີນີເຈີແບບຄອບຄົວບໍ່ມີໃບອະນຸຍາດມີຈໍານວນ 1.154 ຫົວໜ່ວຍ, ນອກຈາກນີ້ຍັງມີໂຮງງານທີ່ຕັ້ງຢູ່ໃກ້ ແລະ ຢູ່ໃນປ່າສະ ຫງວນ, ປ່າຜະລິດ ແລະ ປ່າຫວງຫ້າມເກືອບ 30 ແຫ່ງ ແລະ ພ້ອມກັນນັ້ນຍັງພົບເຫັນການອະນຸຍາດຕັດໄມ້ບໍ່ຖືກຕ້ອງຕາມລະບຽບກົດໝາຍຂອງກະຊວງ ແລະ ທ້ອງຖິ່ນຈໍານວນໜຶ່ງ ເຊັ່ນ: ຕັດເກີນໂກຕາ, ຕັດບໍ່ຖືກເຂດກໍານົດ ແລະ ອື່ນໆ. ພ້ອມທັງສາມາດກັກຕົວຜູ້ລະເມີດຄໍາສັ່ງດັ່ງກ່າວ ແລະ ຢຶດກົນຈັກພາຫະນະທີ່ປະກອບເຂົ້າໃນການເຄື່ອນໄຫວກະທໍາຜິດໄດ້ຈໍານວນບໍ່ໜ້ອຍຄື: ລົດແກ່ໄມ້ 11 ຄັນ, ລົດດຸດ, ລົດຍົກ, ລົດດີໂບໂລ, ລົດຟໍຈູນເນີ, ລົດຂົນສົ່ງໄມ້, ໂຕະຊອຍໄມ້ 3 ເຄື່ອງ, ຢືດ ແລະ ທໍາລາຍຈັກຕັດໄມ້ ແລະ ອາໄຫລ່ຫລາຍກວ່າພັນເຄື່ອງ, ຂະນະດຽວກັນເຈົ້າໜ້າທີ່ແຂວງຄໍາມ່ວນ ໄດ້ຢຶດລົດຂົນໄມ້ຂະຍຸງ 2 ຄັນ, ບໍລິມາດ 4 ແມັດກ້ອນທີ່ມາຈາກແຂວງສະຫວັນນະເຂດ ແລະ ລົດບັນທຸກຊີມັງລັກລອບຂົນໄມ້ຕີຕັບນໍ້າໜັກ 7 ໂຕນຢູ່ດ່ານຊາຍແດນນາພາບ-ເກົາແຈ່ວ. ສ່ວນຢູ່ແຂວງສະຫວັນນະເຂດ ກໍສາມາດກັກລົດຂົນສົ່ງ 3 ຄັນ, ລົດກະບະວີໂກ້, ຟໍຈູນເນີ ແລະ ລົດໂດຍສານ ທີ່ລັກລອບຂົນໄມ້ 168 ໂຕ ແລະ 790 ທ່ອນ, ມີນໍ້າໜັກ 3.688 ກິໂລ ແລະ ມີບໍລິມາດ ຫລາຍກວ່າ 100 ແມັດກ້ອນ ເພື່ອຈະລັກລອບສົ່ງອອກໄປຕ່າງປະເທດ.
           ຜົນການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ, ໄດ້ມີການລາຍງານຈາກຄະນະສະເພາະກິດຂັ້ນສູນກາງໃນກອງປະຊຸມນາຍົກ ແລະ ຮອງນາຍົກລັດຖະມົນຕີເມື່ອບໍ່ດົນນີ້, ຂະນະທີ່ທ່ານາຍົກລັດຖະມົນຕີໄດ້ຊີ້ນໍາກ່ຽວກັບວິທີແກ້ໄຂບັນຫາໄມ້ ໃຫ້ຄະນະດັ່ງກ່າວດໍາເນີນການໃນຕໍ່ໜ້າ ຄື: ໄມ້ທີ່ມີທີ່ມາຖືກ ຕ້ອງ ແລະ ເສຍພາສີອາກອນຄົບຖ້ວນແລ້ວຢູ່ສະໜາມ 2 ແລະ 3 ແມ່ອະນຸຍາດໃຫ້ເຄື່ອນຍ້າຍໄປປຸງແຕ່ງເປັນຜະລິດຕະພັນໄມ້ໄດ້, ສ່ວນໄມ້ທີ່ຍັງບໍ່ທັນເສຍພາສີອາກອນແມ່ນໃຫ້ພາກສ່ວນກ່ຽວຂ້ອງ ແລະ ທ້ອງຖິ່ນສຶກສາອົບຮົມຊຸກຍູ້ເຈົ້າຂອງໄມ້ໃຫ້ເສຍພາສີແລ້ວຈຶ່ງອະນຸຍາດໃຫ້ເຄື່ອນຍ້າຍໄປປຸງແຕ່ງ, ຖ້າກາຍກໍານົດເວລາແມ່ນໃຫ້ຢຶດເປັນຂອງລັດ, ສໍາລັບໄມ້ທີ່ໄດ້ຢຶດເປັນຂອງລັດຈໍານວນຫລາຍ
ກວ່າ 48 ພັນແມັດກ້ອນນັ້ນແມ່ນໃຫ້ປະມູນຂາຍ ໂດຍເລີ່ມຈາກແຂວງອັດຕະປື ແລະ ແຂວງຊຽງຂວາງກ່ອນ, ສ່ວນໄມ້ຈໍານວນ 28 ພັນກວ່າແມັດກ້ອນທີ່ຕັດຢູ່ແຂວງໄຊສົມບູນນັ້ນໃຫ້ກວດຄືນຕົວຈິງວ່າມີຈໍານວນເທົ່າໃດທີ່ຕັດຢູ່ເຂດອະນຸຍາດ ແລະ ບໍ່ອະນຸຍາດແລ້ວຢຶດເປັນຂອງລັດໃນສ່ວນທີ່ຕັດໃນເຂດທີ່ບໍ່ອະນຸຍາດ, ສໍາລັບໂກຕາໄມ້ທີ່ກະຊວງ, ແຂວງ ຫລື ທ້ອງຖິ່ນໄດ້ອອກອະນຸຍາດໃນສົກປີ 2015-2016 ທີ່ບໍ່ທັນຈັດຕັ້ງປະຕິບັດ ຫລື ປະຕິບັດແຕ່ບໍ່ທັນສໍາເລັດນັ້ນແມ່ນໃຫ້ລົບລ້າງຢ່າງຂາດຕົວ ແລະ ບໍ່ໃຫ້ພາກສ່ວນໃດອອກອະນຸຍາດຂຸດຄົ້ນໄມ້ເພື່ອແລກປ່ຽນໂຄງການກໍ່ສ້າງພື້ນຖານໂຄງລ່າງທຸກປະເພດຢ່າງເດັດຂາດ, ໂດຍມອບໃຫ້ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເປັນ
ຜູ້ຊີ້ນໍາກະຊວງກ່ຽວຂ້ອງເພື່ອກວດກາບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງລຽບຊາຍແດນທີ່ໄດ້ຕົກລົງເອົາໄມ້ແລກປ່ຽນກ່ອນຄໍາສັ່ງເລກທີ 15 /ນຍ ແລ້ວລາຍງານລັດຖະບານຮັບຊາບພິຈາລະນາແກ້ໄຂ


No comments:

Post a Comment