Ad

Ad

8 September 2016

ເປີດຫ້ອງການສະຖາບັນ ລາວ-ອົດສະຕຣາລີ ແລະ ສູນສົ່ງເສີມພາສາຕ່າງປະເທດ

          ໃນວັນທີ 7 ກັນຍາ 2016, ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມາຄອມ ເທີນບູ  ນາຍົກລັດຖະມົນຕີແຫ່ງປະເທດອົດສະຕຣາລີ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດນໍາໃຊ້ຫ້ອງ ການສະຖາບັນລາວ-ອົດສະຕຣາລີ ແລະ ສູນສົ່ງເສີມພາສາຕ່າງປະເທດຄືນໃໝ່ ເຊິ່ງຕັ້ງຢູ່ບ້ານສີສະເກດ (ໜ້າຫໍພະແກ້ວ) ເມືອງຈັນທະບູລີ ນະຄອນຫລວງວຽງຈັນ, ພາຍຫລັງສໍາເລັດການບູລະ ນະສ້ອມແປງເມື່ອບໍ່ດົນມານີ້. ໂດຍໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານອົດສະຕຣາລີ.

ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ໂຄງ ການບູລະນະຫ້ອງການດັ່ງກ່າວ ແມ່ນໄດ້ມີການປັບປຸງ ແລະ ສ້ອມແປງອາຄານເກົ່າແກ່ ໃຫ້ມີໃບໜ້າໃໝ່, ມີມາດຕະຖານ ແລະ ສອດຄ່ອງກັບການພັດທະນາໃນໄລຍະໃໝ່. ສູນແຫ່ງນີ້ ຈະມີບົດບາດສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ສປປ ລາວ ໃນອະນາຄົດ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ພະນັກງານໃນລະດັບຜູ້ບໍລິຫານ ແລະ ລະດັບວິຊາການທີ່ຮັບຜິດຊອບດ້ານການວາງແຜນ ແລະ ການຄຸ້ມຄອງບໍລິຫານວຽກງານ ພັດທະນາຊັບພະຍາກອນມະນຸດ.
          ຜ່ານມາໃນແຕ່ລະປີ ລັດຖະບານອົດສະຕຣາລີ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະ ນາຊັບພະຍາກອນມະນຸດແກ່ ສປປ ລາວ ໂດຍໄດ້ສະໜອງທຶນໃຫ້ນັກສຶກສາ, ຄູ-ອາຈານ ແລະ ພະນັກ ງານ ໄປຮຽນຕໍ່ທີ່ປະເທດອົດສະຕຣາລີ ໃນຫລາຍສາຂາວິຊາ ເພື່ອປະກອບສ່ວນພັດທະນາ ສປປ ລາວ. ຕະ ຫລອດໄລຍະກວ່າ 50 ປີຜ່ານມາ ມີອະດີດນັກສຶກສາຂອງລາວຫລາຍກວ່າ 1.200 ຄົນ ທີ່ສໍາເລັດການສຶກສາ ຈາກປະເທດອົດສະຕຣາລີ, ປັດຈຸບັນ ອະດີດນັກສຶກສາດັ່ງກ່າວ ສ່ວນໃຫຍ່ເປັນພະ ນັກງານອາວຸໂສທີ່ເຮັດວຽກສັງກັດຢູ່ພາກລັດ, ສ່ວນຫລາຍເຮັດວຽກໃນຂະແໜງຄົ້ນຄວ້າ ແລະ ສິດສອນ, ອີກຈໍານວນໜຶ່ງກໍໄດ້ກາຍເປັນຜູ້ປະກອບການ ແລະ ນັກທຸລະກິດ ທີ່ປະສົບຜົນສໍາລັດ.

          ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີອົດສະຕາລີ ກໍໄດ້ເປັນກຽດມອບທຶນການສຶກສາທີ່ຈະໄປຮຽນຕໍ່ຢູ່ປະເທດອົດສະຕຣາລີ ຈໍານວນ 31 ທຶນ ໃນລະດັບປະລິນຍາເອກ 4 ທຶນ, ປະລິນຍາໂທ 25 ທຶນ ແລະ ຊັ້ນສູງ 2 ທຶນ ໃນສາຂາວິສາວະກອນໄຟຟ້າແບບຍືນຍົງ, ການພັດທະນາຊຸມຊົນ, ການບັນຊີ, ເສດຖະສາດ, ວິທະຍາສາດສັງຄົມ ແລະ ອື່ນໆ.

No comments:

Post a Comment