Ad

Ad

8 September 2016

ລາວ-ຟີລິບປິນ ຮັດແໜ້ນການພົວພັນຮ່ວມມືຫລາຍດ້ານ

          ໃນວັນທີ 6 ກັນຍາ 2016, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມພົບປະສອງຝ່າຍ ກັບ ທ່ານ ໂຣດຣິໂກ ດຸຍແຕກເຕ ປະທານາທິບໍດີ ແຫ່ງ ສ ຟີລິບປິນ. ໂດຍທ່ານ ນາຍົກ ລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ທ່ານ ປະທານາທິບໍດີ ທີ່ໄດ້ໃຫ້ກຽດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ພາຍຫລັງທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີ ຄົນໃໝ່ ທີ 16 ແຫ່ງ ສ ຟີລິບປິນ.
          ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເຫັນໃຈຕໍ່ເຫດການລະເບີດແຕກ ທີ່ເມືອງ ດາວາວ ໃນວັນທີ 2 ກັນຍາ 2016 ນີ້ ເຊິ່ງເຮັດໃຫ້ພົນລະເມືອງເສຍຊີວິດຈໍານວນ 14 ຄົນ ແລະ ບາດເຈັບ ອີກ 67
ຄົນ ແຕ່ກໍຫວັງຢ່າງຍິ່ງວ່າ ລັດຖະບານ ແລະ ຄອບຄົວ ຂອງຜູ້ປະສົບເຄາະຮ້າຍຈະຜ່ານຜ່າຄວາມ ທຸກໂສກ ທີ່ເກີດຂຶ້ນຈາກການໂຈມຕີດັ່ງກ່າວ. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງທີ່
ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານປະເທດເພື່ອນມິດ ແລະ ຄອບຄົວອາຊຽນ ທີ່ເປັນມູນເຊື້ອອັນດີງາມລະຫວ່າງ ສອງປະເທດ ລາວ-ຟີລິບປິນ ໄດ້ຮັບການເສີມຂະຫຍາຍໃຫ້ດີຂຶ້ນ ຢ່າງເປັນລຳດັບ. ພ້ອມນີ້, ສອງປະເທດໄດ້ມີການສະໜັບສະໜູນຊ່ວຍເຫລືອກັນທັງໃນຂອບການຮ່ວມມືສອງຝ່າຍກໍຄືຫລາຍຝ່າຍ.
          ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍຊຸກຍູ້ ການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນໃນຂົງເຂດອຸດສາຫະກຳຂະໜາດນ້ອຍ ແລະ ຂະໜາດກາງ (SME), ນັບທັງຂົງເຂດການສຶກສາໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ພ້ອມນັ້ນກໍຊອກຫາຊ່ອງທາງ ເພື່ອເສີມຂະ ຫຍາຍການຮ່ວມມື ໃຫ້ກວ້າງອອກໄປສູ່ຂົງເຂດອື່ນໆ ທີ່ທັງສອງຝ່າຍມີທ່າແຮງ ແລະ ຍັງບໍ່ທັນມີການຮ່ວມມືນຳກັນ ເຊັ່ນ: ການສົ່ງເສີມການທ່ອງທ່ຽວ, ການແພດ, ການບໍລິການ ແລະ ອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍການຮ່ວມມື ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ລະຫວ່າງ ສອງປະເທດໃຫ້ກວ້າງ ຂວາງຂຶ້ນໄປເລື້ອຍໆ. ຊຸກຍູ້ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລາວ-ຟີລິບປິນ ມີການຮ່ວມມືໃນການຈັດຝຶກອົບຮົມດ້ານສີມືແຮງງານ. ຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍປະສານສົມທົບກັນ ເພື່ອຄົ້ນຄວ້າ ແລະ ກະກຽມຄວາມພ້ອມ ໃນການເປີດສາຍການປິນໂດຍກົງ ລະ ຫວ່າງ ນະຄອນຫລວງມານີລາ ແລະ ນະຄອນຫລວງວຽງຈັນ ເພື່ອອຳນວຍຄວາມສະດວກ ໃນການໄປມາຫາສູ່ກັນ ແລະ ສ່ົງເສີມການຮ່ວມມືໃນດ້ານຕ່າງໆ ໂດຍສະເພາະດ້ານການທ່ອງທ່ຽວ.

           ນອກຈາກນີ້ ຍັງສະເໜີໃຫ້ທັງສອງຝ່າຍສືບຕໍ່ກະກຽມຮ່ວມກັນ ເພື່ອຈັດກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ຟີລິບປິນ (JC) ຄັ້ງປະຖົມມະລຶກ ໃຫ້ປະກົດຜົນເປັນຈິງ.

No comments:

Post a Comment