Ad

Ad

8 September 2016

ຜູ້ນຳອາຊຽນ ເພີ່ມທະວີການຮ່ວມມືກັບຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກ

          ໃນວັນທີ 7 ກັນຍາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 29 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະ ບານ ບັນດາປະເທດສະມາຊິກອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ແທນເຂົ້າຮ່ວມ.
          ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນໄດ້ຕີລາຄາຄືນກ່ຽວກັບການຮ່ວມມືລະຫວ່າງອາ ຊຽນກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກໃນໄລຍະຜ່ານມາພ້ອມທັງວາງທິດທາງການຮ່ວມມືໃນອະນາຄົດໂດຍບັນດາຜູ້ນຳອາຊຽນໄດ້ເນັ້ນເຖິງຄວາມສຳຄັນໃນການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງພາກພື້ນທີ່ພວມຜັນແປ ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືກັບບັນດາຄູ່ເຈລະຈາ ແລະ ຄູ່ຮ່ວມພາຍນອກອື່ນໆໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ ເຊັ່ນ: ອາຊຽນ+1, ອາຊຽນ+3, ເວທີພາກພື້ນອາຊຽນ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນບວກ ແລະ ກອງປະຊຸມສຸດຍອດອາຊຽນຕາເວັນອອກ.


          ນອກຈາກນັ້ນ, ຜູ້ນຳອາຊຽນຍັງໄດ້ແລກປ່ຽນຄຳຄິດເຫັນ ຢ່າງກົງໄປກົງມາ ແລະ ສ້າງສັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ເຊິ່ງລວມມີສິ່ງທ້າທາຍ ດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະ ບໍ່ແມ່ນການທະຫານ ເຊັ່ນ: ການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ໄພພິບັດທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຊາວອົບພະຍົບ, ການຄ້າມະນຸດ, ຂໍ້ຂັດແຍ່ງດ້ານເຂດແດນ, ຄວາມໝັ້ນຄົງ ແລະ ຄວາມປອດໄພທາງທະ ເລ, ການປະທະກັນດ້ວຍກຳລັງ ແລະ ອາຊະຍາກຳຂ້າມຊາດ ແລະ ສະພາບການຢູ່ພາກພື້ນຕ່າງໆເຊັ່ນ: ແຫລມເກົາຫລີ, ຕາເວັນອອກກາງ ແລະ ທະເລຈີນໃຕ້.

No comments:

Post a Comment