Ad

Ad

8 September 2016

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ຮັບຮອງເອົາຫລາຍຖະແຫລງການສໍາຄັນ

            ໃນຕອນບ່າຍຂອງວັນທີ 6 ກັນຍາ 2016 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເປັນປະທານກອງປະຊຸມສຸດຍອດ ອາ ຊຽນຄັ້ງທີ 28 ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານບັນດາປະເທດສະມາຊິກອາຊຽນ, ເລຂາທິ ການໃຫຍ່ອາຊຽນເຂົ້າຮ່ວມ.
          ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ເປັນກອງປະຊຸມສຸດຍອດຄັ້ງທຳອິດ ພາຍຫລັງການປະ ກາດສ້າງຕັ້ງປະຊາຄົມອາຊຽນ ໃນທ້າຍປີ 2015 ແລະ ເປັນກອງປະຊຸມສຳຄັນ ເພາະບັນດາຜູ້ນຳອາຊຽນ ໄດ້ປຶກສາຫາລື ແລະ ກຳນົດທິດທາງສຳລັບການຮ່ວມມືຂອງອາຊຽນໃນຕໍ່ໜ້າໂດຍສະເພາະການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ບັນດາແຜນແມ່ບົດສຳລັບ 3 ເສົາຄ້ຳປະຊາຄົມອາຊຽນ ແນໃສ່ສືບຕໍ່ຮັດແໜ້ນ ປະຊາຄົມອາຊຽນໃຫ້ເຂັ້ມແຂງໃນຊຸມປີຕໍ່ໜ້າ.

          ໃນໂອກາດນີ້, ຜູ້ນຳອາຊຽນ ໄດ້ຮັບຮອງເອົາຫລາຍເອກະສານສຳຄັນ ແນໃສ່ຜັນຂະຫຍາຍບັນດາບູລິມະສິດສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2016 ພາຍໃຕ້ຄຳຂວັນ ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນຊຶ່ງລວມມີຖະແຫລງ ການວຽງຈັນ ວ່າດ້ວຍການຮັບຮອງເອົາແຜນງານສຳລັບຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະ ບັບທີສາມ; ຖະແຫລງການວຽງຈັນວ່າດ້ວຍການຮັບຮອງເອົາແຜນແມ່ບົດສຳລັບການເຊື່ອມຈອດ ອາຊຽນ 2025 ແລະ ຖະ ແຫລງການວຽງຈັນ ວ່າດ້ວຍການຫັນປ່ຽນຈາກການຈ້າງງານນອກລະບົບ ໄປສູ່ການຈ້າງງານໃນລະບົບ ເພື່ອກ້າວໄປສູ່ການສົ່ງເສີມວຽກທີ່ຖືກຕ້ອງ ແລະ ເປັນທຳໃນອາຊຽນ; ຖະແຫລງການວຽງຈັນ ວ່າດ້ວຍການຊຸກຍູ້ສົ່ງເສີມການຮ່ວມມື ທາງດ້ານມໍລະດົກວັດທະ ນະທຳໃນອາຊຽນ; ການອຳນວຍຄວາມສະດວກທາງດ້ານການຄ້າອາຊຽນ; ການເຂົ້າເຖິງແຫລ່ງທຶນ ຂອງທຸລະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງອາຊຽນ ແລະ ເອກະສານອື່ນໆ.

          ໃນໂອກາດນີ້, ຜູ້ນໍາອາຊຽນ ໄດ້ລົງນາມໃນຖະແຫລງການອາຊຽນ ວ່າດ້ວຍອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດ: ອາຊຽນເປັນໜຶ່ງດຽວໃນການຕອບໂຕ້ໄພພິບັດໃນພາກພື້ນ ແລະ ນອກພາກພື້ນ.

No comments:

Post a Comment