Ad

Ad

7 September 2016

ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ໄຂຂຶ້ນຢ່າງເປັນທາງການທີ່ນະຄອນຫລວງວຽງຈັນ

          ໃນຕອນບ່າຍຂອງວັນທີ 6 ກັນຍານີ້, ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງບັນດາປະມຸກລັດ/ຫົວໜ້າລັດຖະ ບານອາຊຽນ, ລັດຖະ ມົນຕີຕ່າງປະເທດອາຊຽນ, ເລຂາທິການໃຫຍ່ອາຊຽນ, ບັນດາຜູ້ແທນ, ແຂກຖືກເຊີນ ແລະ ບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ.
          ໃນພິທີເປີດກອງປະຊຸມ, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ກ່າວຕ້ອນຮັບບັນດາຜູ້ນຳອາຊຽນ ແລະ ບັນດາຜູ້ແທນສູ່ນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ໃນນີ້ ພະນະທ່ານ
ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈບັນດາປະເທດອາຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນທີ່ໄດ້ໃຫ້ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນໃນປີ 2016 ພາຍໃຕ້ຄຳຂວັນ ຫັນວິໃສທັດໃຫ້ເປັນຮູບປະທຳ ແລະ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ”, ຊຶ່ງມີຄວາມຄືບໜ້າດີ, ໂດຍສະເພາະແມ່ນໄດ້ສ້າງຂອບວຽກ ແລະ ຖະແຫລງການຕ່າງໆໃຫ້ຜູ້ນຳພິຈາລະນາຮັບຮອງເອົາໃນໂອກາດກອງປະ ຊຸມສຸດຍອດຄັ້ງນີ້.
          ໃນໂອກາດນີ້, ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດກ່າວສູນທອນພົດເປີດກອງປະຊຸມສຸດຍອດໃນຄັ້ງນີ້, ຊຶ່ງໃນນີ້ ພະນະທ່ານໄດ້ຍົກໃຫ້ເຫັນເຖິງຜົນສຳ ເລັດຂອງອາຊຽນ ໃນໄລຍະ 5 ທົດສະວັດຜ່ານມາ, ໂດຍສະເພາະແມ່ນການປະກາດສ້າງຕັ້ງເປັນປະຊາຄົມອາຊຽນໃນວັນທີ 31 ທັນວາ 2015 ແລະ ເນັ້ນເຖິງຄວາມສຳຄັນໃນການສືບຕໍ່ຮັດແໜ້ນການຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ ເພື່ອສົ່ງເສີມ ແລະ ຮັດແໜ້ນປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນກ້າວໜ້າຕາມວິຖີທາງອາຊຽນ ກໍຄືຫລັກການຂອງອາຊຽນ.

          ພາຍຫລັງພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສືບຕໍ່ເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 28, ການພົບປະລະຫວ່າງຜູ້ນຳອາຊຽນກັບບັນດາຜູ້ຕາງໜ້າສະມັດຊາລັດຖະສະພາອາຊຽນ, ການພົບປະລະຫວ່າງຜູ້ນຳອາຊຽນກັບຊາວໜຸ່ມອາຊຽນ, ການພົບປະລະຫວ່າງຜູ້ນຳອາຊຽນກັບສະພາທີ່ປຶກສາທຸລະກິດອາຊຽນ. ນອກນີ້ ພະນະທ່ານນາຍົກ ຍັງໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາ ຊຽນວ່າດ້ວຍທຸລະກິດ ແລະ ການລົງທຶນອີກດ້ວຍ.

No comments:

Post a Comment