Ad

Ad

7 September 2016

ປະທານາທິບໍດີ ສ.ອາເມລິກາ ຢ້ຽມຢາມລັດຖະກິດ ສປປ ລາວ

          ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ  ສປປ ລາວ, ທ່ານ ບາຣັກ ໂອບາມາ ປະທາ ນາທິບໍດີ ແຫ່ງ ສະຫະລັດອາເມລິກາ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຢ່າງເປັນທາງການ ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງວຽງຈັນ, ສປປ ລາວ, ໃນລະຫວ່າງ ວັນທີ 5-7 ກັນຍາ 2016.
          ໃນໂອກາດຢ້ຽມຢາມ ສປປ ລາວ, ຄະນະຜູ້ແທນສະຫະລັດອາເມລິກາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກຝ່າຍລາວ ເຊິ່ງໃນວັນທີ 6 ກັນຍາ 2016, ທ່ານ ບາຣັກ ໂອບາມາ ພ້ອມດ້ວຍຄະນະໄດ້ດຳເນີນການພົບປະສອງຝ່າຍຮ່ວມກັບ ທ່ານ ບຸນຍັງ ວໍລະຈິດ ທີ່ທໍານຽບປະທານປະເທດ. ໃນ
ນັ້ນ, ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດ ຂອງປະທານາທິບໍດີສະຫະລັດອາເມລິກາ ຢູ່ ສປປ ລາວ ເຊິ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດພາຍຫລັງທີ່ໄດ້ມີການສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ໃນປີຜ່ານມາ. ນອກຈາກນັ້ນ, ທັງສອງຜູ້ນຳຍັງໄດ້ທົບທວນຕີລາຄາການພົວພັນຮ່ວມມືສອງຝ່າຍ ລາວ-ອາເມລິກາ ທີ່ໄດ້ຮັບການປັບປຸງເທື່ອລະກ້າວ, ພ້ອມທັງໄດ້ສະເໜີທິດທາງສໍາລັບການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງສອງປະເທດ, ເປັນຕົ້ນແມ່ນການເກັບກູ້ລະເບີດບໍ່ທັນແຕກ, ການຊອກຄົ້ນຫາສິ່ງເສດເຫລືອຂອງທະຫານທີ່ຫາຍສາບສູນໃນປາງສົງຄາມຢູ່ ສປປ ລາວ, ການປາບປາມຢາເສບຕິດ, ການພົວພັນຮ່ວມມືດ້ານການທະຫານ, ການຄ້າ ແລະ ການລົງທຶນ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ-ສັງຄົມ ແລະ ອື່ນໆ, ລວມທັງການຮ່ວມມືໃນຂອບຫລາຍຝ່າຍ ເຊັ່ນ:  ການຮ່ວມມືລະຫວ່າງບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ. ການພົບປະຫາລືສອງຝ່າຍໃນຄັ້ງນີ້, ທັງສອງຜູ້ນໍາ ຍັງໄດ້ແລກປ່ຽນຄໍາເຫັນກ່ຽວກັບສະພາບການໃນພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈນໍາກັນ.
          ຫລັງຈາກນັ້ນ, ຄະນະຜູ້ແທນສະຫະລັດອາເມລິກາ ໄດ້ມີການເຄື່ອນໄຫວຢູ່ນະຄອນຫລວງວຽງຈັນ ເຊັ່ນ: ໄດ້ກ່າວປາໄສຢູ່ຫໍວັດທະນະທໍາແຫ່ງຊາດໃນຫົວຂໍ້ນະໂຍບາຍຕ່າງປະເທດຂອງ ສະ ຫະລັດອາເມລິກາໃນປັດຈຸບັນກ່ຽວກັບວິໄສທັດສໍາລັບການຮ່ວມມືລະຫວ່າງສະຫະລັດ ອາເມລິກາ ແລະ ອາຊີ ໃນຕໍ່ໜ້າ; ຢ້ຽມຢາມສູນຟື້ນຟູອົງຄະທຽມ(COPE); ເດີນທາງໄປແຂວງຫລວງພະບາງ ເພື່ອຢ້ຽມຢາມສະຖານທີ່ວັດທະນະທຳ ແລະ ພົບປະກັບນັກສຶກສາທີ່ເຄີຍເຂົ້າຮ່ວມໂຄງການດ້ານການສຶກສາຂອງສະຫະລັດ ອາເມລິກາ (YSEALI)ຢູ່ທີ່ ມະຫາວິທະຍາໄລສຸພານຸວົງ.
          ໃນໂອກາດການຢ້ຽມຢາມຄັ້ງປະຫວັດສາດ ຢູ່ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ, ທັງສອງຝ່າຍໄດ້ມີການອອກຖະແຫລງການຮ່ວມ ກ່ຽວກັບການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ເພື່ອແນໃສ່ການເປີດສັງກາດໃໝ່ໃນການພົວພັນສອງຝ່າຍ, ບົນພື້ນຖານຂອງການເຄົາລົບນັບຖືເຊິ່ງກັນ ແລະ ກັນ, ຜົນປະໂຫຍດຮ່ວມກັນ ແລະ ການສ້າງພື້ນຖານສໍາລັບການຮ່ວມມືສອງຝ່າຍໃນອະນາຄົດດ້ານຕ່າງໆເຊັ່ນ: ການພົວພັນທາງດ້ານການ ເມືອງ ແລະ ການທູດ, ດ້ານເສດຖະກິດ-ການຄ້າ, ການສຶກສາ ແລະ ຝຶກອົບຮົມ, ສາທາລະນະສຸກ, ການຮັກສາສະພາບແວດລ້ອມ, ການປາບປາມຢາເສບຕິດ, ການແກ້ໄຂບັນຫາທີ່ຕົກຄ້າງມາຈາກສົງຄາມ (ການເກັບກູ້ລະເບີດບໍ່ທັນແຕກ, ການຂຸດຄົ້ນສິ່ງເສດເຫລືອທະຫານທີ່ຕາຍໃນປາງສົງຄາມ...), ຄວາມໝັ້ນຄົງ, ການປົກປ້ອງ ແລະ ສົ່ງເສີມສິດທິມະນຸດ, ວັດທະນະທຳ, ກິລາແລະ ການ ທ່ອງທ່ຽວ.
          ຖະແຫລງການຮ່ວມດັ່ງກ່າວ ນອກຈາກເປັນການວາງຂອບໃຫ້ແກ່ການເສີມຂະຫຍາຍການພົວພັນ ລະຫວ່າງ ສອງປະເທດແລ້ວ ຍັງໄດ້ກຳນົດດ້ານຫລັກການທີ່ກວມເອົາການເຄົາລົບນັບຖືລະ ບອບການເມືອງ, ເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນແລະ ການເຄົາລົບຕໍ່ກົດບັດສະຫະປະຊາຊາດກໍຄືກົດໝາຍລະຫວ່າງຊາດ, ນັບທັງການປະກອບສ່ວນເພື່ອເສີມສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ໃນປະເທດທັງສອງກໍຄືຢູ່ໃນພາກພື້ນ ແລະໃນໂລກ.
          ໃນໂອກາດການເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປປ ລາວຂອງ ປະທານາທິບໍດີບາຣັກ ໂອບາມາ ໃນຄັ້ງນີ້, ສະຫະລັດ ອາເມລິກາ ໄດ້ປະກາດເພີ່ມການຊ່ວຍເຫລືອສຳລັບວຽກງານການເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ໃນມູນຄ່າ 90 ລ້ານໂດລາສະຫະລັດ ໃນໄລຍະ 3 ປີ, ໂຄງການອາ ຫານຢູ່ໂຮງຮຽນ ໃນມູນຄ່າ 27 ລ້ານໂດລາສະຫະລັດ ສຳລັບໄລຍະ 5 ປີ ແລະ ໂຄງການອະນາໄມຊຸມຊົນ ແລະ ອາຫານສຳລັບແມ່ ແລະ ເດັກ ໃນມູນຄ່າ 6 ລ້ານໂດລາສະຫະລັດ ໃນໄລຍະ 3 ປີ.
          ໃນໂອກາດການຢ້ຽມຢາມຄັ້ງນີ້ ທັງສອງຝ່າຍໄດ້ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ກະຊວງສາທາລະນະສຸກ ແລະ ມະຫາວິທະຍາໄລ ໂອເຣກອນ ກ່ຽວກັບການປຸກສ້າງສະຖາບັນໂພຊະນາການ, ບົດບັນທຶກວ່າດ້ວຍ ການຮ່ວມມືລະຫວ່າງ ບໍລິສັດໄຟຟ້າລາວ ແລະ ບໍລິສັດ ເຈເນຣັນ ເອເລັກຕຣິກ ກ່ຽວກັບໂຄງການປັບປຸງຕາຂ່າຍໄຟຟ້າແຮງສູງ ແລະ ບົດບັນທຶກວ່າດ້ວຍການຮ່ວມມື ລະຫວ່າງ ບໍລິສັດ ໄມໂຄຣຊັອບ ແລະ ກະຊວງສຶກສາທິການ ແລະ ກິລາ ນັບທັງກະຊວງໄປສະ ນີ, ໂທລະຄົມມະນາຄົມ ແລະ ການສື່ສານກ່ຽວກັບການສະໜອງທຶນສຶກສາຜ່ານຫລັກສູດອອນລາຍ ຈຳນວນ 2.500 ທຶນ.

          ການເຄື່ອນໄຫວຢ້ຽມຢາມ ສປປ ລາວ ຂອງປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ອາເມລິກາ ໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

No comments:

Post a Comment