Ad

Ad

22 September 2016

ຜົນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X

            ກອງປະຊຸມຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X, ໄດ້ມີຂຶ້ນແຕ່ວັນທີ 12-21 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ.
             ກອງປະຊຸມໄດ້ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະ ມານ ແລະ ເງິນຕາສົກປີ 2015-2016 ແລະ ທິດທາງວຽກງານສຳລັບປີ 2017, ມາດຕະການກ່ຽວກັບກັບການແກ້ໄຂພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງ, ພ້ອມທັງດຳເນີນຊີວິດການເມືອງພາຍໃນປະຈຳປີ 2016. ກອງປະຊຸມໄດ້ເປັນເອກະພາບໃນໄລຍະ 9 ເດືອນຜ່ານມາເຫັນວ່າໄດ້ມີການ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ X
ຂອງພັກແຕ່ຂັ້ນສູນກາງລົງເຖິງທ້ອງຖິ່ນຮາກຖານ, ບັນຫາທີ່ມີລັກສະນະພົ້ນເດັ່ນ ແລະ ຮີບດ່ວນຈຳນວນໜຶ່ງໄດ້ຮັບການເອົາໃຈໃສ່ແກ້ໄຂເພື່ອຮັບປະກັນຄວາມສະຫງົບ ແລະ ສະກັດກັ້ນໜໍ່ແໜງທີ່ຈະກໍ່ໃຫ້ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ເຮັດໃຫ້ສະພາບດ້ານການເມືອງສືບຕໍ່ມີຄວາມສະຫງົບໝັ້ນຄົງ, ສັງຄົມມີຄວາມປອດໄພໂດຍພື້ນຖານ ແລະ ເສດຖະກິດໂດຍລວມຍັງສືບຕໍ່ຂະຫຍາຍຕົວ.
             ລັດຖະບານກໍຄືຂະແໜງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ງົບປະມານ, ບັນຫາໄມ້ເຖື່ອນ, ລາຄາໄຟຟ້າ, ການນຳເຂົ້ານ້ຳມັນ ແລະ ການເກັບພາສີ-ອາກອນທີ່ບໍ່ສອດຄ່ອງ. ພ້ອມນັ້ນໄດ້ດຳເນີນການປັບປຸງກົງຈັກຂອງລັດຖະບານ ແລະ ອື່ນໆ ອັນພົ້ນເດັ່ນແມ່ນການຢ້ຽມຢາມລັດຖະກິດຂອງສະຫາຍເລຂາທິການໃຫຍ່ປະທານປະເທດຢູ່ ສສ ຫວຽດ
ນາມ ແລະ ສປ ຈີນ, ພ້ອມທັງໄດ້ເຄື່ອນໄຫວຕ່າງປະເທດຢ່າງຕັ້ງໜ້າ, ພິເສດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ພ້ອມທັງໄດ້ຕ້ອນຮັບການຢ້ຽມຢາມປະເທດເຮົາຂອງປະມຸກລັດ ແລະ ຫົວໜ້າລັດຖະບານປະເທດຕ່າງໆ, ເຊິ່ງໄດ້ຮັບຜົນສຳເລັດອັນຈົບງາມທັງເຮັດໃຫ້ຖານະບົດບາດ ແລະ ຊື່ສຽງຂອງ ສ ປປ ລາວ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
             ກອງປະຊຸມໄດ້ເປັນເອກະພາບ ແລະ ຕີລາຄາກ່ຽວກັບມາດຕະການແກ້ໄຂພະຍາດອາດຍາສິດ ແລະ ສໍ້ລາດບັງຫລວງ, ເຊິ່ງໄລຍະຜ່ານມາເຫັນວ່າເກີດຂຶ້ນຢູ່ຫລາຍລະດັບ ແລະ ຫລາຍຮູບການທີ່ແຕກຕ່າງກັນ, ທັງເປັນບັນຫາທ້າທາຍຕໍ່ບົດບາດອິດທິພົນຂອງພັກ-ລັດ ແລະ ໄພອັນຕະລາຍຕໍ່ສັງຄົມ, ເຊິ່ງພັກເຮົາຕ້ອງໄດ້ຖືສຳຄັນ ແລະ ເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ຕ່າງໆໃນກົງຈັກພັກ-ລັດ ແລະ ໃນສັງຄົມໃຫ້ມີຄວາມເດັດຂາດເຂັ້ມງວດ.
             ກອງປະຊຸມໄດ້ຕົກລົງກັນເປັນເອກະພາບຮັບຮອງເອົາບົດລາຍງານຕ່າງໆທີ່ສະເໜີຕໍ່ກອງປະຊຸມຄັ້ງນີ້ເພື່ອເປັນພື້ນຖານແກ່ການສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ເປັນຂະບວນການຟົດຟື້ນ ແລະ ເຂົ້າສູ່ວຽກງານຕົວຈິງຢ່າງແຂງແຮງ, ພ້ອມກັນນັ້ນກໍໄດ້ຊີ້ນຳບາງວຽກງານຈຸດສຸມໃນປີ 2017 ເຊັ່ນ: ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຮັບປະກັນຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາ ແລະ ດຳລົງຊີ ວິດຂອງປະຊາຊົນ, ເພີ່ມທະວີການຮ່ວມມືລົງສູ່ລວງເລິກ ແລະ ມີປະສິດທິຜົນ ກັບບັນດາປະເທດເພື່ອນມິດຍຸດທະສາດ, ເປັນເຈົ້າການປະສານງານກັບບັນດາປະເທດໃນອາຊຽນ ເພື່ອຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມລະຫວ່າງອາຊຽນກັບປະເທດຄູ່ເຈລະຈາຕ່າງໆ, ເອົາໃຈໃສ່ຊີ້ນຳ-ນໍາພາຢ່າງຈົດຈໍ່ຕໍ່ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 ໂດຍຕິດພັນກັບການສູ້ຊົນປະ ຕິບັດບັນດາຄາດໝາຍຕົ້ນຕໍແຕ່ນີ້ຫາທ້າຍປີ 2016 ແລະ ເປັນເຈົ້າການສູ້ຊົນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 2017 ຕິດພັນກັບການເພີ່ມທະວີນຳພາແກ້ໄຂຂອດອ່ອນແອໃນການຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ, ພ້ອມທັງສືບຕໍ່ດຳເນີນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆຢ່າງເດັດຂາດ, ເຂັ້ມງວດ, ເພີ່ມທະວີການຍົກສູງປະສິດທິພາບຂອງການຄຸ້ມຄອງລັດດ້ວຍກົດໝາຍ, ສືບຕໍ່ປັບປຸງສັບຊ້ອນກົງຈັກການຈັດຕັ້ງຂອງບັນດາກະຊວງ ແລະ ອົງການລັດທຽບເທົ່າ ກໍຄືອົງການປົກຄອງຢູ່ຂັ້ນທ້ອງຖິ່ນຮາກຖານຕາມທິດກະທັດຮັດ, ເຂັ້ມແຂງ ແລະ ມີປະສິດທິພາບ ໂດຍຄົ້ນຄວ້າ ແລະ ກຳນົດບັນດາມາດຖານດ້ານຕຳແໜ່ງງານຕິດພັນກັບການສັບຊ້ອນພະນັກງານຄືນໃໝ່ຢ່າງເໝາະສົມ, ສືບຕໍ່
ກຳນົດແຈ້ງການປະຕິບັດພາລະບົດບາດຄຸ້ມຄອງມະຫາພາກຂອງຂັ້ນສູນກາງ ກັບການແບ່ງຂັ້ນຄຸ້ມຄອງ ແລະ ແບ່ງຄວາມຮັບຜິດຊອບໃຫ້ຊັດເຈນ, ມີຄວາມກົມກຽວ ແລະ ສອດຄ່ອງກວ່າເກົ່າ, ເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃນການເຂົ້າຮ່ວມແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ເຂົ້າຮ່ວມກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ສືບຕໍ່ປັບປຸງ, ກໍ່
ສ້າງພັກທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນນຳພາໃຫ້ປອດໃສ, ເຂັ້ມແຂງ ແລະ ໝັກແໜ້ນ, ສ້າງການຫັນປ່ຽນໃໝ່ໃນການຍົກສູງ ຄວາມສາມາດນຳພາ ແລະ ຄວາມເປັນແບບ ຢ່າງນຳໜ້າຂອງພັກ, ສືບຕໍ່ຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄືແກ້ໄຂບັນດາປະກົດການຫຍໍ້ທໍ້ເປັນຕົ້ນແມ່ນບັນຫາຢາເສບຕິດ, ລັກຊັບ, ປຸ້ນຈີ້ ແລະ ໄພສັງຄົມອື່ນໆ.

            ໃນໂອກາດນີ້, ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ, ທະຫານ-ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ທັງເສີມຂະຫຍາຍນ້ຳໃຈຮັກຊາດ, ຮັກລະບອບໃໝ່, ດຸໝັ່ນຂະຫຍັນພຽນ, ສຸມສະຕິປັນຍາ ແລະ ຫົວຄິດປະດິດສ້າງເຂົ້າໃສ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ສ້າງຂະບວນການໃຫ້ແຂງແຮງ, ຕໍ່ເນື່ອງ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 3 ສະໄໝທີ X ໃຫ້ປະກົດຜົນເປັນຈິງ.

No comments:

Post a Comment