Ad

Ad

23 September 2016

ບັນຫານ້ອຍໆປ່ອຍໄວ້ມັນຊິໃຫຍ່ ( ບັນຫາ ຈານແຫຍ່ )

            ໂດຍ : ວິເສດ  ສະແຫວງສຶກສາ
            ມື້ນີ້ຂໍມາແບບແຕກປອກອອກແນວທາງການຂຽນຂອງຈານແຫຍ່ເລັກໜ້ອຍ ເນື່ອງຈາກມີຫລາຍບັນຫາທີ່ຕ້ອງການທັງ ແຫຍ່ທັງແທງ ແລະ ທັງສຽບ. ເລື່ອງທັງໝົດທັງປວງນີ້ແກະມາຈາກຄຳຄິດເຫັນທີ່ຜ່ານໜ້າໜັງສືພິມຕ່າງໆ, ບາງອັນກໍເປັນພຽງ ຄວາມຄິດ, ບາງອັນເປັນຂໍ້ສະເໜີ ແລະ ມີຈຳນວນໜຶ່ງເນັ້ນຈັດເຂົ້າໃນບັນຊີຄວາມຂັດຂ້ອງໝອງໃຈເພື່ອໃຫ້ ຊູ້ທາງໃຈຂອງຄໍລຳ ບັນຫາຈານແຫຍ່ຄິດຫງຳຊອກຫາຄຳຕອບຮ່ວມກັນ.
            ບັນຫາທີໜຶ່ງ: ມີຫລາຍຫາງສຽງວ່າໃນງານລ້ຽງສັງສັນ ຫລື ງານສະເຫລີມສະຫຼອງວັນສຳຄັນລະຫວ່າງຄົນລາວກັບຄົນລາວ ຫລື ລະຫວ່າງຄົນລາວກັບຕ່າງປະເທດກໍດີ, ເວລາສະເໜີຂ່າວບໍ່ຢາກໃຫ້ເອົາຮູບຕອນ ຍົກຈອກດື່ມເພື່ອນັ້ນ ເພື່ອນີ້ລົງຫລາຍທັງນີ້ກໍເພື່ອຄ່ອຍໆລຶບລ້າງການເອົາເຫລົ້າເປັນສັນຍາລັກຂອງງານ, ຂໍໃຫ້ເອົາຮູບຕອນອື່ນລົງເຊັ່ນການສຳຜັດມືລະຫວ່າງແຂກ. ຢູ່ປະເທດໃກ້ຄຽງໃນພິທີສະຫລອງວັນຊາດຂອງ
ຕ່າງປະເທດນັ້ນ ເຂົາເລືອກເອົາຮູບກິດຈະກຳຕ່າງໆລົງຂ່າວ ເຊັ່ນການວາງສະແດງຮູບຂອງປະເທດກ່ຽວຂ້ອງ, ການສະແດງຟີມືຄົວອາຫານໂດຍມີຜູ້ຫລັກຜູ້ໃຫຍ່ປະເທດເຈົ້າພາບເຂົ້າຮ່ວມ. ຖ້າພວກເຮົາຍາມໃດກໍສະເໜີແຕ່ພາບຕຳຈອກ, ຕໍ່ໄປມັນກໍຈະກາຍເປັນຈິດສຳນຶກຂອງສັງຄົມວ່າເຫລົ້ານັ້ນປະເສີດເລີດລ້ຳ ແລະ ມີຄວາມສຳຄັນ. ແລ້ວ... ພວກເຮົາຊິສັ່ງສອນໃຫ້ຄົນຫລຸດຜ່ອນ ຫລື ເລີກເຫລົ້າໄດ້ແນວໃດ ?.
            ບັນຫາທີສອງ: ພວກເຮົາເຄີຍເວົ້າກັນກ່ຽວກັບບັນຫາປ້າຍວ່າຄວນຂຽນເປັນພາສາລາວ ຫລື ເອົາພາສາລາວຢອງເທິງ, ພາສາຕ່າງປະເທດໄວ້ຢູ່ເບື້ອງລຸ່ມ. ນອກນັ້ນ ກໍຍັງເວົ້າເຖິງຂະໜາດ ແລະ ວິທີຕິດຕັ້ງປ້າຍໂຄສະນາ. ແຕ່ໃນຂະນະດຽວກັນພວກເຮົາພັດແນມກາຍກະໂຕສື່ສິ່ງພິມຂອງເຮົາເອງ. ຕົວຢ່າງພໍເວົ້າຮອດຊື່ຄົນຕ່າງປະເທດກໍຂຽນເປັນໂຕສາກົນເລີຍໂດຍບໍ່ຄຳນຶງມີຄົນລາວທີ່ອ່ານພາສາຕ່າງປະເທດບໍ່ເປັນ. ຍົກຕົວຢ່າງ: ທ່ານ Peter Smith ຫົວໜ້າບໍລິສັດ SkyWalk ມອບເງິນ 1 ລ້ານໂດລາໃຫ້.... ໃນກໍລະນີນີ້ ເປັນຫຍັງບໍ່ຂຽນວ່າ: ທ່ານ ພີເຕີ ສະມິດ (Peter Smith) ຫົວໜ້າບໍລິສັດ ສະກາຍວອກ (Sky Walk) ມອບເງິນ 1 ລ້ານໂດລາ ໃຫ້.... ຜູ້ແກ້ບັນຫານີ້ຄົງໜີບໍ່ມົ້ມກົ້ມບໍ່ຫວິດບັນນາທິການທີ່ກ່ຽວຂ້ອງຫັ້ນລະ.
            ບັນຫາທີສາມ: ຈານແຫຍ່ ອາດຕົກຂ່າວກໍເປັນໄດ້ເພາະບໍ່ຮູ້ວ່າມີຄຳສັ່ງຄຳແນະນຳທີ່ເປັນທາງການແທ້ ຫລື ບໍ່ ຫລື ເປັນ ພຽງຫົວຄິດລິເລີ່ມຂອງບາງກະຊວງ, ບາງສຳນັກງານສື່ທີ່ປ່ຽນຈາກການເອີ້ນ ດຣ (ດ໋ອກເຕີ) ມາເປັນ ປອ. ຈານແຫຍ່ເຄີຍມີ ຄຳເຫັນຊົມເຊີຍຫົວຄິດປະດິດສ້າງນີ້ແລ້ວ ແຕ່ກໍຍັງກັງວົນໃຈນຳຄວາມບໍ່ເປັນເອກະພາບ ເພາະບາງພາກສ່ວນເອີ້ນ ປອ, ບາງພາກສ່ວນເອີ້ນເຕັມຊື່ວ່າ ປຣິນຍາເອກ” (ຕົວຢ່າງທ່ານ ປຣິນຍາເອກ ແດງຈ່າຍວ່າຍ...) ແລະ ອີກສ່ວນໜຶ່ງຍັງໃຊ້ ດຣ ຄື ເກົ່າ. ຖ້າເປັນແບບນີ້ ເຫດໃດມັນຊິສັກສິດເປັນຈັກເທື່ອ ? ຫລື ຈະປ່ອຍໃຫ້ເຮັດຕາມຫລັກ ປະຊາທິປະໄຕຕາມໃຈບຸກຄົນຊັ້ນບໍ?.

            ບັນຫາທີສີ່: ເລື່ອງນະໂຍບາຍພະນັກງານໄປຍົກລະດັບພາສາອັງກິດໄລຍະ 3 ເດືອນ, 6 ເດືອນ ຫລື ຫລາຍກວ່ານັ້ນຢູ່ຕ່າງປະເທດ ເຊັ່ນສິງກະໂປ, ນິວຊີແລນ, ອົດສະຕຣາລີ ນັ້ນ ຂໍໃຫ້ເບິ່ງຄືນຄວນສົ່ງຜູ້ທີ່ຈະໄດ້ນຳໃຊ້ພາສາແທ້ໆ ແລະ ຜູ້ທີ່ມີຄວາມ ສາມາດເກັບກ່ຽວເອົາຄວາມຮູ້ ນັ້ນໄດ້ແທ້ໆ, ຄວນຫລີກເວັ້ນການເລືອກພະນັກງານແບບນະໂຍບາຍໃຫ້ກັນໂດຍອີງຕາມຊັ້ນຕາມຫລືບ ແຕ່ບໍ່ມີພື້ນຖານດ້ານພາສາ ຫລື ຮ້າຍກວ່ານັ້ນ ຍັງຢູ່ເກນອາຍຸໃກ້ບຳນານອີກ. ພະນັກງານຂັ້ນທີ່ຕ້ອງມີນາຍພາສາແປໃຫ້ນັ້ນຄວນຍົກເວັ້ນ. ຂໍໃຫ້ກວດຄືນພາສາອັງກິດຂອງພວກທີ່ໄດ້ໄປຍົກລະດັບມາແລ້ວວ່າຍັງເຫລືອຈັກເປີເຊັນ ? ແລະ ສົ່ງຄືນຈັກເປີເຊັນ ? ຂໍຢ່າໃຫ້ຄວາມສຳຄັນກັບຄຳເວົ້າແກ້ໂຕວ່າ ຖ້າໄດ້ໄປບຳລຸງ... ບໍ່ໄດ້ຫລາຍກໍໄດ້ໜ້ອຍຕ້ອງປ່ຽນມາເປັນ ຖ້າໄດ້ໄປຍົກລະດັບຕ້ອງຮັບປະກັນປະສິດທິຜົນ 100%” ສຸດທໍ່ນີ້ກ່ອນ.

No comments:

Post a Comment