Ad

Ad

23 September 2016

ລາວສ້າງຄວາມອາດສາມາດໃຫ້ຂະແໜງສາທາລະນະສຸກໃນການຕິດຕາມວຽກງານວາງແຜນຄອບຄົວ

          ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ແລະ ກະຊວງສາທາ ລະນະສຸກໄດ້ຈັດກອງປະຊຸມປຶກສາຫາລືຖອດຖອນບົດຮຽນເພື່ອສ້າງຄວາມອາດສາມາດໃຫ້ພະພັກງານຂະແໜງສາທາລະນະສຸກໃນການຕິດຕາມຄວາມຄືບໜ້າຂອງການວາງແຜນຄອບຄົວ ແລະ ຄວາມເປັນເອກະພາບດ້ານຂໍ້ມູນຂື້ນໃນວັນທີ 22 ກັນຍານີ້,ໂດຍການເປັນປະທານຮ່ວມຂອງທ່ານ ນາງ ເຟຣີເດີຣິກາ ເມເຈີ ຜູ້ຕາງໜ້າອົງການ  UNFPA ແລະ ທ່ານ ພູທອນ ເມືອງປາກ ຮອງລັດຖະ ມົນຕີກະຊວງສາທາ ລະນະສຸກ.


          ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ມີຄຳເຫັນຕໍ່ທີ່ປະຊຸມວ່າ: ລັດຖະບານລາວ ກໍຄື ກະຊວງສາທາລະນະສຸກໄດ້ໃຫ້ບູລິມະສິດສຳຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ,ໂດຍສະເພາະແມ່ນວຽກງານສຸຂະພາບແມ່ ແລະ ເດັກ ແລະ ໂຄງການວາງແຜນຄອບຄົວກໍແມ່ນໜຶ່ງໃນ 10 ຍຸດສະສາດເສື່ອມສານສຸຂະພາບຈະເລີນພັນແມ່ ແລະ ເດັກເກີດ ໃໝ່ ແລະ ເດັກນ້ອຍ,ຊຶ່ງໄດ້ກຳກົດຕົວເລກຄາດໝາຍສູ້ຊົນໃຫ້ສຳເລັດເປັນແຕ່ລະໄລຍະແຕ່ນີ້ຮອດປີ 2020 ແລະ  2025 ,ການສຳຫຼວດຂໍ້ມູນເບື້ອງຕົ້ນຕາມຕົວຊີ້ບອກທີ່ໄດ້ກຳນົດໄວ້ແລ້ວນັ້ນຈະເປັນຂໍ້ມູນພື້ນຖານໃຫ້ພວກເຮົາຮູ້ວ່າປະເທດເຮົາຢູ່ໃນໄລຍະໃດຂອງການປະຕິບັດວຽກງານດັ່ງກ່າວ ແລະ ທັງເປັນຂໍ້ມູນທີ່ສຳຄັນໃຫ້ແກ່ການຕິດຕາມປະເມີນຜົນຄວາມກ້າວໜ້າ ແລະ ປະສິດທິຜົນຂອງໂຄງ ການທີ່ພວມຈັດຕັ້ງປະຕິບັດ ແລະ ໂຄງການ Track20 ຈະເປັນທາງເລືອກທີ່ດີເພື່ອສະໜັບສະໜູນຢ່າງແຂງແຮງຕໍ່ລະບົບຂໍ້ມູນຂ່າວສານຂອງສາທາລະນະສຸກຂັ້ນເມືອງທີ່ມີຢູ່ແລ້ວໂດຍສະເພາະແມ່ນຍຸດທະສາດຂອງການວາງແຜນຄອບຄົວໃນການລວບລວມຂໍ້ມູນ, ວິເຄາະ, ວິໄຈບັນຫາໃນແຕ່ລະປີ,ເພື່ອປະເມີນຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕາມທິດທາງ ແລະ ນຳໃຊ້ຂໍ້ມູນທີ່ໄດ້ມານັ້ນຊ່ວຍປັບປຸງແຜນປະຕິບັດງານໃຫ້ມີຄວາມເໝາະສົມຂື້ນກວ່າເກົ່າເພື່ອສາມາດບັນລຸເປົ້າໝາຍທີ່ວາງໄວ້.ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫຼາຍໃນການຍົກລະດັບຄວາມຮູ້. ຄວາມສາມາດໃຫ້ແກ່ພະນັກງານໃນລະດັບຜູ້ນຳ ແລະ ຜູ້ປະຕິບັດກ່ຽວກັບວຽກງານເກັບກຳ ແລະ ສະໜອງຂໍ້ມູນການວາງແຜນຄອບຄົວ, ຊຶ່ງແມ່ນລະບົບທີ່ມີຄວາມທັນສະໄໝ, ວ່ອງໄວ, ຊັດເຈນ ແລະ ເຊື່ອຖືໄດ້, ພ້ອມທັງມີຄວາມເປັນເອກະພາບ ແລະ ສາມາດເຊື່ອມຕໍ່ກັນໄດ້ໃນທົ່ວປະເທດ ແລະ ສາກົນ, ເພື່ອສາມາດນຳໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

No comments:

Post a Comment