Ad

Ad

23 September 2016

ຝົນຍັງສືບຕໍ່ຕົກລະດັບຄ່ອຍຢູ່ຫລາຍທ້ອງຖິ່ນ

          ກົມອຸຕຸນິຍົມ ແລະ ອຸຕຸນິຍົມ ໃຫ້ຮູ້ວ່າ: ວັນທີ 23-25 ກັນຍານີ້, ຈະມີຝົນຕົກຟ້າ ຄະນອງ ໃນລະດັບຄ່ອຍຫາປານກາງຢູ່ຕື່ມອີກ ພ້ອມມີລົມພັດແຮງເປັນບາງໂອກາດ. ພາກ ເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນ ບາງໂອກາດ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 27-29 ອົງສາ; ພາກ ເໜືອດ້ານຕາເວັນຕົກ: ຈະມີຝົນຕົກກະຈາຍຢູ່ຕື່ມອີກຫລາຍຂຶ້ນ. ອຸນຫະພູມຕ່ຳສຸດ 23-25 ອົງສາ ແລະ ສູງສຸດ 33-35 ອົງສາ; ນະຄອນຫລວງວຽງຈັນ: ຈະມີຝົນຕົກກະຈາຍຢູ່ຕື່ມ ອີກ. ອຸນຫະພູມຕ່ຳສຸດ 24-26 ອົງສາ ແລະ ສູງສຸດ 31-33 ອົງ ສາ; ພາກກາງ:
ຍັງຈະ ມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງວຽງ ຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດຕື່ມອີກ. ອຸນຫະພູມຕ່ຳສຸດ 22-24 ອົງ ສາ ແລະ ສູງສຸດ 30-32 ອົງສາ; ພາກໃຕ້: ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ຕື່ມອີກ. ອຸນຫະພູມຕ່ຳສຸດ 21-23 ອົງສາ ແລະ ສູງສຸດ 31-33 ອົງສາ.

No comments:

Post a Comment