Ad

Ad

28 September 2016

6 ເດືອນຕົ້ນປີນີ້ມູນຄ່າການຄ້າລາວ-ຫວຽດນາມຫຼຸດລົງເກືອບເຄິ່ງໜຶ່ງທຽບໃສ່ໄລຍະດຽວຂອງປີຜ່ານມາ

          ກະຊວງອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ມູນຄ່າການຄ້າລະຫວ່າງລາວ- ສສ ຫວຽດ ນາມໃນ 6 ເດືອນຕົ້ນປີນີ້, ບັນລຸໄດ້ພຽງ 3,46 ພັນຕີ້ກີບ, ຫຼຸດລົງເກືອບເຄິ່ງໜຶ່ງຖ້າທຽບໃສ່ໄລຍະດຽວຂອງປີຜ່ານມາ, ໃນນັ້ນສະເພາະການສົ່ງອອກຂອງລາວໄປຫວຽດນາມແມ່ນບັນລຸໄດ້ພຽງ 1,5 ຕື້ກີບ, ຫຼຸດລົງ 43,6 %  ສ່ວນການຂຳເຂົ້າບັນລຸໄດ້ 1,8 ພັນຕື້ກີບ, , ເຊັ່ນດຽວກັນໃນປີ 2015 ມູນຄ່າການຄ້າລະຫວ່າງ 2 ປະເທດບັນລຸໄດ້ 8,8 ພັນຕື້ກີບ, ທຽບໃສ່ປີ 2014 ຫຼຸດລົງ 12,6 %,ໃນນີ້ການສົ່ງອອກບັນລຸໄດ້ 4,7 ພັນຕື້ກີບ,ຫຼຸດລົງ 26,6% ສ່ວນການນຳເຂົ້າແມ່ນ 4,2 ພັນຕື້ກີບ,ເພີ່ມຂື້ນ 10,2%, ສາເຫດທີ່
ພາກໃຫ້ຫຼຸດລົງແມ່ນເນື່ອງຈາກການສົ່ງອອກຂອງລາວໄປຫວຽດນາມໂດຍ ລວມແມ່ນເປັນໄປຕາມກົນໄກຕະຫຼາດ ແລະ ນະໂຍບາຍຂອງຝ່າຍລາວທີ່ມີການສັ່ງໂຈະການຂຸດຄ້າບໍ່ແຮ່ຈຳນວນໜຶ່ງ ແລະ ຄຳສັ່ງຢຸດຕິການສົ່ງອອກໄມ້ທ່ອນ, ໄມ້ແປຮູບຂອງລາວໄປຍັງປະເທດດັ່ງ ກ່າວ.

          ເຖິງຢ່າງໃດກໍຕາມເພື່ອເຮັດໃຫ້ຍຸດທະສາດການຮ່ວມມືດ້ານການຄ້າລະຫວ່າງ 2 ປະເທດລາວ-ຫວຽດນາມໃຫ້ມີການຄົງຕົວ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງໃນຮູບແບບຍຸດທະສາດຍາວນານຜ່ານມາທັງສອງຝ່າຍກໍຄືທັງສອງປະເທດໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາເພື່ອຫາວິທີທາງແກ້ໄຂ ແລະ ຍົກລະດັບການຮ່ວມມືໂດຍສະເພາະແມ່ນດ້ານການຄ້າໃຫ້ແໜ້ນແຟ້ນກວ່າເກົ່າ, ເພື່ອເຮັດໃຫ້ການຄ້າລະຫວ່າງລາວ-ຫວຽດນາມມີການພັດທະນາໃຫ້ເພີ່ມຂື້ນ 20 % ໃນປີນີ້, ໂດຍສະເພາະສິນຄ້າອຸດສາຫະກຳ , ກະສິກຳ ແລະ ອື່ນໆອີກ.

No comments:

Post a Comment