Ad

Ad

28 September 2016

ທາບທາມຮ່າງດໍາລັດວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງກະຊວງກະສິກຳ - ປ່າໄມ້ ແລະ ພັດທະນາຊົນະບົດ

          ວັນທີ 27-28 ກັນຍນີ້ກົມຈັດຕັ້ງພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ເປີດກອງປະຊຸມທາບທາມ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນະບົດຂຶ້ນທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ  - ປ່າໄມ້ ແຫ່ງຊາດ, ໂດຍການເປັນປະທານຮ່ວມຂອງ ທ່ານ  ພວງປາຣິສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານຮອງເຈົ້າແຂວງໆວຽງຈັນ, ໄຊສົມບູນ ແລະ ແຂວງບໍລິຄຳໄຊ ແລະ ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ເຂົ້າຮ່ວມທັງໝົດ 145
ທ່ານ, ເພື່ອເປັນການສະເໜີຜ່ານ (ຮ່າງ) ບົດວິພາກກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງກະຊວງກະສິກຳ - ປ່າໄມ້ ແລະ ພັດທະນາຊົນນະບົດ; ບົດວິພາກກ່ຽວກັບການປັບປຸງ ແລະ ສ້າງຕັ້ງກົມພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ;ການສ້າງຕັ້ງກົມຈັດສັນພູມລຳເນົາຖາວອນ ແລະ ອາຊີບໝັ້ນທ່ຽງ ແລະ  ບົດວິພາກຂອງກົມປ່າໄມ້.ເພື່ອໃຫ້ແຕ່ລະພາກສ່ວນໄດ້, ປະກອບຄຳຄິດເຫັນໃສ່ ຮ່າງ ບົດວິພາກດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ແລະ ສອດຄ່ອງກັບທິດທາງການປັບປຸງກົງຈັກການຈັດຕັ້ງກະຊວງກະສິກຳ - ປ່າໄມ້, ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃນໄລຍະໃໝ່ໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ ແລະ ບັນລຸຜົນຕາມຄາດໝາຍແຜນການທີ່ວາງໄວ້, ພາຍຫຼັງທີ່ໄດ້ໂອນຄະນະພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃຫ້ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້.

No comments:

Post a Comment