Ad

Ad

29 September 2016

ສິ່ງທີ່ທ້າທາຍໃນຍຸກເຊື່ອມໂຍງ AEC ຂອງແຮງງານລາວ

          ເພື່ອຕອບສະໜອງແຮງງານທີ່ມີຄຸນນະພາບໃຫ້ພຽງພໍກັບຄວາມຕ້ອງການຂອງຫົວໜ່ວຍທຸລະກິດ ແລະ ການຜະລິດໃນຂະແໜງການຕ່າງໆ, ປັດຈຸບັນກົມພັດທະນາສີມືແຮງງານແລະ ຈັດຫາງານພວມເລັ່ງພັດທະນາສີມືແຮງງານໃນຂະແໜງການທີ່ເຮົາມີທ່າແຮງເປັນຕົ້ນຂະແໜງອຸດສາຫະກໍາປຸງແຕ່ງ, ອຸດສາຫະກໍາຜະລິດ ແລະ ປະກອບຊິ້ນສວນພາຫະນະ, ຜະລິດຕະພັນຫັດຖະກໍາ ແລະ ອື່ນໆ.
ທ່ານ ໄທ ແສງອາລຸນ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານໃຫ້ຮູ້ວ່າ: ການພັດທະນາ
ສີມືແຮງງານໃນຍຸກແຫ່ງການເຊື່ອມໂຍງນີ້ແມ່ນໄດ້ເນັ້ນໃສ່ການພັດທະນາກໍາລັງແຮງງານລາວໃຫ້ມີທັງປະລິມານ ແລະ ຄຸນນະພາບຕາມທິດຫັນ ເປັນອຸດສາຫະກໍາ ແລະ ທັນສະໄໝ, ໂດຍສອດຄອງກັບຄວາມຕ້ອງການຂອງຕະຫລາດແຮງງານ ແລະ ການພັດທະນາເສດຖະກິດ-ສັງຄົມ. ໂດຍສະເພາະໃນຂະແໜງທີ່ເປັນທ່າແຮງຂອງປະເທດເຮົາເຊັ່ນ: ອຸດສາຫະກໍາປຸງແຕ່ງໄມ້, ອຸດສາຫະກໍາຜະລິດ ແລະ ປະກອບສີ້ນສ່ວນຍານພາຫະນະ, ເຄື່ອງໃຊ້ໄຟຟ້າ, ອຸປະກອນ ແລະ ເຄື່ອງຈັກ, ຜະລິດ ຕະພັນຫັດຖະກໍາລາວທີ່ເປັນເອກະລັກສະເພາະ ແລະ ມີມູນເຊື້ອແຕ່ລະທ້ອງຖິ່ນເພາະໃນປັດຈຸບັນ ຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນ ແລະ ຕ່າງປະເທດຫລາຍພໍສົມຄວນໂດຍເນັ້ນໃສ່ການພັດທະນາສີມືແຮງງານ ແລະ ຝຶກອົບຮົມວິຊາຊີບໃຫ້ຊຸມຊົນທີ່ເຮັດວຽກນອກລະບົບເຮັດວຽກອິດສະລະ ແລະ ເຮັດວຽກຫົວໜ່ວຍທຸລະກິດຂະໜາດຈຸລະພາກ. ເພາະວ່າແຮງງານ ເຫລົ່ານັ້ນສ່ວນຫລາຍຍັງບໍ່ມີສີມື, ບໍ່ມີສິ່ງຄໍ້າປະກັນທາງດ້ານແຮງງານກໍຄືຕະຫລາດສີມືແຮງງານເປັນຕົ້ນແມ່ນການ ສ້າງລາຍໄດ້, ເວລາເຮັດວຽກ,ຄວາມປອດໄພໃນການເຮັດວຽກ ແລະ ການປະກັນສັງຄົມ.

          ທ່ານ ໄທ ແສງອາລຸນ ຍັງຍົກໃຫ້ເຫັນຕື່ມວ່າ: ໃນການພັດທະນາສີມືແຮງງານເຫລົ່ານັ້ນ ແມ່ນຈະເນັ້ນໃສ່ສົ່ງເສີມໃຫ້ເຂົາເຈົ້າມີສີມື, ມີຄວາມສາມາດສະເພາະດ້ານໃຫ້ພຽງພໍ, ມີສີມືແຮງງານສູງ ແລະ ຍົກຄຸນນະພາບຊີວິດໃຫ້ດີຂຶ້ນແນໃສ່ເຮັດໃຫ້ມີການພັດທະນາຊົນນະບົດແບບຍືນຍົງຕາມໂຄງ ການແຫ່ງຊາດເພື່ອສົ່ງເສີມການຄວາມໝັ້ນຄົງດ້ານສະບຽງຫານ ແລະ ການຜະລິດເປັນສິນຄ້າກະສິກໍາທີ່ເປັນທ່າແຮງຂອງປະເທດ, ດັ່ງນັ້ນ; ໃນວາລະກອງປະຊຸມລັດຖະມົນຕີແຮງງານອາຊຽນຄັ້ງທີ24 ທີ່ ສປປ ລາວ ເຮົາເປັນເຈົ້າກໍໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງຖະແຫລງການວ່າດ້ວຍ ການຫັນຈ້າງງານນອກລະບົບໄປສູ່ການຈ້າງງານໃນລະບົບເພື່ອກ້າວໄປສູ່ ການສົ່ງເສີມວຽກ ທີ່ມີຄຸນຄ່າ ແລະ ເປັນທໍາໃນອາຊຽນເພື່ອກ້າວໄປສູ່ການພັດທະນາດີຂຶ້ນ.

No comments:

Post a Comment