Ad

Ad

29 September 2016

ກະຊວງແຮງງານຈະອຳນວຍຄວາມສະດວກໃຫ້ຜູ້ມີຈຸດປະສົງໄປອອກແຮງງານຢູ່ຕ່າງປະເທດ

          ການນຳເຂົ້າ ແລະ ນຳໃຊ້ແຮງງານ ຕ່າງປະເທດ ຕ້ອງປະຕິ ບັດຕາມຂັ້ນຕອນການອະນຸຍາດນຳເຂົ້າ ແລະ ມີວິຊາເຮັດວຽກ ແລະ ຄິດໄລ່ສັດສ່ວນ 15% ຂອງຈຳນວນຜູ້ອອກແຮງງານລາວທັງໝົດ ສຳລັບຜູ້ມີວິຊາ ສະເພາະທີ່ອອກແຮງງານດ້ານຮ່າງກາຍ ແລະ 25% ແມ່ນສຳເລັບຜູ້ມີວິຊາສະເພາະທີ່ ອອກແຮງງານດ້ານມັນສະໝອງ ສຳລັບໂຄງການຂະໜາດໃຫຍ່, ໂຄງການບູລິມະສິດຂອງ ລັດຖະບານທີ່ມີໄລຍະເວລາ 5 ປີລົງມາ, ການນຳໃຊ້ແຮງງານຕ່າງປະເທດໃຫ້ປະຕິບັດຕາມ ສັນຍາ ລະຫວ່າງເຈົ້າຂອງໂຄງການ ແລະ ລັດຖະບານ ລວມທັງອາຍຸການເຮັດວຽກບໍ່ໃຫ້ ເກີນ 5 ປີ.


ທ່ານ ພູວັນ ຈັນທະວົງ ຫົວໜ້າກົມພັດທະນາສີມືແຮງງານ ແລະຈັດຫາງານ ໃຫ້ຮູ້ວ່າ: ການໄປເຮັດວຽກຢູ່ຕ່າງປະເທດ ກໍ່ແມ່ນອົງປະກອບທີ່ສຳຄັນໜຶ່ງໃນການ ສ້າງລາຍຮັບໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ສະນັ້ນ, ຜູ້ອອກແຮງງານລາວ ທີ່ມີຈຸດປະສົງຢາກໄປອອກ ແຮງງານຢູ່ຕ່າງປະເທດຕ້ອງໄດ້ສຶກສາ ແລະ ເຂົ້າໃຈຢ່າງລະອຽດກ່ຽວກັບເງື່ອນໄຂ ແລະ ສະພາບແວດລ້ອມຂອງການເຮັດວຽກ ຢູ່ປະເທດທີ່ຕົນເອງຈະໄປ. ສິ່ງສໍາຄັນທີ່ສຸດແມ່ນຕ້ອງໄປຢ່າງຖືກຕ້ອງ ຕາມລະບຽບການໃນຂອບຂອງກົດໝາຍຜ່ານລະບົບການຈັດສົ່ງ, ໄດ້ຮັບການອະນຸຍາດຈາກກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍແມ່ນວິສາຫະກິດບໍລິການຈັດຫາງານຂອງລາວ ຈະເປັນຜູ່ຊ່ວຍປະສານ ແລະ ຮັບຜິດຊອບ, ໃນການດຳເນີນເອກະສານຂໍອະນຸຍາດທັງໝົດ ພ້ອມທັງເປັນຜູ້ຕິດຕາມຄຸ້ມຄອງທ່ານ ຈົນຄົບກຳນົດສັນຍາ ແລະ ຈັດສົ່ງກັບຄືນປະເທດ ຢ່າງປອດໄພ, ໂດຍມີເງື່ອນໄຂດັ່ງນີ້: ຕ້ອງເປັນຜູ້ທີ່ມີອາຍຸ 18 ປີ ຂື້ນໄປ, ມີລະດັບການສຶກສາ ຈົບຊັ້ນປະຖົມຂຶ້ນໄປ, ມີສຸຂະພາບແຂງແຮງດີ, ເປັນພົນລະເມືອງດີ, ມີຄວາມຕ້ອງການຢາກເຮັດວຽກ, ຝຶກສີມື ແລະ ສະສົມປະສົບການ ເພື່ອພັດທະນາຕົນເອງ ແລະ ຄອບຄົວ. ເມື່ອເຮັດວຽກຄົບກໍານົດສັນຍາແລ້ວ ຜູ່ອອກແຮງງານ ຕ້ອງກັບຄືນປະເທດ ໂດຍນາຍຈ້າງ ຮ່ວມກັບບໍລິສັດຈັດຫາງານຈະເປັນຜູ່ນໍາສົ່ງແຮງງານກັບຄືນປະເທດດ້ວຍຄວາມປອດໄພ.ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີນະໂຍບາຍສົ່ງເສີມການມີວຽກເຮັດງານທຳຂອງແຮງງານລາວ ທັງຢູ່ພາຍໃນ ແລະ ໄປອອກແຮງງານຢູ່ຕ່າງປະເທດ ເພື່ອໃຫ້ແຮງງານໄດ້ຮັບການພັດທະນາສີມືແຮງງານຜ່ານປະສົບການເຮັດວຽກຕົວຈິງ, ມີລາຍໄດ້, ມີຊີວິດການເປັນຢູ່ທີ່ດີແນໃສ່ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

No comments:

Post a Comment