Ad

Ad

29 September 2016

ລັດຖະບານຊີ້ນໍາຫລາຍຂະແໜງເອົາໃຈໃສ່ປະຕິບັດວຽກສໍາຄັນຂອງຊາດໃຫ້ຮັບຜົນດີ

           ກອງປະຊຸມວິສາມັນຂອງລັດຖະບານປະຈໍາເດືອນກັນຍາ 2016 ໄດ້ຈັດຂຶ້ນໃນວັນທີ 26 ກັນ ຍານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ທັງເປັນປະທານກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ແລະ ມີບັນດາສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຊີ້ນໍາໃຫ້ກະຊວງປ້ອງກັນປະເທດ , ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ແຜນການ ແລະ ການລົງທຶນ, ອຸດສະຫະກໍາ ແລະ ການຄ້າ, ການຕ່າງ ປະເທດ, ພະລັງງານ ແລະ ບໍ່ແຮ່, ກະຊິກໍາ-ປ່າໄມ້, ສາທາລະນະສຸກ ແລະ
ຂະແໜງການອື່ນໆ ເອົາ ໃຈໃສ່ວຽກງານຈຸດສຸມຈໍານວນໜຶ່ງທີ່ນອນໃນຄວາມຮັບພິຊອບຂອງແຕ່ລະພາກສ່ວນໃຫ້ໄດ້ຮັບຜົນດີຄື: ເພີ່ມທະວີເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ເປັນຕົ້ນ: ການປຸ້ນຈີ້-ຊິງຊັບ, ບັນຫາຢາເສບຕິດ ແລະ ແກ້ໄຂບັນຫາອຸປະຕິເຫດບົນທ້ອງຖະໜົນໃຫ້ຫລຸດລົງ, ກະກຽມບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 9 ເດືອນ, ແຜນຄາດຄະເນໝົດສົກປີ 2015-2016 ແລະ ແຜນການປະຈໍາປີ 2017 ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ VIII ໃນທ້າຍເດືອນຕຸລານີ້, ກະກຽມບົດລາຍງານຜົນການຈັດຕັ້ງປະຕິບັດມາດຕະ ການປະຢັດຂອງລັດຖະບານໃນໄລຍະຜ່ານມາ ແລະ ແຜນການປັບປຸງໃນຕໍ່ໜ້າ , ກະກຽມບົດລາຍງານໂຄງການກໍ່ສ້າງລະບົບສາງ ແລະ ທໍ່ສົ່ງນໍ້າມັນແຕ່ທ່າເຮືອຮອນລາຫາສົ້ນຂົວນໍ້າຂອງແຂວງຄໍາມ່ວນ ເພື່ອລາຍງານກອງປະຊຸມກົມການເມືອງສູນກາງພັກໃນເດືອນຕຸລານີ້, ສະຫລຸບລາຍງານຜົນກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຜ່ານມາ, ຕິດຕາມສະພາບໄພນໍ້າຖ້ວມ, ພື້ນຖານການຜະລິດ ແລະ ເຮືອນຊານປະຊາຊົນຢູ່ບັນດາແຂວງທີ່ໄດ້ຮັບຜົນກະທົບ ແລະ ລົງຊ່ວຍທ້ອງ ຖິ່ນແກ້ໄຂໃຫ້ທັນເວລາ, ຊ່ວຍໃຫ້ປະຊາຊົນມີຊິວີດການເປັນຢູ່ດີຂຶ້ນ, ແກ້ໄຂບັນຫາການຂາດອາຫານ ແລະ ຢາປົວພະຍາດຕິດແປດຕ່າງໆ, ໃຫ້ມີມາດຕະການເຂັ້ມງວດໃນການສະກັດກັ້ນ ແລະ ແກ້ໄຂບັນຫາເງິນປອມທີ່ພວມເກີດມີແຜ່ຫລາຍ ແລະ ເຕືອນໃຫ້ທົ່ວສັງຄົມມີສະຕິລະວັງຕົວຕໍ່ສະພາບດັ່ງກ່າວ, ຕິດຕາມເຝົ້າລະວັງພະຍາດຕິດຕໍ່ ເປັນຕົ້ນພະຍາດຊີກາທີ່ພວມລະບາດຢູ່ບັນດາປະເທດອາຊຽນ ແລະ ໃຫ້ຂະແໜງການຕ່າງກະກຽມຂໍ້ມູນເພື່ອຕອບຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ. 

No comments:

Post a Comment