Ad

Ad

29 September 2016

ຈະສາມາດຈັບຕົວກຸ່ມຄົນຮ້າຍຊາວຕ່າງຊາດລັກຊັບພົນລະເມືອງມາດໍາເນີນຄະດີໄວໆນີ້

            ທ່ານພັນໂທ ສຸກພະຈັນ ບຸດດາຄໍາ ຫົວໜ້າຫ້ອງຕໍາຫລວດກອງບັນຊາການ ປກສ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນໄດ້ຈັດກໍາລັງເຈົ້າໜ້າທີ່ລົງຕິດຕາມກຸ່ມຄົນຮ້າຍຊາວຕ່າງປະເທດທີ່ລັກຊັບພົນລະເມືອງຢູ່ຕໍ່ໜ້າທະນາຄານອິນດູຈີນ, ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ພາຍຫລັງຮູ້ຂໍ້ມູນ ແລະ ການເຄື່ອນໄຫວຂອງກຸ່ມຄົນຮ້າຍດັ່ງກ່າວແລ້ວ ແລະ ຄາດວ່າຈະສາມາດຈັບຕົວໄດ້ໃນໄວໆນີ້.
            ທ່ານຫົວໜ້າຫ້ອງຕໍາຫລວດ ກ່າວວ່າ: ເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 14:00
ໂມງຂອງວັນທີ 28 ກັນຍານີ້, ໂດຍມີຄົນຕ່າງຊາດປະມານ 3-4 ຄົນໄດ້ຮ່ວມກັນລັກເງິນສົດຈໍານວນ 35.651 ໂດລາສະຫະລັດຢູ່ໃນລົດຈິບຄັນໜຶ່ງທີ່ຈອດຢູ່ຕໍ່ໜ້າທະນາຄານອິນດູຈີນ, ເຊິ່ງແມ່ນລົດຂອງບໍລິສັດຂົນສົ່ງແຫ່ງໜຶ່ງໃນນະຄອນຫລວງວຽງຈັນ ທີ່ໃຫ້ພະນັກງານຂອງຕົນສອງຄົນເປັນຍິງ ແລະ ຊາຍໜຶ່ງຄົນ ຂັບມາຖອນເອົາເງິນຢູ່ທະນາຄານດັ່ງກ່າວ.
            ຜ່ານການລົງກວດກາສະຖານທີ່ເກີດເຫດ ແລະ ເບິ່ງພາບຈາກກ້ອງວົງຈອນປິດຢູ່ໃກ້ຄຽງຫລາຍຈຸດເຫັນວ່າຄົນຮ້າຍມີທັງໝົດ 4 ຄົນ, ໂດຍນໍາໃຊ້ລົດກະບະຍີຫໍ້ຟອດທີ່ເຊົ່າມາຈາກບໍລິສັດເຊົ່າລົດແຫ່ງໜຶ່ງຢູ່ບ້ານຊຽງຢືນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ເຊິ່ງພວກເຂົາໄດ້ມີການວາງແຜນມາເປັນຢ່າງດີໃນການລົງມືກໍເຫດເທື່ອນີ້ຄື: ມີຜູ້ຊີ້ເປົ້າໝາຍເຫຍື່ອ, ມີຜູ້ເຂົ້າໄປຕິດຕາມເບິ່ງເຫຍື່ອໃນທະນາຄານ, ມີຜູ້ໃຊ້ຂອງມີຄົມປາດຕີນລົດຂອງເຫຍື່ອໃຫ້ລົມຮົ່ວເພື່ອເຮັດໃຫ້ເຫຍື່ອລົງຈາກລົດ ແລະ ມີອີກຄົນກໍໄດ້ຂັບລົດກະບະເຂົ້າມາຫາເຫຍື່ອແລ້ວທໍາທ່າຖາມນັ້ນຖາມນີ້ເພື່ອບ່າຍບຽງຄວາມສົນໃຈຂອງເຫຍື່ອ ແລະ ຜູ້ຄົນຢູ່ບໍລິເວນໃກ້ຄຽງ, ກ່ອນຈະມີອີກຄົນມາໄຂປະຕູດ້ານໜຶ່ງເພື່ອ
ລັກເອົາເງິນໃນລົດແລ້ວພວກເຂົາກໍຂຶ້ນລົດໜີໄປ, ຫລັງຈາກນັ້ນພວກເຂົາໄດ້ເອົາລົດທີ່ເຊົ່າໄປຈອດຖີ້ມໄວ້ທາງເຂົ້າຫ້ອງການບ້ານໜອງຈັນ, ເມືອງສີສັດຕະນາກ.

             ທ່ານຫົວໜ້າຫ້ອງຕໍາຫລວດ ໃຫ້ຮູ້ວ່າ: ຄົນຮ້າຍກຸ່ມນີ້ເປັນຄົນປະເທດໂກລົມບີ, ສາມາດຮູ້ຊື່ແລ້ວ 3 ຄົນ, ຊຶ່ງພວກເຂົາໄດ້ເດີນທາງເຂົ້າມາລາວດ້ວຍຖ້ຽວບິນຄຸນໝິງ-ວຽງຈັນ ຜ່ານສະໜາມບິນວັດໄຕໃນເວລາ 12:30ໂມງຂອງວັນທີ 27 ກັນຍານີ້, ປັດຈຸບັນໄດ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງ ແລະ ບັນດາດ່ານຕ່າງໆໃນຂອບເຂດທົ່ວປະເທດໃຫ້ຕິດຕາມກຸ່ມຄົນຮ້າຍດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ແລະ ເຊິ່ງຄາດວ່າຈະສາມາດຈັບຕົວມາດໍາເນີນຄະດີໄດ້ໃນໄວໆນີ້.

No comments:

Post a Comment