Ad

Ad

26 September 2016

ສປປ ລາວ ເປັນປະທານກອງປະຊຸມລະຫວ່າງບັນດາລັດຖະມົນຕີການຕ່າງປະເທດອາຊຽນກັບ ເລຂາທິການໃຫຍ່ອົງການສະຫະປະຊາຊາດ

   ໃນວັນທີ 22 ກັນຍາ 2016, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສ ປປ ລາວ ໄດ້ເປັນປະທານກອງປະຊຸມລະຫວ່າງບັນດາລັດຖະມົນຕີຕ່າງປະເທດອາຊຽນກັບເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ປະທານກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 71, ຊຶ່ງໄດ້ຈັດຂຶ້ນຢູ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດທີ່ນີວຍອກ, ສະ ຫະລັດອາເມລິກາ.
             ໃນກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ປືກສາຫາລືກ່ຽວກັບການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດຄັ້ງທີ 8, ຊຶ່ງໄດ້ຈັດຂຶ້ນໃນວັນທີ 7 ກັນຍາ 2016 ຜ່ານມາທີ່
ສປປ ລາວ, ກໍຄືທິດທາງໃນການຮັດແໜ້ນການຮ່ວມມືອາຊຽນ-ສປຊ ໃນຕໍ່ໜ້າ, ໃນນັ້ນ ໄດ້ອອກຖະ ແຫລງຂ່າວຮ່ວມໂດຍຢໍ້າຄືນຄວາມໝາຍໝັ້ນຂອງທັງສອງຝ່າຍທີ່ຈະເພີ່ມທະວີການ
ຮ່ວມມືເພື່ອ ຈັດຕັ້ງປະຕິບັດຄໍາຕົກລົງຂອງກອງປະຊຸມສຸດຍອດຂ້າງເທິງ ແລະ ບັນດາກິດຈະກໍາຮ່ວມມືພາຍໃຕ້ແຜນປະຕິບັດງານອາຊຽນ-ສປຊ ໄລຍະປີ 2016-2020 ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງຜັນຂະຫຍາຍວິໄສທັດອາຊຽນ 2025 ແລະ 2030 ຂອງສະຫະປະຊາຊາດກ່ຽວກັບການພັດ ທະນາແບບຍືນຍົງແນໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນກໍຄືໃນໂລກ.

             ນອກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາຕ່າງໆທີ່ພວມເກີດຂຶ້ນຢູ່ໃນພາກພື້ນ ແລະ ໃນໂລກ ເປັນຕົ້ນແມ່ນບັນຫາການກໍ່ການຮ້າຍ, ອາຊະຍາກໍາຂ້າມຊາດ, ການປ່ຽນ ແປງດິນຟ້າອາກາດ, ໄພພິບັດທໍາມະຊາດ, ພະຍາດລະບາດ ແລະ ບັນຫາອື່ນໆ ທີ່ມີຄວາມເປັນຫວ່ງຮ່ວມກັນ.  

No comments:

Post a Comment