Ad

Ad

26 September 2016

ນັກສຶກສາລາວ 87 ຄົນໄດ້ຮັບທຶນໄປສຶກສາຕໍ່ທີ່ສະຫະພັນຣັດເຊຍ

           ລັດຖະບານສະຫະພັນຣັດເຊຍ, ໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວ ຈໍານວນ 87 ຄົນ, ຊຶ່ງປະກອບມີປະລິນຍາເອກ 1 ທຶນ, ປະລິນຍາໂທ 7 ແລະ ປະລິນຍາຕີ 79 ທຶນໄປສຶກສາໃນຫລາຍສາຂາວິຊາເຊັ່ນ: ເຕັກໂນໂລຊີຂໍ້ມູນຂ່າວສານ (IT), ວິສະວະກໍາພະລັງງານໄຟຟ້າ, ແພດສາດ, ກະສີກໍາ ແລະ ປ່າໄມ້, ການພົວພັນການຕ່າງປະເທດ, ເສດຖະກິດສາກົນ, ການເງິນ ແລະ ທະນາຄານ, ການບໍລິຫານລັດ, ການປົກຄອງ, ການທ່ອງທ່ຽວ ແລະ ການບໍລິການໃນສົກຮຽນປີນີ້.
            ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ທີ່ສະຖານທູດຣັດເຊຍປະຈໍາ ລາວ, ໂດຍມີທ່ານ
ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ມິຄາອິວ ບາ ຣານອບ (Mikhail BARANOV) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສະຫະພັນ ຣັດເຊຍ ປະຈໍາລາວ ແລະ ນັກສຶກສາທີ່ໄດ້ຮັບທຶນ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນຈໍານວນຫລາຍ.
             ທ່ານເອກອັກຄະລັດຖະທູດສະຫະພັນຣັດເຊຍ ກ່າວວ່າ: ສໍາລັບທຶນການສຶກສາທີ່ລັດຖະ ບານຣັດເຊຍສະໜອງແກ່ລາວເຫັນວ່າມີຈໍານວນເພີ່ມຂຶ້ນໃນແຕ່ລະປີ ເຊັ່ນ: ປີ 2014 ມີ 25 ຄົນ ແລະ ປີ 2015 ມີຈໍານວນ 38 ຄົນ ແລະ ປີນີ້ມີທັງໝົດ 87 ຄົນ ແລະ ຖືວ່າຫລາຍກວ່າໝູ່ໃນໄລຍະ 25 ປີຜ່ານມາທີ່ຣັດເຊຍໄດ້ຈັດສັນໃຫ້ແກ່ລາວ.

            ປັດຈຸບັນ ຣັດເຊຍ ແລະ ລາວ ໄດ້ມີຜົນສໍາເລັດກ່ຽວກັບການຮ່ວມມືໃນຂົງເຂດການສຶກສາມີຫລາຍກວ່າ 8 ພັນໃບປະກາດສະນີຍະບັດທີ່ນັກສຶກສາລາວໄດ້ຈົບຈາກສະຖາບັນຕ່່າງໆຈາກປະເທດຮັດເຊຍ, ເຊິ່ງເປັນສິ່ງຢັ້ງຢືນທີ່ສໍາຄັນເຖິງການພົວພັນມິດຕະພາບຣັດເຊຍ-ລາວ ແລະ ເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອລະຫວ່າງສອງຊາດຣັດເຊຍ-ລາວ, ລາວ-ຣັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

No comments:

Post a Comment