Ad

Ad

26 September 2016

ແຂ່ງຂັນຄະນິດຄິດໄວຊິງແຊ້ມວຽງຈັນ ຄັ້ງທີ II

          ສູນຄະນິດຄິດໄວ ສະມາດແມ໊ດ ( Smart math ) ພະແນກສຶກສາທິການ ແລະ ກິລາ ນະ ຄອນຫຼວງ ໄດ້ຈັດການແຂ່ງຂັນຄະນິດຄິດໄວຊິງແຊ້ມວຽງຈັນ ຄັ້ງທີ II, ຂຶ້ນໃນວັນທີ 25 ກັນຍານີ້, ເພື່ອໃຫ້ເຍົາວະຊົນລາວໄດ້ມີເວທີ ແລະ ມີໂອ ກາດແລກປ່ຽນຄວາມຮູ້ຄວາມສາມາດທາງຄະນິດສາດ ແລະ ທັກສະການ ຄຳນວນເລກ ທັງເປັນການພັດທະນາສັກກາຍະພາບຂອງເຍົາວະຊົນລາວໃຫ້ເທົ່າ ທຽບກັບບັນດາປະເທດອາຊຽນ ກໍຄືສາກົນເທື່ອລະກ້າວ.

          ການແຂ່ງຂັນດັ່ງກ່າວ ໄດ້ວັດຄວາມສາມາດຂອງນັກຮຽນພາຍໃຕ້ການກົດດັນ ແລະ ເວລາທີ່ກຳນົດ, ໂດຍການແບ່ງເປັນ 3 ລະດັບຄື: ລະດັບ I ເອີ້ນວ່າ: ກຸ່ມ A ມີອາຍຸ 5-7 ປີ, ລະດັບ II, ເອີ້ນວ່າ: ກຸ່ມ B ມີອາຍຸ 7-11 ປີ ແລະ ລະດັບ III, ເອີ້ນວ່າ: ກຸ່ມ C ມີອາຍຸ 11-15 ປີ, ເຊິ່ງທຸກລະດັບການແຂ່ງຂັນຈະ ເຮັດຂໍ້ສອບທັງ 2 ປະເພດຄື: ຂໍ້ສອບຕາມໂຈດ ບວກ ແລະ ລົບ 4 ຊັ້ນ 2 ຫຼັກຈຳ ນວນ 100 ຂໍ້ 10 ນາທີ ແລະ ຂໍ້ສອບຕາມ ໂຈດບອກຄຳປາກເປົ່າບວກ ແລະ ລົບ 4 ຊັ້ນ 2 ຫຼັກຈໍານວນ 50 ຂໍ້ ແລ້ວຄັດເອົາຜູ້ທີ່ມີຄະແນນສູງສຸດ 1-3 ໃນແຕ່ລະລະດັບຜູ້ຊະນະເລີດທີ 1 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 6 ເດືອນ ເປັນມູນຄ່າ 3 ລ້ານກີບ, ທີ 2 ໄດ້ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 4 ເດືອນ ເປັນມູນຄ່າ 2 ລ້ານກີບ ແລະ ທີ 3 ຮັບຂັນລາງວັນ ແລະ ທຶນຮຽນສະມາດແມ໊ດ 2 ເດືອນ ເປັນມູນຄ່າ 1 ລ້ານກີບ ແລະ ຜູ້ເຂົ້າແຂ່ງຂັນທຸກຄົນແມ່ນໄດ້ຮັບຫຼຽນລາງວັນຊົມເຊີຍ ລວມມູນຄ່າ ລາງວັນທັງໝົດ 18 ລ້ານກີບ; ໃຫ້ກຽດມອບຂັນ ລາງວັນໂດຍທ່ານ ນາງ ຈິນດາ ພົນເຕຊາ ຜູ້ອໍານວຍ ການໂຮງຮຽນຊັບປັນຍາ ແລະ ທ່ານ ສຸລະໄຊ ຈົງຈິດໄພ ສານ ຜູ້ອໍານວຍການສູນ ຄະນິດຄິດໄວ.
          ຜົນການແຂ່ງຂັນຄັ້ງນີ້ ກຸ່ມ ອັນດັບທີໜຶ່ງແມ່ນນາງ ອານິດາ ທຳມະວົງ, ອັນດັບທີສອງ ນາງ ປາຄູນ ແສນມັງທອງ ແລະ ທ້າວ ຍອດໄຊ ພົງສີ ອັນດັບທີສາມ, ກຸ່ມ B ອັນດັບທີໜຶ່ງແມ່ນທ້າວ ທັດສະນະສິດ ພູສະຫວັນ, ອັນດັບທີສອງ ທ້າວ ພຸດທະວົງ ຄຳແກ້ວມະນີວົງ ແລະ ອັນດັບທີສາມ ທ້າວ ຍົດສະພົນ ມີໄຊ, ສ່ວນກຸ່ມ C ອັນດັບທີໜຶ່ງໄດ້ແກ່ທ້າວ ສິນໄຊ ຈັນທະວົງ, ອັນດັບທີສອງ ແມ່ນນາງ ທິດທິດາ ແສງມັງທອງ ແລະ ອັນດັບທີສາມ ແມ່ນນາງ ອາມອນລັດ ແສງມັງທອງ.

          ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອໍານວຍການສູນຄະນິດຄິດໄວ ສະມາດ ແມ໊ດ ກ່າວວ່າ: ການຈັດການແຂ່ງຂັນໃນຄັ້ງນີ້ແມ່ນເພື່ອໃຫ້ເຍົາວະຊົນຂອງລາວ ໄດ້ມີເວທີ ແລະ ໂອກາດໃນການສະແດງອອກໃນຄວາມສາມາດທາງຄະນິດ ສາດ ແລະ ທັກສະການຄິດຄຳນວນຄືກັນກັບການຫຼີ້ນກິລາເມື່ອໄດ້ຮຽນ ແລະ ໄດ້ຝຶກແລ້ວກໍມີໂອກາດໃນການແຂ່ງ ເພື່ອຫາປະສົບການເພີ່ມເຕີມຈາກການແຂ່ງຂັນ ເຊັ່ນ: ການຈັດກິດຈະກຳ; ໄດ້ມີໂອກາດໃນການແຂ່ງຂັນແລກປ່ຽນປະສົບການເຊິ່ງກັນ ແລະ ກັນ ເພື່ອພັດທະນາຄວາມຮູ້ຄວາມສາມາດທາງຄະນິດສາດໃຫ້ຫຼາຍຂຶ້ນເພື່ອເປັນກຳລັງສຳຄັນຂອງປະເທດໃນອະນາຄົດຕໍ່ໄປທັງເປັນການສົ່ງເສີມ ແລະ ການກະຕຸ້ນໃຫ້ເຍົາວະຊົນມີຄວາມສົນໃຈ ແລະ ເຫັນເຖິງຄວາມສຳຄັນຂອງຄະນິດສາດ ເຊິ່ງເປັນວິຊາທີເປັນຕົວຊີ້ວັດໄອຄິວຂອງສະໝອງ ແລະ ຍັງເຮັດໃຫ້ເຍົາວະຊົນໃຫ້ມີການພັດທະນາທັກສະໃສ່ໃຈ ແລະ ຮັກໃນການຮຽນຄະນິດສາດຫຼາຍຂຶ້ນ.     

No comments:

Post a Comment