Ad

Ad

26 September 2016

ສະຫະລັດອາເມລິກາສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການເປັນເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນຂອງລາວ

             ຕອນເຊົ້າຂອງວັນທີ 21 ກັນຍາ 2016, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດແຫ່ງ ສປປ ລາວ, ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ຂອງອົງ ການສະຫະປະຊາຊາດ (ສປຊ) ທີ່ນິວຢອກ, ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ດານຽວ ຣັດແຊລ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ຢູ່ສໍານັກງານຜູ້ຕາງໜ້າ
ຖາວອນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາອົງການສະຫະປະຊາຊາດທີ່ນິວຍອກ.

             ໃນໂອກາດດັ່ງກ່າວ, ທ່ານ ດານຽວ ຣັດແຊລ ໄດ້ນໍາເອົາຄວາມຂອບໃຈຈາກທ່ານປະທາ ນາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ມາຍັງລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ໃຫ້ ການຕ້ອນຮັບຢ່າງອົບອຸ່ນໃນໂອກາດທີ່ເດີນທາງຢ້ຽມຢາມລັດຖະກິດຢູ່ ສປປ ລາວ, ຊຶ່ງທ່ານ ບາຣັກ ໂອບາມາ ມີຄວາມປະທັບໃຈ, ເພິ່ງພໍໃຈຫລາຍ ແລະ ສະແດງຄວາມຕັ້ງໃຈທີ່ຈະກັບຄືນໄປທ່ອງທ່ຽວ ສປປ ລາວໃນອານາຄົດ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ກໍຄືບົດບາດຂອງ ສປປ ລາວ ໃນການເປັນປະທານອາຊຽນ. ນອກຈາກນີ້, ກໍເພື່ອປືກສາຫາລືກ່ຽວກັບການຮ່ວມມືເພື່ອຜັນຂະຫຍາຍຜົນຂອງການຢ້ຽມຢາມດັ່ງກ່າວໃຫ້ປະກົດຜົນເປັນຈິງ.

           ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອຂອງສະຫະລັດ ອາເມລິກາ ໃນຫລາຍດ້ານ, ໂດຍສະເພາະການເພີ່ມທຶນຊ່ວຍເຫລືອເຂົ້າໃນວຽກງານເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ສະໄໝສົງຄາມທີ່ເປັນອຸປະສັກອັນໃຫຍ່ຫລວງອັນໜຶ່ງໃນການພັດທະນາເສດຖະກິດຢູ່ ສປປ ລາວ.

No comments:

Post a Comment