Ad

Ad

26 September 2016

ລັດບໍ່ອະນຸຍາດໃຫ້ຂື້ນຄ່າຮຽນໃດໆ


         ພາຍຫຼັງສົກຮຽນໃໝ່ 20162017, ໄດ້ເປີດຂຶ້ນຢ່າງເປັນທາງການໃນທົ່ວປະເທດແລ້ວເຫັນວ່າບັນຍາກາດການຮຽນ-ການສອນໄດ້ດຳເນີນໄປຢ່າງຟົດຟື້ນ, ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ, ບັນດາໂຮງຮຽນ ແລະ ສະຖາບັນການສືກສາຕ່າງໆທັງພາກລັດ ແລະ ເອກະຊົນຕ່າງໆກໍເລີ່ມເຂົ້າຮຽນເປັນປົກກະຕິ ແລະ ກໍເປັນທີ່ເພີງພໍໃຈຂອງນັກຮຽນ ແລະ ຜູ້ປົກຄອງທີ່ກະຊວງສຶກສາທິການ ແລະ ກິລາ ຍັງບໍ່ມີແຈ້ງການອະນຸມັດໃຫ້ໂຮງຮຽນໃດນັບທັງພາກລັດ ແລະ ເອກະຊົນຂື້ນຄ່າຮຽນແຕ່ຢ່າງໃດ ແລະ ໃຫ້ປະຕິບັດຕາມອັດຕາເກົ່າຂອງປີຜ່ານມາ, ໂດຍສະເພາະໂຮງຮຽນພາກເອ ກະຊົນແມ່ນໄດ້ວາງເພດານການເກັບຄ່າຮຽນໄວ້ຢ່າງລະອຽດຄື: ໂຮງລ້ຽງເດັກເກັບບໍ່ໃຫ້ເກີນ 190 ພັນກີບຕໍ່ຄົນຕໍ່ເດືອນ, ໂຮງຮຽນ
ອະນຸບານເກັບບໍ່ໃຫ້ເກີນ 140 ພັນກີບຕໍ່ຄົນຕໍ່ເດືອນ, ຊັ້ນປະຖົມບໍ່ໃຫ້ເກີນ 110 ພັນກີບຕໍ່ຄົນຕໍ່ເດືອນ, ຊັ້ນມັດທະຍົມຕົ້ນບໍ່ໃຫ້ເກີນ 120 ພັນກີບຕໍ່ຄົນຕໍ່ເດືອນ, ຊັ້ນມັດທະ ຍົມປາຍບໍ່ໃຫ້ເກີນ 140 ພັນກີບຕໍ່ຄົນຕໍ່ເດືອນ,ຈຳນວນເງິນດັ່ງກ່າວແມ່ນສະເພາະແຕ່ຄ່າຮຽນ. ເຖິງຢ່າງໃດກໍຕາມຖ້າຫາກພົບວ່າໂຮງຮຽນໃດຂື້ນຄ່າຮຽນຕາມລຳພັງໃຈໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງແມ່ນຈະຖືກດຳເນີນມາດຕະການຕາມກົດລະບຽບ ແລະ ຂໍ້ກຳນົດທີ່ພາກສ່ວນກ່ຽວຂ້ອງວາງອອກ. ຜູ້ປົກຄອງນັກຮຽນຫຼາຍຄົນຕ່າງກໍ່ບອກວ່າ: ເຂົາເຈົ້າຕ່າງກໍເພີງພໍໃຈທີ່ພາກລັດບໍ່ອະນຸຍາດໃຫ້ຂື້ນຄ່າຮຽນ, ເພາະຈະເປັນໂອກາດຜູ້ທຸກຍາກຂາດເຂີນກໍຄືລູກຫຼານຜູ້ທີ່ຫາເຊົ້າກິນຄ້ຳໄດ້ມີໂອກາດເຂົ້າຮຽນຫຼາຍຂຶ້ນ.

No comments:

Post a Comment