Ad

Ad

19 September 2016

ອິນເດຍໃນສັກກະລາດແຫ່ງການພັດທະນາ ( ຄໍລຳ ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ
              ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ບັນດາກອງປະຊຸມປິ່ນອ້ອມ ໄດ້ສຳເລັດລົງດ້ວຍຜົນສຳເລັດລະດັບຍົກໂປ້, ແຕ່ຄວັນຫລົງ ແລະ ກິ່ນເຫລືອຂອງເຫດການດັ່ງກ່າວຍັງປິວສະບັດກວັດແກ່ວງຢູ່ໃນຄວາມຊົງຈຳຂອງຄົນລາວ, ຄົນນະຄອນຫລວງວຽງຈັນ ກໍຄືຜູ້ແທນກອງປະຊຸມຈາກບັນດາປະເທດຄອບຄົວໃຫຍ່ອາຊຽນ ແລະ ພາຍນອກ ຈຸດສົນໃຈສຳຄັນໜຶ່ງທີ່ຜູ້ຂຽນຢາກບິແບ່ງກັບທ່ານຜູ້ອ່ານໃນວັນນີ້ ກໍຄືຊີວະປະຫວັດ ແລະ ຜົນງານຂອງຜູ້ນຳບາງປະເທດທີ່ໄດ້ຮັບການເຜີຍແຜ່ຜ່ານສື່ມວນຊົນລາວພວກເຮົາ. ສຳລັບບົດນີ້ຂໍຍົກສະເພາະບາງຜົນງານທີ່ໜ້າຊື່ນຊົມ ແລະ ຄວນເບິ່ງໄວ້ເປັນບົດຮຽນຂອງທ່ານ ນາເຣັນດຼາໂມດີ ນາຍົກລັດຖະມົນຕີອິນເດຍ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານໄດ້ຂຶ້ນເປັນນາຍົກອິນເດຍໃນວັນທີ 26 ເດືອນພຶດສະພາ ປີ 2014 (ເປັນເວລາສອງປີເສດໆ) ພໍຕົກມາຮອດວັນທີ 25 ເດືອນກັນຍາ ປີດຽວກັນນັ້ນ ທ່ານກໍໄດ້ດຳເນີນຍຸດທະສາດການພັດທະນາຄັ້ງສຳຄັນ ເພື່ອຂັບເຄື່ອນ
ການພັດທະນາເສດຖະກິດ-ສັງຄົມແບບບໍ່ເຄີຍມີມາກ່ອນ ເຊິ່ງປະກອບດ້ວຍຂໍ້ລິເລີ່ມໃໝ່ໆ 29 ຂໍ້, ບໍ່ນັບສ່ວນທີ່ແຕກອອກເປັນໂຄງການປີກຍ່ອຍ. ຜູ້ຂຽນຂໍຍົກສະ ເພາະຂໍ້ລິເລີ່ມຂອງທ່ານນາຍົກ ໂມດີ ເພື່ອຊ່ວຍຄົນທຸກຍາກ, ການຮັບປະກັນສິດທິ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ ກໍຄືຂໍ້ລິເລີ່ມ ອິນເດຍສະອາດດັ່ງລຸ່ມນີ້:
     1. ຂໍ້ລິເລີ່ມ ອາວາສໂຢຈານາ (Awas Yojana) ກຳນົດເປົ້າໝາຍຮັບປະກັນໃຫ້ຄົນອິນເດຍທຸກຄົນມີເຮືອນຢູ່ເປັນຂອງຕົນເອງພາຍໃນປີ 2022 ໂດຍໄດ້ດຳເນີນໂຄງການສະໜອງທີ່ພັກພາອາໄສລາຄາຖືກ.
     2. ຂໍ້ລິເລີ່ມ ມູດຼາແບງໂຢຈານາ (MUDRA Bank Yojana) ເພື່ອພັດທະນາເຄືອຂ່າຍທະ ນາຄານຊ່ວຍໃຫ້ປະຊາຊົນຢູ່ຊົນນະບົດມີບັນຊີທະນາຄານ, ສາມາດກູ້ຢືມເງິນ ແລະ ມີເງິນປະກັນໄພ.
     3. ຈັດຕັ້ງການສຳມະນາສຶກສາ ແລະ ສ້າງແຜນການລະບົບສະຫວັດດີການຂອງປະຊາຊົນ ແລະ ສະໜອງຄວາມຕ້ອງການອັນຈຳເປັນຂອງປະຊາຊົນຜູ້ທຸກຍາກ.
     4. ຊຸກຍູ້ ແລະ ອະນຸຍາດໃຫ້ຜູ້ເປັນພໍ່-ແມ່ເປີດບັນຊີເງິນຝາກປະຢັດສຳລັບເດັກຍິງອາຍຸຕໍ່າກວ່າ 10 ປີ ຈົນຮອດເວລາເດັກຍິງມີອາຍຸຮອດ 21 ປີ.
     5. ຂໍ້ລິເລີ່ມ ສະແຕນອັບອິນເດຍໂລນສະກີມ (Stand up India Loan Scheme) ແມ່ນໂຄງການສົ່ງເສີມບົດບາດຂອງແມ່ຍິງໃນການດຳເນີນທຸລະກິດ ໂດຍການສະໜອງທຶນຮອນໃຫ້ພວກເຂົາເຈົ້າ.
     6. ຂໍ້ລິເລີ່ມ ເບຕີ ບັດຈາວ ເບຕີ ປັດທາວ (Beti Batchao Beti Padhao) ໂຄງການສົ່ງເສີມໃຫ້ແມ່ຍິງມີອຳນາດຕັດສິນບັນຫາຕ່າງໆ ແນໃສ່ຮັບປະກັນອະນາຄົດທີ່ດີກວ່າຂອງພວກເຂົາເຈົ້າ.

     ສຳລັບດ້ານຄວາມສະອາດນັ້ນ, ທ່ານນາຍົກ ໂມດີ ໄດ້ຈ້ອນແຂນເສື້ອນຳພາຂະບວນເຮັດອະນາ ໄມສະຖານທີ່ຕ່າງໆໃນນະຄອນຫລວງນິວເດລີ ເຊິ່ງໄດ້ກາຍເປັນຂ່າວໂດ່ງດັງກ່ຽວກັບຄວາມຈິງຈັງຂອງທ່ານໃນບັນຫາຄວາມສະອາດ. ໂຄງການ ອິນເດຍສະອາດນີ້ ມີຊື່ວ່າ ສະຫວັດພາຣັດ” (Swach Bharat) ໂດຍມີເປົ້າໝາຍຮັບປະກັນຄວາມສະອາດໃນທົ່ວປະເທດ. ນອກຈາກນັ້ນ ກໍຍັງມີຂໍ້ລິເລີ່ມ ນາມເມີ ກັນຈາ (Namami Ganja) ເພື່ອບຸກທະລຸເຮັດໃຫ້ແມ່ນ້ຳຄົງຄາສະອາດ ປາສະ ຈາກມົນລະພິດ. ແມ່ນ້ຳຄົງຄາເປັນສາຍນ້ຳທີ່ໃຫຍ່ທີ່ສຸດໃນອິນເດຍ, ສາຍນ້ຳແຫ່ງຈິດວິນຍານຂອງຊາວຮິນດູ, ສະໜອງນ້ຳໃຫ້ຊາວອິນເດຍຈຳນວນ 40% (ປະມານ 500 ລ້ານຄົນ) ໃນ 11 ລັດ. ຜ່ານມາສາຍນ້ຳແຫ່ງນີ້ໄດ້ຮັບຜົນກະທົບໜັກຈາກມົນລະພິດ ຍ້ອນຂາດມາດຕະການຄຸ້ມຄອງທີ່ດີ.

No comments:

Post a Comment