Ad

Ad

19 September 2016

ໂຮງຮຽນອິດສະເຕີນສະຕາຣ ເນັ້ນການສິດສອນມີຄຸນນະພາບ

          ໃນໂອກາດໄຂສົກຮຽນປີ 2016-2017 ນີ້, ທ່ານ ອັທເມດ ແພລທັຊ (Ahmet PEKTAS) ອຳນວຍການໂຮງຮຽນອິດສະເຕີນສະຕາຣ ໄດ້ໃຫ້ສຳພາດນັກຂ່າວພວກເຮົາເມື່ອວັນທີ 15 ກັນຍານີ້ວ່າ: ໂຮງຮຽນຂອງຕົນເປັນໂຮງຮຽນສອນສອງພາສາ (ລາວ-ອັງກິດ), ສຳລັບພາສາລາວແມ່ນນຳໃຊ້ຫລັກສູດຂອງກະຊວງສຶກສາທິການ ແລະ ກິລາ, ສ່ວນພາສາອັງກິດແມ່ນໃຊ້ຫລັກ ສູດແຄມບຣີຊ (Cambridge) ຂອງປະເທດສິງກະໂປ, ໂດຍມີຄູຕ່າງປະເທດ ແລະ ຄູຄົນລາວຮ່ວມກັນສິດສອນ ແຕ່ວັນຈັນ-ວັນສຸກ, ນັບແຕ່ 8:00-16:00 ໂມງ, ນອກຈາກນີ້ ຍັງມີການເຄື່ອນໄຫວກິດຈະກຳນອກຫລັກສູດອື່ນໆ. ສຳລັບສົກຮຽນນີ້ ໂຮງຮຽນຂອງພວກເຮົາ ແມ່ນໄດ້ມີການປັບປຸງກົດລະບຽບຂອງໂຮງຮຽນໃຫ້ດີກວ່າເກົ່າ, ປັບປຸງອາຄານສະຖານທີ່, ສະໜາມກິລາ, ບ່ອນນັ່ງພັກຜ່ອນຂອງນັກຮຽນ, ເຄື່ອງຫລີ້ນນັກຮຽນ, ມີ
ຕົ້ນໄມ້ໃຫ້ຮົ່ມ, ຕົ້ນໄມ້ປະດັບ ແລະ ອື່ນໆ ເພື່ອເປັນການອຳ ນວຍຄວາມສະດວກສະບາຍໃຫ້ກັບນັກຮຽນທີ່ມາຮຽນໃນໂຮງຮຽນຂອງພວກເຮົາ. ສຳລັບຄູ-ອາ ຈານ ແມ່ນໄດ້ສິດສອນຕາມຫລັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກຢ່າງເຂັ້ມງວດ, ໂດຍສະເພາະການພັດທະນາຄຸນນະ ພາບການຮຽນ-ການສອນ ສ້າງແນວຄິດການເມືອງໃຫ້ແກ່ຄູ-ອາຈານ, ສຶກສາແນວຄິດນັກຮຽນໃຫ້ມີຄຸນສົມບັດຕາມ 5 ຫລັກມູນຂອງການສຶກສາ, ຊຶ່ງສະແດງອອກໃຫ້ເຫັນວ່າ: ໂຮງຮຽນໄດ້ເຂົ້າຮ່ວມໂຄງການໂຮງຮຽນສີຂຽວສະອາດ, ສິ່ງແວດລ້ອມດີ, ມີຄຸນນະພາບ, ໂຮງຮຽນປອດຢາເສບຕິດ ແລະ ອື່ນໆ, ພ້ອມນີ້ ຍັງໄດ້ຄັດເລືອກນັກຮຽນຜູ້ທີ່ມີຜົນງານເດັ່ນແຕ່ລະວິຊາ ເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງຂັ້ນເມືອງ ແລະ ຂັ້ນນະຄອນຫລວງວຽງຈັນ, ນອກຈາກການຮຽນທີ່ມີຄຸນນະພາບແລ້ວ ທາງໂຮງຮຽນຍັງໄດ້ມີກິດຈະກຳນອກຫລັກສູດໃຫ້ນັກຮຽນຄື: ເຄື່ອນໄຫວກິລາເຕະບານ, ບານສົ່ງ, ບານບ້ວງ, ເຕັນນິສ, ຕີດອກປິກໄກ່, ຄອມພິວເຕີ, ສິນລະ ປະດົນຕີ, ຮ້ອງເພັງ, ຟ້ອນ ແລະ ອື່ນໆ.

          ທ່ານ ປະເສີດ ໄຊຍະມົງຄົນ ຮອງຜູ້ອຳນວຍການໂຮງຮຽນດັ່ງກ່າວ ໃຫ້ຮູ້ຕື່ມວ່າ: ໃນສົກຮຽນຜ່ານມາ, ໂຮງຮຽນຂອງຕົນໄດ້ເຂົ້າຮ່ວມແຂ່ງຂັນຜະລິດຫຸ່ນຍົນ ທີ່ປະເທດ ໂຣມາເນຍ ແລະ ໄດ້ຫລຽນທອງ, ເຂົ້າຮ່ວມແຂ່ງຂັນກິລາເຕະບານ ນານາຊາດ ທີ່ປະເທດໄທ ໄດ້ຮັບຂັນຊະນະເລີດ, ນອກນີ້ຍັງໄດ້ເຂົ້າຮ່ວມແຂ່ງຂັນຕອບຄຳຖາມວິທະຍາສາດ ນານາຊາດ ແລະ ອື່ນໆອີກຫລວງຫລາຍ, ປັດຈຸ ບັນໂຮງຮຽນຂອງພວກເຮົາ ຍັງໄດ້ຂະຫຍາຍສາຂາອອກໄປອີກ 2 ແຫ່ງຄື: ໂຮງຮຽນອະນຸບານ ອິດສະເຕີນ ສະຕາລ, ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ແມ່ນພວມປຸກສ້າງຫໍພັກໃຫ້ນັກຮຽນ ທີ່ມາຈາກຕ່າງແຂວງ ແລະ ໂຮງຮຽນນານາຊາດ ອິດສະເຕີນ ສະຕາລ, ຊັ້ນອະນຸ ບານ-ປະຖົມ ທີ່ເມືອງປາກເຊ ແຂວງຈຳປາສັກ.

No comments:

Post a Comment