Ad

Ad

19 September 2016

ນຳສະເໜີໝໍ້ຂາງໂກເຣຍ ຄິງ

    ນັບວ່າໄດ້ຮັບການຕອບຮັບດີພໍສົມຄວນສຳລັບຜະລິດຕະພັນໝໍ້ຂາງໂກເຣຍ ຄິງ (KOREA King), ພາຍຫລັງເປີດໂຕໃນວັນເສົຜ່ານມາພຽງມື້ດຽວກໍມີລູກຄ້າແຫ່ຊື້ເປັນຈຳນວນຫລາຍ ທັງຢູ່ສູນການຄ້າວຽງຈັນເຊັນເຕີ ແລະ ຮ້ານໄອໂມບາຍ ນະຄອນ ຫລວງວຽງຈັນ.
    ໝໍ້ຂາງໂກເຣຍ ຄິງ ເປັນຜະລິດຕະພັນຈາກ ສ.ເກົາຫລີ ແລະ ໄດ້ຮັບຄວາມນິຍົມຊົມໃຊ້ໃນຫລາຍປະເທດມາແລ້ວ, ໝໍ້ຂາງດັ່ງກ່າວມີຄຸນລັກສະນະພິເສດ ຄືສາມາດຈືນ, ຂົ້ວ, ແກງ ຫລື ເຮັດອາຫານໂດຍບໍ່ຕ້ອງໃຊ້ນ້ຳມັນ, ໃຊ້ໄດ້ທັງເຕົາແກັສ, ເຕົາຖ່ານ ໂດຍບໍ່ຕ້ອງເຮັດໄຟແຮງ ແລະ ສ່ວນການທຳຄວາມສະອາດກໍງ່າຍດາຍ ພຽງແຕ່ໃຊ້ຜ້ານຸ້ມ ຫລື ເຈ້ຍອະນາໄມເຊັດຖູເບົາໆ ກໍຖືວ່າແລ້ວ.

              ທ່ານ ວູດດີ້ ພິທີກອນຊື່ດັງຂອງປະເທດໄທ ທັງເປັນຜູ້ໂຄສະນາໃຫ້ກັບຜະລິດຕະພັນດັ່ງກ່າວ ໃຫ້ສຳພາດວ່າ: ຂ້າພະເຈົ້າມີຄວາມດີໃຈຫລາຍທີ່ເຫັນວ່າຜະລິດຕະພັນດັ່ງກ່າວໄດ້ຮັບຄວາມສົນໃຈຈາກປະຊາຊົນລາວ. ປັດຈຸບັນໝໍ້ຂາງຍີ່ຫໍ້ດັ່ງກ່າວພວມໄດ້ຮັບຄວາມນິຍົມໃຊ້ກັນໃນຫລາຍປະເທດ ເຊິ່ງມັນຖືກອອກແບບມາຢ່າງມີຄວາມທັນສະໄໝ ເພື່ອການປຸງແຕ່ງອາຫານໃຫ້ງ່າຍດາຍ, ປະຢັດເຊື້ອໄຟ ແລະ ປອດໄພຕໍ່ສຸຂະພາບອີກດ້ວຍ.

              ໝໍ້ຂາງໂກເລຍຄິງຖືກນຳເຂົ້າມາຈຳໜ່າຍຢູ່ລາວ ໂດຍບໍລິສັດສະຫຍາມອິນເຕີເນຊັນແນວ (ຮ້ານໄອໂມບາຍ) ແລະ ໃນອະນາຄົດອັນໃກ້ນີ້ ຈະໄດ້ມີການສົ່ງໄປຈຳໜ່າຍຢູ່ບັນດາແຂວງຕ່າງໆໃນທົ່ວປະເທດ ຫລື ສາມາດສັ່ງຈອງຜ່ານສູນບໍລິການຮ້ານໄອໂມບາຍ.

No comments:

Post a Comment