Ad

Ad

19 September 2016

ເຈົ້າຂອງຕະຫລາດຄຳສະຫວາດໜັກໃຈສ້າງແລ້ວບໍ່ມີແມ່ຄ້າເຂົ້າມາຂາຍເຄື່ອງ

               ທ່ານນາງ ຂວັນຕາ ລິດຕີ ເຈົ້າຂອງຕະຫລາດຄຳສະຫວາດ ເມືອງໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ໃຫ້ສຳພາດນັກຂ່າວພວກເຮົາເມື່ອບໍ່ດົນນີ້ວ່າ: ປັດຈຸບັນ ຕົນເອງແມ່ນມີຄວາມໜັກໃຈບໍ່ໜ້ອຍ, ພາຍຫລັງໄດ້ລົງທຶນໄປເປັນຈຳນວນຫລາຍ ເພື່ອສ້າງຕະຫລາດດັ່ງກ່າວແຕ່ປາກົດວ່າບໍ່ມີແມ່ຄ້າເຂົ້າມາຈັບຈອງຮ້ານຂາຍເຄື່ອງໃນຕະຫລາດຫລາຍ.

              ທ່ານນາງ ຂວັນຕາ ກ່າວວ່າ: ຕະຫລາດຄຳສະຫວາດເປັນຕະຫລາດໜຶ່ງທີ່ເລີ່ມໃຫ້ບໍລິການມາແຕ່ປີ 2009 ເບື້ອງຕົ້ນເປັນພຽງຕະຫລາດນ້ອຍ ແລະ ໄດ້ຂະຫຍັບຂະຫຍາຍມາເລື້ອຍໆ ແລະ ໄດ້ຂຶ້ນທະບຽນເປັນວິສາຫະກິດໃນປີ 2012, ມາຮອດປີ 2015 ອົງການປົກຄອງນະຄອນຫລວງວຽງຈັນໄດ້
ຕົກລົງມອບໃຫ້ຕະຫລາດຄຳສະຫວາດເປັນໜຶ່ງໃນຕະຫລາດທີ່ຮອງຮັບແມ່ຄ້າຈາກການຍົກ ຍ້າຍຂອງຕະຫລາດທາດຫລວງ ຍ້ອນເຫດຜົນດັ່ງກ່າວ ຕົນຈຶ່ງໄດ້ລົງທຶນຫລາຍກວ່າ 8 ຕື້ກີບ ເພື່ອປັບປຸງຕະຫລາດຄືນໃໝ່ ໂດຍການຂະຫຍາຍເນື້ອທີ່ໃຫ້ກວ້າງອອກປະມານ 2,5 ເຮັກຕາ, ປຸກສ້າງອາຄານ 3 ຫລັງ ທີ່ສາມາດຮອງຮັບຊາວຄ້າຂາຍໄດ້ຫລາຍກວ່າ 500 ຮ້ານ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານອື່ນໆ, ແຕ່ຜົນປາກົດວ່າພາຍຫລັງສ້າງສຳເລັດແລ້ວແມ່ນມີແມ່ຄ້າເຂົ້າມາຈັບ ຈອງພຽງແຕ່ 5% ຂອງຫ້ອງຂາຍສິນຄ້າທັງໝົດຂອງຕະຫລາດ. ສະນັ້ນ ເພື່ອແກ້ໄຂບັນຫາຄວາມເປົ່າຫວ່າງພາຍໃນຕະຫລາດຂອງຕົນ, ທ່ານນາງ ຂວັນຕາ ຈຶ່ງມີນະໂຍບາຍພິເສດຕໍ່ແມ່ຄ້າ ຄືຈະບໍ່ເກັບຄ່າເຊົ່າໃດໆໃນໄລຍະເບື້ອງຕົ້ນ.

No comments:

Post a Comment