Ad

Ad

19 September 2016

ການປັກດຳເຂົ້ານາປີປີນີ້ປະຕິບັດໄດ້ຫຼາຍກວ່າ 98%

            ກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການປັກດຳເຂົ້ານາປີປີນີ້ປະຕິບັດໄດ້ຫຼາຍກວ່າ 769 ພັນເຮັກຕາ, ກວມເອົາ 98 % ຂອງແຜນການວາງໄວ້,ອັນເນື່ອງມາຈາກບາງທ້ອງຖິ່ນໄດ້ຮັບຜົນກະທົບຈາກໄພທໍາມະຊາດກໍຄືໄພນ້ຳຖ້ວມ, ເຊິ່ງໄດ້ເຮັດໃຫ້ເນື້ອທີ່ການຜະລິດກໍຄືເນື້ືອທີ່ນາໄດ້ຮັບຜົນເສຍຫາຍກວ້າງຂວາງ,ເຖິງຢ່າງໃດກໍຕາມທຽບໃສ່ປີຜ່ານມາແລ້ວເຫັນວ່າການປັກດຳເຂົ້ານາປີປີນີ້ປະຕິບັດໄດ້ເພີ່ມຂື້ນ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳໄດ້ຫຼາຍກວ່າ 441 ພັນກວ່າເຮັກຕາ,ເທົ່າກັບ 97% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 221 ພັນກວ່າເຮັກຕາ,ເທົ່າກັບ 99%, ພາກເໜືອປະຕິບັດໄດ້ 106 ພັນກວ່າເຮັກຕາເທົ່າກັບ 97% ຊຶ່ງມາຮອດດຽວນີ້ຊາວກະສິກອນສ່ວນໃຫຍ່ແມ່ນ
ຢຸດເຊົ່າການປັກດຳແລ້ວ,, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ແຕ່ລະທ້ອງຖິ່ນແມ່ນໄດ້ສົ່ງພະນັກງານວິຊາການຕົນລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນດ້ວຍການແນະນຳໃຫ້ຊາວກະສິກອນເອົາໃຈໃສ່ບົວລະບັດຮັກສາເຂົ້ານາຂອງຕົນໃຫ້ດີດ້ວຍການໃສ່ຝຸ່ນ ແລະ ເສຍຫຍ້າ,ສີດຢາປ້ອງກັນສັດຕູພືດທຳລາຍ,ເພື່ອຍົກສະມັດຕະພາບການຜະລິດໃຫ້ໄດ້ຫລາຍ, ສ່ວນການປູກພືດລະດູຝົນມາຮອດປັດຈຸບັນສາມາດປະຕິບັດໄດ້ຫຼາຍກວ່າ 462 ພັນເຮັກຕາ,ເທົ່າກັບ 80 % ຂອງເນື້ອທີ່ແຜນການ.

No comments:

Post a Comment