Ad

Ad

19 September 2016

ນັກສຶກສາສະຫວັນນະເຂດຮຽນຮູ້ບົດບາດຂອງ ສປປ ລາວ ແລະ ສະຫະພາບເອີຣົບໃນຂອບອາເຊັມ.

           ກົມເສດຖະກິດ, ກະຊວງການຕ່າງປະເທດຮ່ວມກັບສຳນັກ ງານຕາງໜ້າສະຫະພາບເອີຣົບປະຈຳລາວ, ໄດ້ຈັດສຳມະນາເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເວທີກອງປະຊຸມອາຊີ-ເອີຣົບ (ອາເຊັມ) ແລະ ບົດບາດຂອງ ສປປ ລາວ ແລະ ສະຫະພາບເອີຣົບໃນຂະບວນການອາເຊັມສຳລັບພະນັກງານ ແລະ ນັກສຶກສາຂອງວິທະຍາໄລສ້າງຄູສະຫວັນນະເຂດ, ໂດຍການເປັນປະທານຂອງທ່ານຫົວໜ້າກົມເສດຖະກິດກະຊວງການຕ່າງປະເທດ ສົງການ ຫຼວງມຸນິນ ແລະ ທ່ານເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ລີອ໋ອນ ຟາແບກ.
            ສຳມະນາດັ່ງກ່າວແມ່ນໜຶ່ງໃນຫຼາຍກິດຈະກຳທີ່ຈັດຂຶ້ນໃນປີນີ້ ເພື່ອສະເຫຼີມສະຫຼອງຄົບຮອບ 20 ປີການສ້າງຕັ້ງອາເຊັມພາຍໃຕ້ຄຳຂັວນ:20 ປີຂອງອາເຊັມ ການຮ່ວມມືເພື່ອອະນາຄົດໂດຍຜ່ານການເຊື່ອມສານ ”. ໂດຍມີເປົ້າໝາຍ ຍົກສູງຄວາມຮັບຮູ້ຂອງປະຊາຊົນກ່ຽວກັບຄວາມສຳຄັນຂອງອາເຊັມ,
ບົດບາດ ແລະ ຜົນສຳເລັດຂອງເວທີນີ້, ຕະຫຼອດຮອດບົດບາດຂອງ ສປປ ລາວ ແລະສະຫະພາບເອີຣົບ ນັບແຕ່ທັງສອງຝ່າຍໄດ້ເຂົ້າເປັນສະມາຊິກຂອງເວທີອາເຊັມ   
          ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີພາລະບົດບາດຂອງກົມເສດຖະກິດໃນການເສີມຂະ ຫຍາຍສາຍພົວພັນ ແລະ ການຮ່ວມມືຂອງລາວ ໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ, ໂຄງສ້າງ ແລະ ວິທີດຳເດີນງານຂອງອາເຊັມ, ບົດບາດຂອງລາວ ແລະ ສະຫພາບເອີຣົບໃນເວທີອາເຊັມ.
            ອາເຊັມໄດ້ສະໜອງເວທີອັນມີເອກະລັກສະເພາະ ເພື່ອເຮັດໃຫ້ອາຊີ ແລະ ເອີຣົບ ໃກ້ຊິດກັນຍິ່ງຂຶ້ນໃນກອບຫຼາຍບັນຫາທີ່ສຳຄັນຕໍ່ສາກົນ, ບໍ່ວ່າຈະເປັນ ການຟື້ນຟູການເຕີມໂຕທາງດ້ານເສດຖະ ກິດຂອງໂລກ, ບັນຫາການປ່ຽນແປງດິນຟ້າອາກາດ ຫຼື ວາລະແຫ່ງການພັດທະນາພາຍຫຼັງປີ 2015. ນັບແຕ່ປີ 1996 ເປັນຕົ້ນມາ, ອາເຊັມໄດ້ກາຍເປັນເວທີແຫ່ງການປຶກສາຫາລື ແລະ ການຮ່ວມມືທີ່ສຳຄັນລະຫວ່າງເອີຣົບ ແລະ ອາຊີ, ໂດຍມີຈໍານວນປະເທດສະມາຊິກເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນປັດຈຸບັນອາເຊັມມີ 53 ຄູ່ຮ່ວມ (ປະເທດສະມາຊິກ) ຫຼາຍກ່ວາເຄິ່ງໜຶ່ງຂອງຈຳນວນສະມາຊິກ 26 ຄູ່ຮ່ວມໃນເວລາສ້າງຕັ້ງໃນປີ 1996 ແລະ ຖ້າຮວມກັນແລ້ວຈະມີ GDP ກວມປະມານ 60% ຂອງ GDP ໂລກ ແລະ ມີປະຊາກອນຫຼາຍກ່ວາ 60% ຂອງປະຊາກອນໂລກ. ນອກຈາກນີ້, ອາເຊັມຍັງໄດ້ສະໜອງເວທີທີ່ໝັ້ນຄົງສຳລັບການຮ່ວມມືເພື່ອສົ່ງເສີມໃຫ້ມີການປຶກສາຫາລືດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດຮວມທັງການປະສານງານໃນອີກຫລາຍຂະແໜງການ ເຊັ່ນ: ຂະແໜງວັດທະນະທຳສັງຄົມ ແລະ ບັນຫາສາກົນບົນພື້ນຖານການຮ່ວມມືທີ່ເທົ່າທຽມ, ນັບຖືເຊິ່ງກັນ ແລະ ກັນ ແລະ ມີຜົນປະໂຫຍດຮ່ວມກັນ.

             ສປປ ລາວ ພວມມີບົດບາດສູງຂຶ້ນໃນກອບເວທີຮ່ວມມືລະຫວ່າງສອງພາກພື້ນນີ້ ແລະ ໄດ້ຮັບກຽດເປັນເຈົ້າພາບກອງປະຊຸມສຸດຍອດອາເຊັມຄັ້ງທີ 9 ຢ່າງປະສົມຜົນສຳເລັດຈົບງາມ. ສະຫະ ພາບເອີຣົບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການພັດທະນາລາຍໃຫ່ຍທີ່ສຸດຂອງລາວທີ່ໄດ້ສະໜອງການຊ່ວຍເຫຼືອລ້າເພື່ອການພັດທະນາ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳ. ແຜນການຊ່ວຍເຫຼືອ ຂອງສະຫະພາບເອີຣົບສຳລັບສົກປີ 2014-2020 ມີເຖິງ 207 ລ້ານເອີໂຣ, ຊຶ່ງໄດ້ສຸມໃສ່ຂະແໜງໂພສະນາການ, ການສຶກສາ ແລະ ການປົກຄອງ. ນອກນີ້ຍັງສືບຕໍ່ຊ່ວຍເຫຼືອຂະແໜງເກັບກູ້ລະເບີດ, ບົດບາດຍິງຊາຍ ແລະ ການປ່ຽນແປງດິນຟ້າອາກາດ ແລະ ນັບແຕ່ປີ 2016 ເປັນຕົ້ນໄປ ບັນດາຄູ່ຮ່ວມພັດທະນາເອີຣົບ, ເຊິ່ງປະກອບມີສະຫະພາບເອີຣົບ, ປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດສະວິດເຊີແລນ ຈະໄດ້ປະສານຮ່ວມມືກັນໃກ້ຊິດຫລາຍຂຶ້ນກ່ຽວກັບການຮ່ວມມືດ້ານພັດທະນາໃນ ສ ປປ ລາວ ໂດຍຜ່ານແຜນງານຮ່ວມຂອງເອີຣົບ 2016-2020 (European Joint Pro gramming 2016-2020) ເຊິ່ງໄດ້ວາງວິໄສທັດ, ບູລິມະສິດ, ຮູບແບບການດຳເນີນງານ, ການແບ່ງປັນໜ້າວຽກ ແລະ ແຜນການຊ່ວຍເຫຼືອ. ຖ້າຮວມກັນແລ້ວ, ສະຫະພາບເອີຣົບ ແລະ ບັນດາປະເທດເອີຣົບ ແມ່ນຜູ້ໃຫ້ການຊ່ວຍເຫຼືອລ້າດ້ານການພັດທະນາລາຍໃຫ່ຍອັນດັບ 4 ຂອງ ສ ປປ ລາວ, ເຊິ່ງມີຍອດການຊ່ວຍເຫຼືອ ປະມານ 70 ລ້ານເອີໂຣຕໍ່ປີ. ໃນຂະນະທີ່ສະຫະພາບເອີຣົບເປັນຄູ່ຮ່ວມພັດທະນາທີ່ເຊື່ອຖືໄດ້ຂອງ ສ ປປ ລາວ ແລະ ເປັນກຸ່ມຕະຫຼາດການຄ້າ ແລະ ເປັນຜູ້ລົງທຶນລາຍໃຫ່ຍອັນດັບໜຶ່ງໃນໂລກ, ຊຶ່ງເປັນໂອກາດອັນດີສຳລັບ ສປປ ລາວ ແລະ ພາກພື້ນ. ດ້ວຍປະສົບການທີ່ສະຫະພາບເອີຣົບມີຕະຫຼອດໄລຍະເກືອບ 60 ປີຜ່ານມາກ່ຽວກັບການເຊື່ອມໂຍງພາກພື້ນແມ່ນຫາສິ່ງປຽບທຽບໄດ້ຍາກ ແລະ ມັນໄດ້ກາຍເປັນມໍລະດົກອັນມີຄຸນຄ່າທີ່ສະຫະພາບເອີຣົບຍີນດີທີ່ຈະແບ່ງປັນກັບບັນດາຄູ່ຮ່ວມໃນຂອບເວທີອາເຊັມ ເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ສົ່ງເສີມສັນຕິ ພາບ ແລະ ສະຖຽນລະພາບໃນສອງພາກພື້ນໃຫ້ຫລາຍຂຶ້ນ.

No comments:

Post a Comment