Ad

Ad

26 September 2016

ບອສ ຮ່ວມມືກັບ ຄວສ ເປີດໂຄງການ “ ນັກສ້າງສັນວັນໃໝ່ ”

            ເມື່ອທ້າຍອາທິດຜ່ານມາ, ບໍລິສັດບອສ (BOSCH) ຜູ້ຜະລິດເຄື່ອງມືຊ່າງຊັ້ນນໍາຂອງໂລກຮ່ວມກັບຄະນະວິສະວະກໍາສາດ (ຄວສ), ມະຫາວິທະຍາໄລແຫ່ງຊາດ, ໄດ້ເປີດໂຄງການນັກສ້າງ ສັນວັນໃໝ່, ໂດຍມີເປົ້າໝາຍສ້າງຜູ້ທີ່ມີທັກສະທາງດ້ານຫົວຄິດສ້າງສັນ ແລະ ຄວາມສາມາດເພື່ອສະໜອງໃຫ້ແກ່ການພັດທະນາປະເທດລາວໃນອານາຄົດ ແລະ ເປັນໂຄງການທໍາອິດທີ່ຈັດຕັ້ງປະຕິບັດຢູ່ລາວ ແລະ ອາຊີຕາເວັນອອກສ່ຽງໃຕ້.
            ທ່ານ ອັງເດຼ ດີຢົງ ຜູ້ອໍານວຍການໃຫຍ່ບໍລິສັດບອສປະຈໍາລາວ, ກໍາປູເຈຍ ແລະ ມຽນມາ ກ່າວວ່າ: ໂຄງການນີ້ມີເປົ້າໝາຍສົ່ງເສີມການແກ້ໄຂບັນຫາແບບສ້າງສັນຂອງນັກສຶກສາ ແລະ ໄວໜຸ່ມ ໂດຍ
ຜ່ານການໄດ້ຮັບໂອກາດຈາກການຮຽນພາກທິດສະດີ ແລະ ປະຕິບັດຈິງແລ້ວເອົາມາໝູນໃຊ້ເຂົ້າໃນຈີນຕະນາການຂອງພວກເຂົາ. ທ່ານອັງເດຼ ກ່າວວ່າ: ພວກເຮົາມີຄວາມພະຍາຍາມໃນການຍົກລະດັບຄຸນະພາບຊີວິດຂອງຄົນ, ສິ່ງແວດລ້ອມ ແລະ ສັງຄົມໃຫ້ນັບມື້ດີຂຶ້ນ ແລະ ສະດວກຂຶ້ນ ເພື່ອສ້າງຄວາມແຕກຕ່າງໃນການດໍາລົງຊີວິດ ແລະ ທັງໝົດນັ້ນໝາຍເຖິງການຖ່າຍທອດຄວາມຮູ້, ສະໜອງການຝຶກອົບຮົມດ້ານວິຊາຊີບ ແລະ ການຮ່ວມມືດ້ານວິຊາການໃນລະດັບໂລກ, ຊຶ່ງບໍລິສັດໃຫ້ການຝຶກອົບຮົມຕາມມາດຕະຖານວິຊາຊີບຂອງປະເທດເຢຍລະມັນ ແລະ ມາຮອດປັດຈຸບັນໄດ້ສະໜອງການຝຶກອົບຮົມດ້ານວິຊາຊີບໃນອາຊີເຊັ່ນ: ຈີນ, ອິນເດຍ, ຫວຽດນາມ, ຟີລິບປີນ, ໄທ ແລະ ອື່ນໆ ແລະ ໄດ້ຮັບການຍ້ອງຍໍຈາກສາກົນໃນໂຄງການຝືກງານຂອງບໍລິສັດມາຍາວນານກວ່າ 50 ປີແລ້ວ.
             ທ່ານ ວິມານ ພູມມາວົງ ຮອງຄະນະບໍດີຄະນະວິສະວະກໍາສາດ ແລະ ພາກວິຊາສ້າງຄູອາ ຊີວະສຶກສາ ກ່າວວ່າ: ນັກສຶກສາພວກເຮົາແມ່ນຕ້ອງການມີທັກສະທີ່ຖືກຕ້ອງ ແລະ ແນວຄວາມຄິດດ້ານຜູ້ປະກອບການທີ່ເປັນນະວັດຕະກໍາໃໝ່ເພື່ອກຽມພ້ອມໃຫ້ແກ່ຕົນເອງຕໍ່ການປະກອບອາຊີບທີ່ດີໃນອານາຄົດ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດໃຫ້ເຕີບໃຫຍ່ຈະເລີນກ້າວໜ້າ, ພວກເຮົາມີຄວາມຍີນດີທີ່ໄດ້ເປັນຄູ່ຮ່ວມມືກັບບໍລິສັດທີ່ມີເຕັກໂນໂລຊີອັນດັບແຖວໜ້າຂອງໂລກ.

             ທ່ານຮອງຄະນະບໍດີດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການນີ້ເປັນໂຄງການໜຶ່ງທີ່ມີຄວາມຍືນຍົງ, ຊຶ່ງຈະຊ່ວຍໃຫ້ບັນດານັກສຶກສາໄດ້ຮຽນຮູ້, ທົດລອງປະຕິບັດ ແລະ ສ້າງແຮງບັນດານໃຈ ໂດຍສະ ເພາະພວກເຮົາຈະເຫັນການແຂ່ງຂັນຂອງບັນດານັກສຶກສາທີ່ມີແນວຄິດສ້າງສັນໃໝ່ເພື່ອປັບປຸງອ່າງນໍ້າເກົ່າແກ່ໃຊ້ການບໍ່ໄດ້ຫລາຍສີບປີຢູ່ອ້ອມຂ້າງວິທະຍາເຂດຂອງມະຫາວິທະຍາໄລພວກເຮົາ ເພື່ອໃຫ້ນັກສຶກສາຊອກຫາວິທີ ແລະ ນໍາໃຊ້ນະວັດຕະກໍາໃໝ່ ເພື່ອເຮັດໃຫ້ອ່າງນໍ້າເຫລົ່ານັ້ນກັບມາໝູນໃຊ້ໃຫ້ເກີດປະໂຫຍດໄດ້ອີກຄັ້ງໜຶ່ງ, ໂດຍການແຂ່ງຂັນແມ່ນເປີດກວ້າງສໍາລັບນັກສຶກສາທີ່ມາຈາກຄະນະວິສະວະກໍາສາດ, ພາກວິຊາສ້າງຄູອາຊີວະສຶກສາ, ຄະນະສະຖາປັດຕະຍະກໍາສາດ ແລະ ວິທະ ຍາໄລເຕັກນິກປາກປ່າສັກ, ບັນດານັກສຶກສາທີ່ເຂົ້າຮ່ວມຈະໄດ້ຮັບການຊ່ວຍເຫລືອຈາກໂຄງການ ແລະ ຊ່ຽວຊານທີ່ມາຈາກຄະນະຕ່າງໆ ແລະ ບອສຈະສະໜອງວັດສະດຸກໍ່ສ້າງມີຄຸນະພາບ ແລະ ເຄື່ອງມືຊ່າງຕ່າງໆໃນໄລຍະກໍ່ສ້າງ, ການແຂ່ງຂັນຈະແບ່ງອອກເປັນສອງໄລຍະຄື: ໄລຍະທີໜຶ່ງແມ່ນແຂ່ງຂັນດ້ານອອກແບບ ແລະ ໄລຍະສອງແມ່ນການກໍ່ສ້າງ. ສໍາລັບທີມຊະນະເລີດ ແລະ ຮອງຊະນະເລີດຈະໄດ້ນໍາເອົາຄວາມຄິດໄປປະຕິບັດໃຫ້ເປັນຮູບປະທໍາ.   

No comments:

Post a Comment