Ad

Ad

26 September 2016

ແຜນອະນຸຍາດໃຫ້ສອງສັນຊາດຢູ່ອິນໂດເນເຊຍພົບທາງຕັນ ( ເບິ່ງກວ້າງເຫັນໄກ )

# ວິເສດ ສະແຫວງສຶກສາ
             ຄົນລາວຈຳນວນໜຶ່ງທີ່ກະແຈກກະຈ່າຍຢູ່ຫລາຍປະເທດມີຄວາມສົນໃຈວ່າ: ໃນອະນາຄົດລາວເຮົາຈະມີນະໂຍບາຍໃຫ້ພົນລະເມືອງລາວມີສອງສັນຊາດ ຫລື ບໍ່ ໂດຍສະເພາະແມ່ນຄົນລາວຢູ່ຕ່າງປະເທດທີ່ຢາກໂງໂງ້ງມາປະກອບສ່ວນສ້າງສາພັດທະນາປະເທດ, ແຕ່ພ້ອມດຽວກັນ ກໍບໍ່ຢາກປະສັນຊາດທີ່ໄດ້ຢູ່ຕ່າງປະເທດ. ຕໍ່ຄວາມສົນໃຈດັ່ງກ່າວ, ຜູ້ຂຽນມີເລື່ອງກ່ຽວກັບບັນຫາຖົກຖຽງກັນຢູ່ປະເທດອິນໂດເນເຊຍວ່າ: ຄວນ ຫລື ບໍ່ ຄວນໃຫ້ສອງສັນຊາດສຳລັບຊາວອິນໂດເນເຊຍທີ່ອາໄສຢູ່ຕ່າງປະເທດ.
              ອີງຕາມຂ່າວຈາກໜັງສືພິມຈາກາຕາພົດ (Jakarta Post) ຂອງອິນໂດເນເຊຍ ໃນຕົ້ນເດືອນກັນຍາປີນີ້ ທີ່ເວົ້າກ່ຽວກັບຄວາມອາດສາມາດໃນການໃຫ້ສອງສັນຊາດແກ່ພົນລະເມືອງ
ອິນໂດເນເຊຍ ເພາະວ່າໃນປັດຈຸບັນ ຄົນອິນໂດເນເຊຍທີ່ຖືສັນຊາດອື່ນ ແລະ ອາໄສຢູ່ຕ່າງປະເທດນັ້ນ ໄດ້ມີບົດບາດຫລາຍຂຶ້ນໃນການຮ່ວມສ້າງສາພັດທະນາປະເທດຊາດ. ຖ້າເຫັນດີອະນຸມັດສອງສັນຊາດ ກໍຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍສັນຊາດປີ 2006 ຂອງອິນໂດເນເຊຍທີ່ກຳນົດໃຫ້ພົນລະ ເມືອງມີພຽງສັນຊາດດຽວ. ຫວ່າງບໍ່ດົນມານີ້, ທ່ານ ອາຄັນດຼາ ຕາຮາ (Arcandra Tahar) ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ອິນໂດເນເຊຍ ຖືກປົດອອກຈາກຕຳແໜ່ງ ເມື່ອພົບວ່າທ່ານຖືສອງສັນຊາດ. ເຫດການນີ້ໄດ້ກໍ່ໃຫ້ເກີດມີຫາງສຽງວ່າ ຄວນພິຈາລະນາໃຫ້ມີລະບົບສອງສັນຊາດ ເພື່ອດຶງດູດເອົາຄົນອິນໂດເນເຊຍຢູ່ຕ່າງປະເທດທີ່ມີຄວາມຮູ້ຄວາມສາມາດກັບຄືນມາປະກອບສ່ວນພັດທະນາປະເທດຊາດ. ປະທານາທິບໍດີອິນໂດເນເຊຍ ທ່ານ ໂຈໂກ ວິໂດໂດ ເອງກໍເຫັນດີໃຫ້ປັບປຸງກົດໝາຍສັນຊາດປີ 2006. ທ່ານໄດ້ເຊື້ອເຊີນຄົນອິນໂດເນເຊຍຈຳນວນ 74 ຄົນ ທີ່ມີຄວາມຮູ້ລະດັບສາສະດາຈານ ເຊິ່ງອາໄສຢູ່ສະຫະລັດອາເມລິກາມາຊ່ວຍວຽກພັດທະນາປະເທດ. ແຜນປັບປຸງກົດໝາຍສັນຊາດປີ 2006 ໄດ້ຖືກບັນຈຸເຂົ້າໃນລາຍບັນຊີກົດໝາຍທີ່ຈະສະເໜີຜ່ານສະພາ ໃນໄລຍະລະ ຫວ່າງປີ 2014-2019. ແນວໃດກໍດີ, ເຖິງຈະເປັນຄວາມຕັ້ງໃຈຂອງທ່ານປະທານາທິບໍດີ, ແຕ່ທັງເບື້ອງສະພານັ້ນແມ່ນບໍ່ສະໜັບສະໜູນຈັກດີ້. ທ່ານ ອັງເດຼອັດ ປາເຣຣາ (Andreas Pareira) ສະມາຊິກສະພາ ທັງເປັນປະທານພັກປະຊາທິປະໄຕແຫ່ງການຕໍ່ສູ້ໃນສະພາ ມີຄວາມເຫັນຄັດຄ້ານວ່າ: ເຖິງແມ່ນພວກເຮົາຍຶດໝັ້ນໃນລະບົບສັນຊາດດຽວ, ແຕ່ພວກເຮົາກໍສາມາດຮັບປະກັນຜົນປະໂຫຍດຂອງເພື່ອນຮ່ວມຊາດທີ່ຖືສັນບາດອື່ນໄດ້. ແທນທີ່ຈະປັບປຸງກົດໝາຍອະນຸຍາດໃຫ້ສອງສັນຊາດ, ພວກເຮົາຄວນສ້າງເງື່ອນໄຂດຶງດູດທີ່ດີ ເພື່ອໃຫ້ພວກເຂົາເຈົ້າກັບຄືນມາຮ່ວມພັດທະນາປະເທດຊາດ. ທ່ານວ່າຄວນເບິ່ງບົດຮຽນອິນເດຍກັບ ສປ ຈີນ ໃນເລື່ອງດຶງດູດເພື່ອນຮ່ວມຊາດທີ່ມີຄວາມຊຳນານງານກັບຄືນປະເທດ. ວິທີການຂອງ ສປ ຈີນ ກໍຄືສ້າງຄວາມສະດວກສະບາຍງ່າຍດາຍເປັນພິເສດໃຫ້ຄົນຈີນພົ້ນທະເລທີ່ກັບໄປລົງທຶນຢູ່ປະເທດ. ສ່ວນທ່ານ ມູຮຳມັດ ເຊຍພີ (Muhammad Syafii) ຈາກພັກເກຣິນດຼາ (Gerindra Party) ບອກວ່າ ທ່ານຕ້ານແນວຄິດໃຫ້ສອງສັນຊາດແກ່ຄົນອິນໂດເນເຊຍຢູ່ຕ່າງປະເທດ ເພາະມັນຈະເປັນຊ່ອງຫວ່າງໃຫ້ຜູ້ທີ່ຕ້ອງການສ່ວຍໂອກາດທາງເສດຖະກິດກອບໂກຍຜົນປະໂຫຍດຂອງປະເທດ. ທ່ານ ຮິກມາຮັນໂຕ ຈູວານາ (Hikmahanto Juwana) ຊ່ຽວຊານດ້ານກົດໝາຍ ແລະ ທ່ານ ມາມຸດ ຊຽນຕຸດ (Mahmud Syatout) ຊ່ຽວຊານກົດໝາຍສາກົນ ບອກວ່າ ການໃຫ້ສອງສັນຊາດແກ່ພົນລະເມືອງນັ້ນຈະເປັນອັນຕະລາຍສຳລັບປະເທດ ເພາະຜູ້ທີ່ມີສອງສັນຊາດສາມາດນຳໃຊ້ເງື່ອນໄຂດັ່ງກ່າວກໍ່ອາຊະຍາກຳ ລວມທັງການຫລົບຫລີກພາສີ. ຕົວ ຢ່າງຜູ້ມີສອງສັນຊາດສາມາດໃຊ້ເງື່ອນໄຂສັນຊາດອິນໂດເນເຊຍ ເພື່ອລົງທຶນ ແລະ ເລືອກໃຊ້ສັນຊາດອື່ນ ເພື່ອກອບໂກຍເອົາເງິນອອກຕ່າງປະເທດ.

     ເມື່ອມີສອງຄັດຄ້ານຄືແນວນີ້, ແນ່ນອນແຜນປັບປຸງກົດໝາຍສັນຊາດປີ 2006 ຂອງອິນໂດເນເຊຍຕ້ອງພົບທາງຕັນ. (ຮຽບຮຽງຈາກໜັງສືພິມ ເດິເນເຊິນ (The Nation) ສະບັບວັນທີ 9 ກັນຍາ 2016.

No comments:

Post a Comment