Ad

Ad

29 September 2016

ສະຫະພາບເອີຣົບຍົກລະດັບການເປັນຄູ່ຮ່ວມພັດທະນາທີ່ດີຕໍ່ລາວ

             ພາຍຫລັງທີ່ສໍາເລັດການຢືນສານຕາຕັ້ງຕໍ່ພະນະທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ທີ່ສໍານັກງານປະທານປະເທດ (ຫໍຄໍາ) ໃນວັນທີ 27 ກັນຍານີ້ຂອງທ່ານ ລີໂອ ຟາແບ໋ກ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມຄົນໃໝ່ ແລະ ຄົນທໍາອິດຂອງສະຫະພາບເອີຣົບທີ່ມີຖິ່ນພໍານັກໃນນະຄອນຫລວງວຽງ ຈັນ, ພາຍຫລັງສໍານັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວໄດ້ຮັບການຍົກລະດັບໃຫ້ກາຍເປັນສໍານັກງານຕາງໜ້າທາງການທູດຂອງສະຫະພາບເອີຣົບຢ່າງເຕັມຕົວເມື່ອວັນທີ 1 ກັນຍາ 2016 ເປັນຕົ້ນມາ, ເພື່ອເຮັດໜ້າທີ່ ແລະ ກິດຈະ ການການຕ່າງປະເທດຂອງເອີຣົບ ແລະ ໃນຕອນຄໍ່າວັນດຽວກັນຜູ້ຕາງໜ້າ
ສະຫະພາບເອີຣົບປະຈໍາລາວ ກໍໄດ້ມີງານລ້ຽງຕ້ອນຮັບທ່ານ ລີໂອ ຟາແບ໋ກ ໂດຍມີທູດຕານຸທູດ ແລະ ອົງການຈັດຕັ້ງສາກົນຕ່າງໆປະຈໍາລາວເຂົ້າຮ່ວມເປັນຈໍານວນຫລາຍ.
            ທ່ານ ລີໂອ ຟາແບ໋ກ ມີຄໍາເຫັນວ່າ: ການຍົກລະດັບສໍານັກງານທາງການທູດຂອງສະຫະ ພາບເອີຣົບໃນລາວ ຖືເປັນໂອກາດອັນດີທີ່ສະແດງເຖິງຄວາມໝຸ່ງໝັ້ນຂອງສະຫະພາບເອີຣົບທີ່ຈະຍົກສູງການພົວພັນ ແລະ ການຮ່ວມມືກັບລາວໃນທຸກຂົງເຂດແຫ່ງຍຸກສະໄໝໃໝ່ ເປັນຕົ້ນ: ທາງດ້ານການເມືອງ, ເສດຖະກິດ, ການຄ້າ, ວັດທະນາທໍາ ລວມທັງບັນຫາສາກົນທັງໃນແບບສອງຝ່າຍ ແລະ ຫລາຍຝ່າຍ. ສະຫະພາບເອີຣົບ ແລະ ປະເທດສະມາຊິກ ມີສ່ວນຮ່ວມເປັນເວລາຍາວນານໃນການພັດທະນາຢູ່ລາວ ແລະ ຈະສືບຕໍ່ດໍາເນີນຍະໂຍບາຍດັ່ງກ່າວເພື່ອບັນລຸເປົ້າໝາຍການພັດທະນາໃນລະດັບສູງ ແລະ ມີຄວາມຍືນຍົງ.

           ທ່ານ ລີໂອ ຟາແບ໋ກ ກ່າວວ່າ: ສໍານັກງານຜູ້ຕາງໜ້າສະຫະພາບເອີຣົບປະຈໍາລາວ ສ້າງຕັ້ງຂຶ້ນໃນປີ 2003 ນັບແຕ່ນັ້ນເປັນຕົ້ນມາການພົວພັນຂອງສອງຝ່າຍໄດ້ຮັບການຍົກສູງຂຶ້ນເລື້ອຍໆ ແລະ ກວມເອົາຫລາຍຂະແໜງການ, ສະຫະພາບເອີຣົບໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມເພື່ອການພັດທະ ນາລາຍໃຫຍ່ທີ່ສຸດຂອງລາວທີ່ໄດ້ສະໜອງການຊ່ວຍເຫລືອລ້າ, ໂດຍສະເພາະແຜນການຊ່ວຍເຫລືອຂອງສະຫະພາບເອີຣົບສໍາລັບສົກປີ 2014-2020 ມີຈໍານວນ 207 ລ້ານເອີໂຣ, ໂດຍຈະສຸມໃສ່ວຽກງານໂພສະນາການ, ການສຶກສາ, ສາທາລະນະສຸກ, ການປົກຄອງ, ການເກັບກູ້ລະເບີດບໍ່ທັນແຕກ, ສົ່ງເສີມບົດບາດຍິງ-ຊາຍ, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ອື່ນໆ ແລະ ນັບແຕ່ປີ 2016 ເປັນຕົ້ນໄປ, ບັນດາຄູ່ຮ່ວມພັດທະນາເອີຣົບປະກອບມີ: ສະຫະພາບເອີຣົບ, ປະເທດສະມາຊິກສະຫະພາບເອີຣົບ ແລະ ປະເທດສະວິດເຊີແລນ ຈະໄດ້ປະສານສົມທົບຢ່າງໃກ້ຊິດຫລາຍຂຶ້ນກ່ຽວກັບການຮ່ວມມືດ້ານການພັດທະນາໃນລາວ, ໂດຍຜ່ານແຜນງານຮ່ວມຂອງເອີຣົບ (European Joint Programming) 2016-2020, ເຊິ່ງໄດ້ວາງວິໄສທັດ, ບູລິມະສິດ, ຮູບແບບການດໍາເນີນງານ, ການແບ່ງປັນໜ້າວຽກ ແລະ ແຜນການຊ່ວຍເຫລືອ, ເຊິ່ງມີມູນຄ່າການຊ່ວຍເຫລືອປະມານ 70 ລ້ານເອີໂຣຕໍ່ປີ, ນັບວ່າເປັນຜູ້ໃຫ້ການຊ່ວຍເຫລືອດ້ານການພັດທະນາລາຍໃຫຍ່ອັນດັບ 4 ໃນລາວ. ຂະນະດຽວກັນສະຫະພາບເອີຣົບຍັງເປັນກຸ່ມຕະຫລາດການຄ້າ ແລະ ຜູ້ລົງທຶນລາຍໃຫຍ່ອັນດັບໜຶ່ງໃນໂລກ, ເຊິ່ງນັບວ່າເປັນກາລະໂອກາດອັນດີເລີດສໍາລັບວຽກງານການຄ້າຂອງລາວໃນຕໍ່ໜ້າອີກດ້ວຍ.    

No comments:

Post a Comment