Ad

Ad

29 September 2016

ຜົນກອງປະຊຸມລະດັບສູງຄັ້ງທີ 15 ຂອງປະເທດກໍາລັງພັດທະນາບໍ່ມີຊາຍແດນຕິດທະເລ

            ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມກອງປະ ຊຸມລະດັບສູງຄັ້ງທີ 15 ຂອງກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ(LLDCs), ເຊິ່ງຈັດຂຶ້ນໃນວັນທີ 22 ກັນຍານີ້, ທີ່ນິວຢອກ, ສະຫະລັດອາເມລິກາ. ໂດຍການເປັນປະທານຮ່ວມຂອງທ່ານລັດຖະມົນຕີຕ່າງປະເທດແຊັມເບຍ, ມົງໂກນ ແລະ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ (ສປຊ), ມີຜູ້ຕ່າງໜ້າຂັ້ນສູງຫ້ອງການ ສປຊ ເພື່ອປະເທດດ້ອຍພັດທະນາ, ປະເທດກຳ ລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດເກາະດອນນ້ອຍ (OHRLLS), ຜູ້ອຳນວຍ ການບໍລິຫານ UNDP; ເລຂາທິການໃຫຍ່ UNCTAD ແລະ ເລຂາທິການໃຫຍ່ UNDESA. ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືກ່ຽວກັບຄວາມຕ້ອງການອັນຈຳເປັນຂອງກຸ່ມ ແລະ ໄດ້ຮຽກຮ້ອງໃຫ້ປະເທດທາງຜ່ານ ແລະ ວົງ
ຄະນະຍາດສາກົນໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ, ໂດຍສະ ເພາະແມ່ນການຮຽກຮ້ອງໃຫ້ມີການຮ່ວມມືດ້ານການຂົນສົ່ງຜ່ານແດນທີ່ສະດວກວ່ອງໄວ, ການອຳນວຍຄວາມສະດວກ ດ້ານການຄ້າໃຫ້ແກ່ປະເທດ LLDCs ດັ່ງທີ່ໄດ້ກຳນົດໄວ້ໃນແຜນປະຕິບັດງານວຽນນາປີ 2014-2024. ກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດລາວໄດ້ຂຶ້ນກ່າວປາໄສໂດຍຍົກໃຫ້ເຫັນເຖິງສິ່ງທ້າທ້າຍ ແລະ ຄວາມຕ້ອງການສະເພາະດ້ານການພັດທະນາຂອງກຸ່ມປະ ເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ, ພ້ອມທັງຍົກໃຫ້ເຫັນຄວາມສຳຄັນຂອງການຈັດ ຕັ້ງປະຕິບັດແຜນປະຕິບັດງານວຽນນາໃຫ້ປະກົດຜົນເປັນຈິງ, ສປປ ລາວ ໄດ້ສືບຕໍ່ຄວາມພະຍາຍາມເພື່ອພັດທະນາພື້ນຖານໂຄງລ່າງຂອງຕົນໃຫ້ເຊື່ອມໂຍງກັບອານຸພາກພື້ນ ແລະ ສາກົນ, ພ້ອມທັງສະ ແດງຄວາມຂອບໃຈປະເທດເພື່ອນບ້ານໃກ້ຄຽງ ຄື: ຫວຽດນາມ, ໄທ, ກຳປູເຈຍ ແລະ ມຽນມາ ທີ່ໄດ້ອຳນວຍຄວາມສະດວກ ແລະ ຊ່ວຍເຫລືອໃນການຮ່ວມມືດ້ານການພັດທະນາພື້ນຖານໂຄງລ່າງລະ

ຫວ່າງປະເທດ ແລະ ພາກພື້ນ, ລວມທັງ ສປ ຈີນ ທີ່ໃຫ້ຄວາມຊ່ວຍເຫລືອ ໃນການສ້າງທາງລົດໄຟຜ່ານລາວເພື່ອເຊື່ອມຕໍ່ກັບຄຸນມິງ ແລະ ສິງກະໂປ. ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການລັດຖະມົນຕີຂອງກຸ່ມ LLDCs ເພື່ອຊຸກຍູ້ການຮ່ວມມືຊ່ວຍເຫລືອປະເທດ LLDCs ໃນຕໍ່ໜ້າອີກດ້ວຍ.

No comments:

Post a Comment