Ad

Ad

29 September 2016

ກະຊວງການເງິນເຜີຍແຜ່ຄວາມຮູ້ດ້ານສະຖາບັນການເງິນ

          ກະຊວງການເງິນຮ່ວມກັບທະນາຄານແຫ່ງ ສປປ ລາວ ( ທຫລ ) ໄດ້ຈັດຕັ້ງການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານສະຖາບັນການເງິນເຊິ່ງໄດ້ຈັດຂຶ້ນໃນວັນທີ 23 ກັນຍານີ້ ທີ່ກະຊວງດັ່ງ ກ່າວ ໂດຍການເຂົ້າຮ່ວມຂອງທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ທ່ານ ວິສອນ ໄຊສົງຄາມ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ແລະ ພະນັກງານລັດຖະກອນຂະແໜງດັ່ງກ່າວ ເຂົ້າຮ່ວມຢ່າງຫລວງຫຼາຍ.

           ທ່ານຫົວໜ້າພະແນກນິຕິກໍາ  ກົມຄຸ້ມຄອງສະຖາບັນການເງິນໄດ້ຍົກໃຫ້ເຫັນ 6 ບັນຫາຂອງວຽກງານສະຖາບັນການເງິນ ໂດຍສະເພາະກ່ຽວກັບຮູບແບບສະຖາບັນການເງິນພາຍໃຕ້ການຄຸ້ມຄອງຂອງ ທຫລເຊິ່ງມີສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ, ບໍ່ຮັບເງິນຝາກ, ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ,ໂຮງຊວດຈໍາ, ບໍລິສັດເຊົ່າສິນເຊື່ອ ແລະບໍລິສັດໂອນເງິນດ່ວນລະຫວ່າງປະເທດ, ເຊິ່ງປະຈຸບັນວຽກງານສະຖາບັນການເງິນຢູ່ໃນທ່ວງທ່າຂະຫຍາຍຕົວທັງດ້ານປະລິມານ ແລະຄຸນນະພາບ ແນໃສ່ເປັນອີກແຫຼ່ງທຶນທີ່ເຂົ້າຫາງ່າຍ, ສະດວກ ແລະວ່ອງໄວທັນໃຈ.
          ໃນໂອກາດນີ້ ຍັງໄດ້ນໍາສະເໜີຂໍ້ກໍານົດວ່າດ້ວຍການຄຸ້ມຄອງສະຫະກອນສິນເຊື່ອ ແລະເງິນຝາກປະຢັດເພື່ອເປັນການຄຸ້ມຄອງການສ້າງຕັ້ງ ແລະດໍາເນີນທຸລະກິດຂອງບັນດາສະຫະກອນສິນເຊື່ອ ແລະເງິນຝາກປະຢັດໃນ ສປປ ລາວ ໂດຍການວາງມາດຕະການ ແນໃສ່ເພື່ອຮັບປະກັນຄວາມໝັ້ນຄົງແລະ ສອດຄ່ອງກັບການຈັດຕັ້ງປະຕິບັດ ເພາະສະຫະກອນສິນເຊື່ອ ແລະເງິນຝາກປະຢັດແມ່ນການຮ່ວມກຸ່ມຂອງປະຊາຊົນທີ່ໄດ້ຮັບການອະນຸຍາດສ້າງຕັ້ງ ແລະດໍາເນີນທຸລະກິດຈາກ ທຫລ, ນອກນີ້ຍັງມີການເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດດໍາລັດວ່າດ້ວຍສະຖາບັນການເງິນຈຸລະພາກ ແລະວຽກງານຕ່າງໆທີ່ກ່ຽວຂ້ອງກັບສະຖາບັນການເງິນ.

          ທ່ານຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ຍັງຮຽກຮ້ອງມາຍັງ ພົນລະເມືອງລາວທຸກຄົນຈົ່ງຢ່າໄດ້ຫຼົງເຊື່ອຄໍາໂຄສະນາຕົວະຍົວະ, ຫຼອກລວງ, ຕົ້ມຕຸນໂດຍຜ່ານຫຼາຍຮູບການຜ່ານສື່ຕ່າງໆລວມທັງສື່ອອນລາຍ ເຊິ່ງພວກເຂົາໄດ້ໂຄສະນາວ່າ: ໃຫ້ມາຮ່ວມລົງທຶນ ແລະຈະໄດ້ຮັບຜົນຕອບແທນສູງກ່ວາອັດຕາດອກເບ້ຍທະນາຄານທຸລະກິດ ຫຼືສະຖາບັນການເງິນໃນຜ່ານມາພວກດັ່ງກ່າວໄດ້ມີການເຄື່ອນໄຫວມາແລ້ວເຊິ່ງມີຈໍານວນໜຶ່ງຖືກເຈົ້າໜ້າທີ່ອົງການປົກປ້ອງກົດໝາຍ, ພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາຕົວຜູ້ກະທຳຜິດເຂົ້າສູ່ຂະບວນການຍຸຕິທໍາ ແລະລວມເຖິງປະຊາຊົນ ຈໍານວນຫຼວງ ຫຼາຍ ບໍ່ໄດ້ໃຫ້ການສະໜັບສະໜູນ ຫຼື ບໍ່ໃຫ້ການຮ່ວມມື, ຫາກອົງກອນ ຫຼື ທ່ານໃດພົບເຫັນຂໍໃຫ້ແຈ້ງການເຄື່ອນໄຫວທຸລະກິດທີ່ໜ້າສົງໃສ ແລະບໍລິການທີ່ເອົາປຽບ ຫຼື ບໍ່ມີຄວາມຍຸຕິທໍາລວມເຖິງການບໍລິການທີ່ບໍ່ມີຄວາມໂປ່ງໃສແຈ້ງມາຍັງ ທຫລ ໄດ້ຕາມໂມງລັດຖະການ.

No comments:

Post a Comment