Ad

Ad

29 September 2016

ຜົວໂຫດຂ້າເມຍຖືພາຖືກຈັບຕົວດໍາເນີນຄະດີ

ຂ່າວ-ພາບ : ຫນັງສືພິມ ປກສ
           ທ້າວ ວຽງພັນ ອາຍຸ 49 ປີຢູ່ບ້ານນາສາມ, ເມືອງຫົວເມືອງ, ແຂວງຫົວພັນ, ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນມານີ້, ພາຍຫລັງລົງມືຄາດຕະກໍານາງ ມໍຢາງ ອາຍຸ 30 ປີເຊິ່ງເປັນເມຍຂອງຕົນເອງ ທີ່ກໍາລັງຖືພາໄດ້ 7 ເດືອນ.
            ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ວຽງພັນ ຮັບສາລະພາບວ່າ: ຕົນເປັນຜູ້ລົງມືຄາດຕະກໍາເມຍແທ້, ຍ້ອນເມຍເປັນຄົນຂີ້ຄ້ານ, ເຊິ່ງເຫດການມີຢູ່ວ່າ: ຕົນເປັນພໍ່ໝ້າຍ ແລະ ໄດ້ມາແຕ່ງງານກັບນາງ ມໍຢາງ ເມື່ອຕົ້ນ
ປີ 2016, ພາຍຫລັງຢູ່ກິນນໍາກັນມາເມຍກໍຖືພາ ແລະ ມື້ໜຶ່ງຕົນມີຄວາມໂມໂຫຍ້ອນເມຍບໍ່ເຮັດຫຍັງແລ້ວມື້ນັ້ນວັນທີ 13 ກັນຍານີ້ ຈຶ່ງໄດ້ວາງແຜນຂ້າເມຍໂດຍບອກໃຫ້ເມຍໄປເອົາຟື້ນຢູ່ຖຽງນາຫ່າງຈາກເຮືອນປະມານ 300 ແມັດ ແລະ ໃນຂະນະນັ້ນເວລາປະມານ 11:00 ໂມງຕົນໄດ້ຍ່າງເຂົ້າໄປຫາເມຍ ແລ້ວບັງຄັບໃຫ້ເມຍນອນງາຍລົງແລ້ວເອົາເຂົ່າສອງເບື້ອງໜີບຮ່າງຄິງຂອງເມຍພ້ອມທັງເອົາກໍາປັ້ນຕີທ້ອງຢ່າງແຮງ ແລະ ທັງເອົາມືຈັບຄໍກົດລົງພື້ນ ແລະ ປິດປາກຈົນເສຍຊີວິດແລ້ວຕົນຈຶ່ງໄດ້ແຫລມໄມ້ສຽບແທງເຂົ້າບໍລິເວນແຂ່ງຂອງເມຍສອງເບື້ອງເຮັດເໝືອນກັບວ່າເມຍເສຍຊີວິດຍ້ອນສາເຫດອື່ນເພື່ອອໍາພາງການກະທໍາຜິດຂອງຕົນ, ຫລັງຈາກນັ້ນກໍກັບເມືອເຮືອນ ແລະ ພໍຮອດເວລາປະມານ 20:00 ຂອງມື້ດຽວກັນ, ຕົນໄດ້ເຮັດທໍາທ່າໄປບອກພີ່ນ້ອງວ່າເມຍໄປເອົາຟືນແຕ່ເຊົ້າບໍ່ເຫັນກັບມາເຮືອນ ແລະ ພາກັນຊອກຫາ, ຈົນຮອດເຊົ້າມື້ຕໍ່ມາຈຶ່ງພາຍາດພີ່ ນ້ອງ ແລະ ປະຊາຊົນພາຍໃນໄປຊອກຫາເມຍໃນຈຸດທີ່ຕົນເອງຄາດຕະກໍາຈຶ່ງພົບສົບເມຍຢູ່ແຄມປ່າ, ຈາກນັ້ນໄດ້ແຈ້ງໃຫ້ເຈົ້າໜ້າທີ່ມາພິສູດ ແລະ ຮອດວັນທີ 16 ກັນຍາ 2016 ເຈົ້າໜ້າທີ່ສືບຮູ້ວ່າຕົນເປັນຄົນລົງມືຄາດຕະກໍານາງ ມໍຢາງ ຈຶ່ງຖືກຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

            ນີ້ແມ່ນຄະດີທີ່ເປັນອຸທາຫອນໃຫ້ແກ່ສັງຄົມ, ໂດຍສະເພາະການໃຊ້ຊີວິດຄູ່ຮ່ວມກັນລະຫວ່າງຜົວເມຍ, ເຖິງວ່າປັດສະຈາກບໍ່ໄດ້ໃນຄວາມບໍ່ເຂົ້າໃຈກັນ ຫລື ມີປາກສຽງກະທົບກະທັ້ງກັນ, ແຕ່ກໍບໍ່ຄວນໃຫ້ເຖິງຂັ້ນມີການລົງໄມ້ລົງມືທໍາຮ້າຍຮ່າງກາຍຈົນເກີດມີການບາດເຈັບລົ້ມຕາຍຄືດັ່ງກ່າວ, ທຸກບັນຫາຍ່ອມມີທາງອອກ ແລະ ແກ້ໄຂໄດ້ສະເໝີພຽງແຕ່ຕ່າງຝ່າຍຂໍໃຫ້ໃຊ້ເຫດ ແລະ ຜົນເວົ້າຈາກັນ ກໍຈະຊ່ວຍໃຫ້ບັນຫາຄວາມຮຸນແຮງໃນຄອບຄົວ ແລະ ສັງຄົມຫລຸດຜ່ອນລົງ.

No comments:

Post a Comment