Ad

Ad

28 September 2016

ປະທານປະເທດໂອ້ລົມຄະນະນໍາກະຊວງປ້ອງກັນຄວາມສະຫງົບໃຫ້ຖືຄວາມສາມັກຄີເປັນກົກ.

            ໃນວັນທີ 26 ກັນຍານີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະພັກ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ, ໂດຍໄດ້ເນັ້ນໃຫ້ຄະນະນໍາກະຊວງດັ່ງກ່າວເພີ່ມທະວີການສ້າງຄວາມສາມັກຄີພາຍໃນເປັນບັນຫາສໍາຄັນ, ພາຍຫລັງເຫັນວ່າມີແຕ່ຄວາມສາມັກຄີເທົ່ານັ້ນຈະເປັນໂຕຕັດສີນຄວາມເປັນເອກະພາບພາຍໃນຄະນະພັກ, ຄະນະນໍາ ກໍຄືຄະນະບັນຊາຂອງກໍາລັງປ້ອງກັນຄວາມສະຫງົບ ເພື່ອເຮັດສໍາເລັດໜ້າທີ່ຂອງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດສູງ ກໍຄືຮັບປະກັນໃຫ້ສັງຄົມມີຄວາມສະ ຫງົບສຸກ ແລະ ປະເທດຊາດມີຄວາມຈະເລີນສີວິໄລ.
            ທ່ານປະທານປະເທດ ບຸນຍັງ ວໍລະຈິດ ເນັ້ນວ່າ: ຖ້າຫາກພາຍໃນຄະນະພັກ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ບໍ່ມີຄວາມສາມັກຄີເປັນເອກະພາບກັນແລ້ວ ກໍຈະບໍ່ມີກໍາລັງແຮງຈະເຮັດໜ້າທີ່ໃຫ້
ໄດ້ຮັບຜົນດີ, ດັ່ງນັ້ນຈຶ່ງຕ້ອງມີແບບແຜນວິທີເຮັດວຽກດ້ວຍຄວາມເປັນເອກະພາບກັນ ແລະ ແບ່ງວຽກງານໃຫ້ໝູ່ຄະນະ ແລະ ບຸກຄົນຮັບພິຊອບ ໂດຍຖືເອົາການເພີ່ມທະວີການສຶກສາອົບ ຮົມວຽກງານການເມືອງແນວຄິດ, ສ້າງຄວາມສາມັກຄີເປັນປຶກແຜ່ນໃນທົ່ວກໍາລັງປ້ອງກັນຄວາມສະຫງົບບົນຈິດໃຈລວມ, ຈິດໃຈຊາດຢ່າງສູງສົ່ງ ແລະ ຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນສູງກວ່າຜົນປະໂຫຍດຕົນເອງ, ເຄົາລົບນັບຖືຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອແນ່ໃສ່ສ້າງຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

           ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຈັດຕະວາ ສົມແກ້ວ ສີລາວົງ ໄດ້ຕາງໜ້າຄະນະພັກ, ຄະນະນໍາກະຊວງ ຂຶ້ນກ່າວຮັບຄໍາຊີ້ນໍາຈາກທ່ານປະທານປະເທດ, ພ້ອມທັງຢືນຢັນວ່າ: ຕົນ ແລະ ໝູ່ຄະນະຈໍານໍາເອົາເນື້ອໃນຈິດໃຈທິດຊີ້ນໍາອັນມີຄວາມໝາຍສໍາຄັນນີ້ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນແບບແຜນດໍາລົງຊີວິດ ແລະ ເຂົ້າສູ່ວຽກງານຕົວຈິງໃນການປະຕິບັດໜ້າທີ່ປ້ອງກັນຄວາມສະຫງົບໃນທົ່ວກໍາລັງ, ໂດຍສະເພາະແມ່ນ ການສືບຕໍ່ຊີ້ນໍາ-ນໍາພາໃນທົ່ວກໍາລັງປ້ອງກັນຄວາມສະຫງົບໃຫ້ຮັບປະກັນໄດ້ຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮ້ອຍໃນສັງຄົມ, ສືບຕໍ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດ ທະນາຊົນນະບົດ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ປັບປຸງກໍາລັງປ້ອງກັນຄວາມສະຫງົບໃຫ້ປອດໃສໜັກແໜ້ນເຂັ້ມແຂງ, ເພີ່ມທະວີຄວາມສາມັກຄີໃຫ້ໜັກແໜ້ນເພື່ອສ້າງກໍາລັງແຮງເຮັດສໍາເລັດໜ້າທີ່ຂອງພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ມີຜົນສໍາເລັດສູງ ແລະ ປັບປຸງແບບແຜນວິທີເຮັດວຽກ-ວິທີນໍາພາຂອງຄະນະບັນຊາແຕ່ລະຂັ້ນໃຫ້ມີລະບຽບຫລັກການ ເພື່ອຮັບປະກັນຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາໃຫ້ຫລາຍຂຶ້ນ. 

No comments:

Post a Comment