Ad

Ad

28 September 2016

ລາວ-ຫວຽດນາມແລກປ່ຽນບົດຮຽນຄຸ້ມຄອງໜີ້ສາທາລະນະ

            ກອງປະຊຸມສໍາມານາແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງໜີ້ສາທາລະນະລະຫວ່າງລາວ-ຫວຽດນາມ, ໄດ້ຈັດຂຶ້ນໃນວັນທີ 27 ກັນຍານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນ ທິ ກິມ ເງິນ, ມີທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສົມດີ ດວງດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ. ເພື່ອແນ່ໃສແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນໃນການຄຸ້ມຄອງລັດທາງດ້ານໜີ້ສີນສາທາລະນະ, ເຊິ່ງເຫັນວ່າພວມເປັນບັນຫາທ້າທາຍ ແລະ ເລັ່ງ
ທວງໃຫ້ຕ້ອງໄດ້ມີການວິເຄາະ ແລະ ຊອກໃຫ້ເຫັນບັນດາປັດໃຈທີ່ພາໃຫ້ເກີດມີໜີ້ສີນ ແລະ ຄົ້ນຄວ້າວິທີການແກ້ໄຂຢ່າງເປັນລະບົບ ເພື່ອຮັບປະກັນໃຫ້ລະບົບເສດຖະກິດ, ການເງິນ-ເງິນຕາ ມີສະຖຽນລະພາບໝັ້ນທ່ຽງ ແລະ ມີການຂະຫຍາຍຕົວຕໍ່ເນື່ອງໃນເງື່ອນໄຂເສດຖະ ກິດຕະຫລາດ ແລະ ເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ. ກອງປະຊຸມສອງຝ່າຍໄດ້ຍົກໃຫ້ເຫັນບັນຫາທີ່ເປັນສິ່ງທ້າທາຍໃນການຄຸ້ມຄອງ, ການແກ້ໄຂໜີ້ສີນ ແລະ ການປ້ອງກັນຜົນກະທົບທີ່ເກີດຈາກໜີ້ສີນສາທາລະນະ ດ້ວຍການອອກນິຕິກໍາ, ນະໂຍບາຍ, ມາດຕະການທີ່ເປັນລະບົບຄົບຊຸດ ແລະ ມີຜົນສັກສິດ ເພື່ອຈໍາກັດການເພີ່ມຂຶ້ນຂອງໜີ້ສີນສາທາລະນະໃຫ້ຫລຸດລົງ.

             ການສໍາມະນາໃນຫົວຂໍ້ສໍາຄັນດັ່ງກ່າວ ແມ່ນກິດຈະກໍາໜຶ່ງໃນການຮ່ວມມືລະຫວ່າງສອງສະພາແຫ່ງຊາດລາວ-ຫວຽດນາມ, ກໍຄືບັນດາຂະແໜງການກ່ຽວຂ້ອງຂອງສອງປະເທດ, ທັງເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ ແລະ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີໃນປີ 2017 ນີ້.

No comments:

Post a Comment