Ad

Ad

28 September 2016

ລາວເລັ່ງປັບສະຖານະພາບແຮງງານລາວເຮັດວຽກຢູ່ໄທໃຫ້ຖືກລະບຽບຫລັກການ

           ລັດຖະບານໄດ້ຮັບຮອງໂດຍພື້ນຖານຕໍ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດການປັບສະຖານະພາບແຮງງານລາວທີ່ເຮັດວຽກຢູ່ປະເທດໄທ, ພ້ອມທັງມອບໃຫ້ພາກສ່ວນກ່ຽວຂ້ອງເລັ່ງປະສານສົມທົບກັບທາງການໄທ ເພື່ອໃຫ້ເປັນເອກະພາບໃນການແກ້ໄຂບັນຫາການເຄື່ອນຍ້າຍແຮງງານທີ່ຖືກຕ້ອງ ແລະ ບໍ່ຖືກຕ້ອງຮ່ວມກັນຢ່າງມີປະສິດທິຜົນ.
             ການຮັບຮອງເອົາບົດລາຍງານດັ່ງກ່າວມີຂຶ້ນໃນກອງປະຊຸມວິສາມັນຂອງລັດຖະບານປະຈໍາເດືອນໃນວັນທີ 26 ກັນຍານີ້, ໂດຍການເປັນປະທານທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະ ມົນຕີ, ທັງເປັນປະທານກວດກາສູນກາງພັກ, ປະທານອົງການກວດກາ
ລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ.

           ລັດຖະບານໄດ້ຕີລາຄາສະພາບການຕົວຈິງຂອງສາເຫດທີ່ພາໃຫ້ແຮງງານລາວຫລັ່ງໄຫລໄປອອກແຮງງານຢູ່ຕ່າງປະເທດ, ໂດຍສະເພາະແມ່ນປະເທດໄທ ນັ້ນເຫັນວ່າຜູ້ອອກແຮງງານຢູ່ລາວສ່ວນຫລາຍແມ່ນເຮັດວຽກການຜະລິດກະສິກໍາເປັນສ່ວນໃຫຍ່, ເຖິງວ່າຈະມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານຫລາຍປານໃດກໍຕາມ, ແຕ່ການຜະລິດດັ່ງກ່າວແມ່ນພຽງແຕ່ກຸ້ມກິນ, ເຮັດແບບກະແຈກກະຈາຍ ແລະ ຜະລິດແບບທໍາມະຊາດຍັງບໍ່ເປັນສີນຄ້າ ແລະ ສົ່ງຜົນສະທ້ອນເຮັດໃຫ້ມີການຫວ່າງງານລະດູການ ຈຶ່ງເຮັດໃຫ້ລາຍຮັບຂອງຜູ້ອອກແຮງງານບໍ່ສົມດຸນກັບລາຍຈ່າຍ ແລະ ບໍ່ສາມາດຫລຸດພົ້ນອອກຈາກຄວາມທຸກຍາກ. ນອກຈາກນີ້, ໂຄງປະກອບຂອງແຮງງານລາວຍັງມີການຫັນປ່ຽນຊ້າ, ແຮງງານໃນຂົງເຂດກະສິກໍາຍັງກວມຫລາຍເຖິງ 65,3%, ຂົງເຂດອຸດສະຫະກໍາມີພຽງ 11,4% ແລະ ບໍລິການກວມເອົາ 23,3% ຂອງອັດຕາກໍາລັງແຮງງານໃນທົ່ວປະເທດ, ຂະນະດຽວກັນ ຊັດສ່ວນແຮງງານທີ່ມີຄວາມຮູ້, ມີວິຊາຊີບ ແລະ ມີສີມືດີແມ່ນມີໜ້ອຍ, ແຮງງານບໍ່ມີວິຊາຊີບພັດມີຫລາຍ ຈຶ່ງເຮັດໃຫ້ການຫັນເອົາແຮງງານຈາກຂົງເຂດກະສິກໍາມາສູ່ຂົງເຂດອຸດສະຫະກໍາ ແລະ ບໍລິການຊັກຊ້າ ແລະ ເກີດມີສະພາບການຫວ່າງງານໃນຕົວເມືອງເພີ່ມຂຶ້ນ, ຍ້ອນເກີດມາຈາກບັນຫາມີແຮງງານເຫລືອບໍ່ພໍແບບນີ້ ຈຶ່ງສົ່ງຜົນສະທ້ອນພາໃຫ້ເກີດມີແຮງງານເຄື່ອນຍ້າຍຈາກຊົນນະບົດເຂົ້າສູ່ຕົວເມືອງ ແລະ ຂ້າມໄປອອກແຮງງານຢູ່ປະເທດໃກ້ຄຽງເປັນຈໍານວນຫລວງ ຫລາຍ, ຂະນະທີ່ແຮງງານຕ່າງປະເທດພັດເຄື່ອນຍ້າຍເຂົ້າມາເຮັດວຽກຢູ່ລາວເພີ່ມຂຶ້ນ, ເຊິ່ງບັນຫາດັ່ງກ່າວລັດຖະບານເຫັນວ່າຕ້ອງໄດ້ເພີ່ມທະວີການປະສານສົມທົບກັບທາງການປະເທດໃກ້ຄຽງ, ໂດຍສະເພາະປະເທດໄທ ເພື່ອເປັນເອກະພາບໃນການແກ້ໄຂບັນຫາການເຄື່ອນຍ້າຍແຮງງານທີ່ຖືກ ຕ້ອງ ແລະ ບໍ່ຖືກຕ້ອງຮ່ວມກັນ, ພ້ອມທັງເອົາໃຈໃສ່ປັບປຸງບັນດາບໍລິສັດຈັດຫາງານຂອງລາວ ເພື່ອສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ແກ່ແຮງງານລາວທີ່ໄປເຮັດວຽກຢູ່ຕ່າງປະເທດ ແລະ ອັນສໍາຄັນແມ່ນຕ້ອງເອົາໃຈໃສ່ໂຄສະນາສຶກສາອົບຮົມບັນດາຊາວໜຸ່ມ ກໍຄືປະຊາຊົນໄດ້ຮັບຮູ້, ເຂົ້າ ໃຈກ່ຽວກັບການເດີນທາງໄປເຮັດວຽກຢູ່ຕ່າງປະເທດໃຫ້ຖືກຕ້ອງຕາມຂັ້ນຕອນ ແລະ ລະບຽບການ.  

No comments:

Post a Comment