Ad

Ad

15 September 2016

ລາວຖືສໍາຄັນວຽກງານລົບລ້າງຄວາມບໍ່ຮູ້ໜັງສື

   ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານ ຍາມໃດກໍໃຫ້ຄວາມສຳຄັນຕໍ່ວຽກງານການສຶກສາຂອງປະຊາຊົນບັນດາເຜົ່າ ກໍຄືການລົບລ້າງຄວາມບໍ່ຮູ້ໜັງສື. ຊຶ່ງພາຍຫລັງໄດ້ປະກາດຈົບຊັ້ນປະຖົມບຳລຸງຢ່າງເປັນທາງການໃນ ທ້າຍປີ 2015 ແລ້ວ, ກະຊວງສຶກສາທິການ ແລະ ກິລາ ຍັງສືບຕໍ່ເກັບກຳສະຖິຕິຈຳນວນປະຊາກອນທີ່ຍັງບໍ່ທັນຈົບຊັ້ນປະຖົມ ແລະ ຈັດຕັ້ງການຮຽນ-ການສອນ, ເຊິ່ງສົກປີ 2015-2016 ຜ່ານມາເຫັນວ່າມີຜົນສເລັດສູງສົມຄວນເຮັດໃຫ້ປະຊາກອນທີ່ມີອາຍຸ 15 ປີຂຶ້ນໄປຮຽນຈົບລະດັບລົບລ້າງຄວາມບໍ່ຮູ້ໜັງສືຈນວນ 6.402 ຄົນ. ພ້ອມນັ້ນ, ຍັງຮຽນຈົບຊັ້ນປະຖົມບຳລຸງ 18.575 ຄົນ, ຊັ້ນມັດທະຍົມຕອນຕົ້ນລະບົບບຳລຸງ 65.618 ຄົນ, ຈົບຊັ້ນມັດທະຍົມຕອນປາຍລະບົບບຳລຸງໄດ້ 2.332 ຄົນ.

  ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວເນື່ອງໃນໂອກາດວັນສາກົນແຫ່ງການລົບລ້າງຄວາມບໍ່ຮູ້ໜັງສືຄົບຮອບ 50 ປີ (8 ກັນຍາ 1966-8 ກັນຍາ 2016) ໂດຍລະບຸວ່າ: ລາວ ສາມາດປະກາດຈົບຊັ້ນມັດທະຍົມຕອນຕົ້ນທົ່ວເມືອງໄດ້ 80 ເມືອງ ແລະ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງທົ່ວແຂວງໄດ້ 2 ແຂວງຄື: ແຂວງໄຊຍະ
ບູລີ, ຊຽງຂວາງ ແລະ 1 ນະຄອນຫລວງວຽງຈັນ. ຈາກຜົນງານດັ່ງກ່າວຂ້າພະເຈົ້າຂໍຕາງໜ້າໃຫ້ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກິລາ, ໄດ້ສະແດງຄວາມຍ້ອງຍໍສັນລະເສີນມາຍັງຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ, ນັບແຕ່ສູນກາງຮອດທ້ອງຖິ່ນ, ທັງພາກລັດ ແລະ ເອກະຊົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການສຶກສານອກໂຮງຮຽນ ກໍຄືວຽກງານລົບລ້າງຄວາມບໍ່ຮູ້ໜັງສື. ລວມທັງບັນດາປະເທດເພື່ອນມິດທີ່ໄດ້ໃຫ້ການສະໜັບສະໜູນຕໍ່ຜົນສຳເລັດໃນໄລຍະຜ່ານມາ ແລະ ເປົ້າໝາຍການພັດທະນາການສຶກສາຫລັງປີ 2015 ໃຫ້ໄປຕາມທິດແບບຍືນຍົງ ແລະ ການຮຽນຮູ້ຕະຫລອດຊີວິດ.

   ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊີ້ໃຫ້ເຫັນວ່າ: ສ ປປ ລາວ ຍັງຈະໄດ້ເລັ່ງໃສ່ຍົກລະດັບການສຶກສາໃຫ້ພົນລະເມືອງລາວຈົບການສຶກສາພາກບັງຄັບ 9 ປີຮຽນດ້ວຍການເອົາໃຈໃສ່ຂະຫຍາຍຕາໜ່າງການສຶກສາຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃຫ້ທົ່ວເຖິງ, ສ້າງເງື່ອນໄຂໃຫ້ພົນ ລະເມືອງລາວ ສາມາດເຂົ້າເຖິງການສຶກສາຢ່າງມີຄວາມສະເໝີພາບກັນ. ພ້ອມກັນນັ້ນ, ກໍເອົາໃຈໃສ່ຈັດການຮຽນ-ການສອນ, ການບຳລຸງຍົກລະດັບໃຫ້ປະຊາຊົນໃນຮູບແບບການສຶກສານອກໂຮງຮຽນຢ່າງເປັນປົກກະຕິ, ຜູ້ຈົບຊັ້ນປະຖົມສຶກສາແລ້ວ ກໍໃຫ້ສືບຕໍ່ບຳລຸງໃຫ້ຈົບຊັ້ນມັດທະຍົມຕົ້ນ ແລະ ສູງກວ່ານັ້ນ. ທັງສອນໃຫ້ຜູ້ຮຽນມີຄວາມຮູ້ຕິດພັນກັບການຮຽນຮູ້ວິຊາຊີບໃດໜຶ່ງທີ່ໝັ້ນຄົງ, ເພື່ອນຳເອົາຄວາມຮູ້ໄປປະກອບສ່ວນພັດທະນາຄຸນນະພາບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ ແລະ ນຳໄປພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ຈະເລີນກ້າວໜ້າຂຶ້ນເລື້ອຍໆ.

No comments:

Post a Comment