Ad

Ad

15 September 2016

ອຸຕຸເຝົ້າລະວັງລະດັບນ້ຳຂອງທີ່ພວມເພີ່ມຂຶ້ນຢ່າງໃກ້ຊິດ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ພະຍຸ ຣາອີ (Rai) ໄດ້ອ່ອນກຳລັງ ລົງເປັນພະຍຸເດເປຣຊັນ ແລະ ປັດຈຸບັນໄດ້ກາຍເປັນຄວາມກົດດັນອາກາດຕ່ຳປົກຄຸມຢູ່ທົ່ວ ທຸກພາກຂອງລາວດ້ວຍກຳລັງປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ເຊິ່ງລັກສະນະເຊັ່ນນີ້ ຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກ ປານກາງພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນໃນ ແຕ່ລະພາກຂອງລາວ. ພ້ອມນີ້ ໜ່ວຍວັດແທກລະດັບນ້ຳຂອງ ແລະ ແມ່ນ້ຳສາຂາຕ່າງໆຂອງກົມດັ່ງກ່າວ, ໄດ້ລົງເກັບກຳຂໍ້ມູນລະ ດັບນ້ຳຂອງໃນຕອນເຊົ້າວັນທີ 14 ກັນຍານີ້, ຢູ່ນະຄອນຫລວງວຽງຈັນ ເຂດຫລັກ 4 ສາມາດແທກໄດ້ 9,30 ແມັດ ແລະ ອາດເພີ່ມຂຶ້ນເປັນ 9,55 ແມັດໃນວັນຕໍ່ມາ ແລະ ແຂວງອື່ນໆກໍເຊັ່ນກັນຄື: ຢູ່ຫລວງພະບາງ ແທກໄດ້
11,50 ແມັດ ແລະ ອາດເພີ້ມຂຶ້ນເປັນ 11,58 ແມັດ, ປາກຊັນ ແທກໄດ້ 11,50 ແມັດ ແລະ ອາດເພີ້ມຂຶ້ນເປັນ 11,79 ແມັດ, ທ່າແຂກ ແທກໄດ້ 10,52 ແລະ ອາດເພີ້ມຂຶ້ນເປັນ 10,63, ປາກເຊ ແທກໄດ້ 10 ແມັດ ແລະ ອາດເພີ້ມຂຶ້ນ 10,40 ແມັດ, ຂົວເຊບັ້ງໄຟ ແທກໄດ້ 16,90 ແລະ ອາດເພີ້ມຂຶ້ນເປັນ 17,53 ແມັດໃນມື້ຕໍ່ມາ. ດັ່ງນັ້ນ ເພື່ອປ້ອງກັນ ແລະ ເຝົ້າລະວັງລະດັບນ້ຳ ຂອງ ແລະ ແມ່ນ້ຳສາຂາຕ່າງໆ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໃຫ້ ປະຊາຊົນທີ່ອາໄສ ຢູ່ເຂດດັ່ງກ່າວ ລະມັດລະວັງ ເພາະອາດຈະເກີດນ້ຳຖ້ວມ ແລະ ນ້ຳປ່າ ໄຫລຊຸແຮງກໍເປັນໄດ້. 

No comments:

Post a Comment