Ad

Ad

17 October 2016

ສະຫອລງວັນນັກທຸລະກິດຂອງຫວຽດນາມຢູ່ລາວຄົບຮອບ 12 ປີ


          ແລງວັນທີ 13 ຕຸລານີ້, ສະມາຄົມນັກທຸລະກິດຫວຽດນາມຢູ່ລາວ, ຈັດພິທີສະເຫລີມ ສະຫລອງວັນນັກທຸລະກິດຫວຽດນາມ ຄົບຮອບ 12ປີ (13 ຕຸລາ 2004 -13 ຕຸລາ 2016), ຂຶ້ນທີ່ໂຮງແຮມເມືອງແທັງ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຂັມມະນີ ພົນເສນາ ແລະ ທ່ານ ຫງວຽນ ແມັງ ຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ພ້ອມດ້ວຍນັກທຸລະກິດຫວຽດນາມເຂົ້າຮ່ວມ.
            ທ່ານ ສົມຫວັງ ວົງວິໄລ ປະທານສະມາຄົມນັກທຸລະກິດຫວຽດນາມກ່າວວ່າ: ໃນໄລຍະຜ່ານມາ, ການດຳ ເນີນ
ທຸລະກິດຂອງນັກທຸລະກິດຫວຽດນາມຢູ່ລາວ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງມີຍອດການລົງທຶນຂອງຫວຽດນາມຢູ່ລາວ ປະມານ 5 ຕື້ໂດລາສະຫະລັດ, ໃນຈຳນວນສະມາຊິກ 300 ກວ່າຄົນ. ປັດຈຸບັນ ຫວຽດນາມ ຈັດຢູ່ອັບດັບທີ 3 ຂອງການລົງທຶນຕ່າງປະເທດຢູ່ລາວ, ຊຶ່ງໄດ້ປະກອບສ່ວນໃນດ້ານງົບປະມານພ້ອມພັນທະອາກອນຕ່າງໆໃຫ້ລັດຢ່າງຄົບຖ້ວນ ແລະ ສ້າງວຽກເຮັດງານທຳ ໃຫ້ແກ່ຄົນລາວຈຳນວນຫລວງຫລາຍ.
            ໃນໂອກາດດັ່ງກ່າວທ່ານລັດຖະມົນຕີກະຊວງອຸດສາຫະ ກຳ ແລະ ການຄ້າ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກທຸລະກິດຫວຽດນາມທີ່ເຂົ້າມາລົງທຶນຢູ່ລາວ, ຊຶ່ງໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງລາວເປັນຢ່າງດີ, ຜ່ານມາພັກ ແລະ ລັດຖະບານໄດ້ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ບັນດາຫົວໜ່ວຍທຸລະກິດ ເວົ້າລວມ ເວົ້າສະເພາະ ກໍຄືຫວຽດນາມອ້າຍນ້ອງທີ່ລົງທຶນ, ພ້ອມນີ້ ການລົງທຶນຂອງຕ່າງປະເທດຢູ່ລາວ ຍັງເຮັດໃຫ້ລາວສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນນຳອີກ. ພ້ອມເນັ້ນໃຫ້ສະມາຄົມນັກທຸລະກິດຫວຽດ ນາມມີການຮ່ວມມືປະສານສົມທົບກັບສະພາການຄ້າ ເພື່ອສ້າງ ເງື່ອນໄຂສະດວກໃຫ້ພາກທຸລະກິດສອງປະເທດ ເພື່ອພ້ອມກັນເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

            ໂອກາດນີ້, ສະມາຄົມນັກທຸລະກິດຫວຽດນາມ ຍັງໄດ້ມອບໃບຍ້ອງຍໍໃຫ້ວິສາຫະກິດ, ໂຮງງານ ແລະ ບໍລິສັດດີເດັ່ນ 15 ຫົວໜ່ວຍ ແລະ ນັກທຸລະກິດສ່ວນບຸກຄົນດີເດັ່ນ 16 ທ່ານທີ່ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດນຳອີກ.

No comments:

Post a Comment