Ad

Ad

17 October 2016

ຊຸກຍູ້ພາກທຸລະກິດປະກອບສ່ວນຕ້ານການຂາດສານອາຫານໃນລາວ


            ສຳນັກງານຕາງໜ້າສະຫະພາບເອີຣົບ (EU) ປະຈໍາລາວຮ່ວມກັບອົງການອາຫານໂລກ (WF), ໄດ້ຈັດງານພົບປະກັບພາກທຸລະກິດໃນລາວ ເພື່ອຊຸກຍູ້ການເຂົ້າຮ່ວມສ້າງຕັ້ງເຄືອຂ່າຍທຸລະກິດຕໍ່ສູ້ກັບບັນຫາຂາດສານອາ ຫານໃນລາວ.
              ເຄືອຂ່າຍສາກົນເພື່ອຢຸດຕິການຂາດສານອາຫານ ( Scaling Up Nutrition-SUN) ແມ່ນເຄືອຂ່າຍໜຶ່ງໃນບັນດາເຄືອຂ່າຍສາກົນທີ່ຈະເປັນຄູ່ຮ່ວມກັບເຄືອຂ່າຍພາກອົງການຈັ້ດຕັ້ງຂອງສະຫະປະຊາຊາດ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ໃຫ້ທຶນພັດທະນາ, ໂດຍມີເປົ້າໝາຍທີ່ຈະຍົກສູງການປະກອບສ່ວນຂອງພາກທຸລະກິດເພື່ອສະໜັບສະໜູນການແກ້ໄຂບັນຫາໂພຊະນາການ.

              ປັດຈຸບັນໃນທົ່ວໂລກມີປະມານ 261 ບໍລິສັດໄດ້ສະແດງເຈດຈຳນົງທີ່ຈະໃຫ້ການສະໜັບສະໜູນເຄືອຂ່າຍເພີ່ມທະວີການຮ່ວມມືແກ້ໄຂບັນຫາໂພຊະນາການ, ໂດຍຜ່ານກອບເຄືອຂ່າຍສາກົນ ຫຼື ກອບເຄືອຂ່າຍລະດັບປະເທດ ແລະ ສ ປປ ລາວເອງກໍໄດ້ເຂົ້າຮ່ວມເຄືອຂ່າຍດັ່ງກ່າວແຕ່ປີ 2011 ເປັນຕົ້ນມາ ແລະ ກອງເລຂາຄະນະກຳມາທິການໂພຊະນາການແຫ່ງຊາດເພື່ອເຮັດໜ້າທີ່ເປັນຜູ້ປະສານງານເຄືອຂ່າຍພາກອົງການຈັ້ດຕັ້ງຂອງສະຫະປະຊາຊາດ, ເຄືອຂ່າຍພາກອົງການຈັດຕັ້ງທາງສັງຄົມ ແລະ ເຄືອຂ່າຍຜູ້ໃຫ້ທຶນພັດທະນາ. ບັນຄາຄູ່ຮ່ວມໃນເຄືອຂ່າຍເພີ່ມທະວີການຮ່ວມມືແກ້ໄຂບັນຫາໂພຊະນາການໃນລາວເຫັນວ່າພາກເອກະຊົນລາວກໍ່ສາມາດມີບົດບາດສຳຄັນບໍ່ວ່າທາງກົງ ຫຼື ທາງອ້ອມໃນການຊ່ວຍຫຼຸດຜ່ອນບັນຫາການຂາດສານອາຫານລະດັບສູງຢູ່ພາຍໃນປະເທດ, ອາດຈະກວມເອົາຫຼາຍຂະແໜງການທຸລະກິດ ເຊັ່ນ: ໂຮງງານອຸດສະຫະກຳ, ທຸລະກິດທ່ອງທ່ຽວ, ໂຮງແຮມ, ທະນາຄານ, ບໍ່ແຮ່ ແລະ ຂະ
ແໜງອື່ນໆ.
              ທ່ານທູດສະຫະພາບເອີຣົບປະຈໍາລາວ ກ່າວວ່າ: ການພົບປະຄັ້ງນີ້ ເພື່ອເປີດຊ່ອງທາງການແລກປ່ຽນທີ່ບໍ່ເປັນທາງການກັບບັນດາຜູ້ບໍລິຫານທຸລະກິດສາມາດມີສວ່ນຮ່ວມຢ່າງຫ້າວໃນການສະໜັບສະໜຸນພາກລັດ ເພື່ອຕໍ່ສູ້ກັບບັນຫາການຂາດສານອາຫານໄດ້ຕາມຄວາມອາດສາມາດ ແລະ ຜົນປະໂຫຍດທາງທຸລະກິດຂອງເຂົາເຈົ້າ. ພວກເຮົາຫວັງວ່າການສະໜັບສະໜູນຈາກພາກທຸລະກິດຈະສາມາດຊ່ວຍແກ້ໄຂບັນຫາໂພຊະນາການໄດ້ດີຫລາຍຂຶ້ນ, ໂດຍສະເພາະການສະໜອງອາຫານທີ່ມີໂພຊະນາການ, ສາມາດຊື້ໄດ້ໃນລາຄາເໝາະສົມ ແລະ ເປັນທີ່ຍອມຮັບໂດຍການສ້າງນະວັດຕະກຳໃໝ່ໃຫ້ກັບຜະລິດຕະພັນ ແລະ ການບໍລິການ. ນອກນີ້ພາກທຸລະກິດຍັງສາມາດປັບປຸງຂອດການຜະລິດ, ການຂົນສົ່ງ, ຫຸ້ມຫໍ່ ແລະ ຈັດເກັບສິນຄ້າໃຫ້ມີຄຸນນະພາບສູງຂຶ້ນ. ສ່ວນທຸລະກິດຂະແໜງອື່ນໆກໍ່ສາມາດສົ່ງ ເສີມພຶດຕິກຳທີ່ສົ່ງຜົນດີຕໍ່ສຸຂະພາບຂອງປະຊາຊົນ ເຊັ່ນ: ສົ່ງເສີມການກິນອາຫານທີ່ມີໂພຊະນາການ, ເອື້ອອຳນວຍໃນການສ້າງສະພາບແວດລ້ອມການເຮັດວຽກທີ່ເປັນມິດແກ່ແມ່ ແລະ ເດັກ, ສະໜັບສະໜູນການຄົ້ນຄວ້າວິໄຈທາງການຕະຫຼາດທີ່ເນັ້ນໃສ່ໂພສະນາການ ແລະ ສ້າງຄວາມສາມາດທາງດ້ານທຸລະກິດກ່ຽວກັບໂພຊະນາການ ໂດຍສະເພາະແມ່ນການນຳເອົາເຕັກໂນລີຊີ ແລະ ຄວາມຮູ້ໃໝ່ທັນສະໄໜເຂົ້າມານຳໃຊ້, ເຖິງວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕຢ່າງຕໍ່ເນື່ອງຕະຫຼອດໄລຍະ 15 ປີຜ່ານມາກໍຕາມ, ແຕ່ລາວຍັງສືບຕໍ່ປະສົບບັນຫາອັດຕາການຂາດສານອາ ຫານໃນລະດັບສູງເປັນບາງໄລຍະເກືອບເຖິງ 50% ຂອງເດັກນ້ອຍທີ່ມີອາຍຸຕໍ່າກວ່າ 5 ປີ ແລະ ປະມານ 20% ຂອງເດັກນ້ອຍໃນເຂດຊົນນະບົດແມ່ນເຕ້ຍ ແລະ ມີພັດທະນາການຕໍ່າກວ່າເກນອາຍຸ.

              ງານພົບປະດັ່ງກ່າວ, ຈັດຂຶ້ນໃນແລງວັນທີ 13 ຕຸລານີ້ຢູ່ສໍານັກງານຕາງໜ້າສະຫະພາບເອີຣົບທີ່ນະຄອນ ຫຼວງວຽງຈັນ, ໂດຍມີທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ, ທັງເປັນປະທານຄະນະກໍາມະການໂພສະນາການແຫ່ງຊາດ ພູທອນ ເມືອງປາກ, ທ່ານ ເລໂອ ຟາແບ໋ກ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈໍາລາວ, ທ່ານ ຊາຣາ ກໍດອນກີບສັນ ຜູ້ອຳນວຍການອົງການອາຫານໂລກປະຈຳລາວ , ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ, ນັກທຸລະກິດຕ່າງໆ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment