Ad

Ad

17 October 2016

ຊາວພຸດລາວຮ່ວມໃສ່ບາດບຸນອອກພັນສາປະວໍລະນາ ພສ 2559


           ໃນເຊົ້າວັນທີ 15 ຕຸລາ 2016 ກົງກັບມື້ຂຶ້ນ 15 ຄໍ່າເດືອນ 11 ພສ 2559, ຊຶ່ງເປັນວັນບຸນອອກພັນສາປະວໍລະນາ ພສ 2559, ໂດຍຊາວພຸດທະສາດສະນິກະຊົນລາວໃນທົ່ວປະເທດ, ໄດ້ພ້ອມພາກັນໄປທໍາບຸນໃສ່ບາດຖວາຍສັງຄະທານແດ່ພະສົງສໍາມະເນນຢູ່ຕາມວັດວາອາຮາມຕ່າງໆໃນໂອກາດວັນບຸນສໍາຄັນທາງພຸດທະສາດສະໜາດັ່ງກ່າວດ້ວຍບັນຍາກາດຄືກຄື້ນ ແລະ ຮັບຟັງທໍາມະເທດສະໜາຄໍາສອນຂອງພະພຸດທະເຈົ້າ ເພື່ອຍຶດຖືເປັນຫລັກທໍາພື້ນຖານໃນການດໍາລົງຊີວິດທີ່ຖືກຕ້ອງ ແລະ ປົກປັກຮັກສາພຸດທະສາດສະໜາຮີດຄອງປະເພນີອັນດີງາມໃຫ້ຄົງຢູ່ຄູ່ຊາດລາວຕະ ຫລອດຊົ່ວກາລະນານ ແລະ ໃນບ່າຍຂອງມື້ດຽວກັນຢູ່ແຄມຂອງເຂດບ້ານສີຖານເໜືອ,ບ້ານຂຸນຕາ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ກໍໄດ້ມີການແຂ່ງຂັນເຮືອຊ່ວງປະເພນີປະຈໍາປີ 2016 ທັງເພດຍິງ ແລະ ເພດຊາຍ ທີ່ມີຫລາຍກວ່າ 20 ລໍາ. ສ່ວນຕອນຄໍ່າແມ່ນຈະມີການວຽນທຽນຕາມວັດວາອາຮາມ, ພ້ອມດ້ວຍປະເພນີການໄຫລເຮືອ ໄຟຢ່າງສວຍງາມ.

             ການເຮັດບຸນອອກພັນສາ ແລະ ຊ່ວງເຮືອປະຈໍາປີນີ້ແມ່ນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດ ທະນະທໍາຮີດຄອງປະເພນີອັນດີງາມຂອງຊາດທີ່ໄດ້ສືບທອດກັນມາແຕ່ບູຮານນະການ, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ແລະ ເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນາທໍາໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.

No comments:

Post a Comment