Ad

Ad

17 October 2016

ສປ ຈີນ ຊ່ວຍປິ່ນປົວສຸຂະພາບຕາໃຫ້ປະຊາຊົນໂດຍບໍ່ເສຍຄ່າ


          ວັນທີ 14 ຕຸລານີ້, ກະຊວງສາທາລະນະສຸກ ໄດ້ຈັດພິທີເປີດຕາຂອງຜູ້ທີ່ໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ຂອງໂຄງການເຄື່ອນໄຫວແສງສະຫວ່າງໃນແມ່ນ້ຳຂອງຈາກ ສປ ຈີນ, ຂຶ້ນທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນ ຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ກວນ ຮວາ ປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
            ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ທຸກໆປີ ສປປ ລາວ ໄດ້ຈັດພິທີສະເຫລີມສະຫລອງວັນ
ສາຍຕາໂລກຢ່າງຄືກຄື້ນ, ພ້ອມທັງຈັດທີມງານແພດໝໍ-ພະຍາບານທາງດ້ານສາຍຕາສະເພາະມາໃຫ້ບໍລິການປິ່ນ ປົວ ແລະ ຜ່າຕັດຕາໃຫ້ຜູ້ເປັນແກ່ນຕາຂຸ່ນຢ່າງຫລວງຫລາຍ, ພິເສດໃນປີນີ້ ສປ ຈີນ ໄດ້ນຳເອົາໂຄງການເຄື່ອນໄຫວແສງສະຫວ່າງ ເຂົ້າມາຊ່ວຍເຫລືອຄົນລາວທີ່ເປັນພະຍາດຕາມາປິ່ນປົວໂດຍບໍ່ເສຍຄ່າ ພ້ອມທັງມີທີມງານຊ່ຽວຊານຈາກຈີນ ມາກວດສຸຂະພາບຕາໃຫ້ກັບປະຊາຊົນລາວໂດຍບໍ່ເສຍຄ່າເກືອບ 1.500 ຄົນ, ແຈກຢາຍແວ່ນຕາເບິ່ງໃກ້ ຈຳນວນ 500 ຄູ່ ແລະ ໄດ້ຜ່າຕັດຜູ້ປ່ວຍແກ່ນຕາຂຸ່ນເກືອບ 200 ຄົນ ເຮັດໃຫ້ຜູ້ປ່ວຍກັບຄືນມາເຫັນຮຸ່ງອີກຄັ້ງໜຶ່ງ.         

            ໂຄງການດັ່ງກ່າວ ເປັນການທົດລອງຄັ້ງທຳອິດທາງດ້ານການພົວພັນການຕ່າງປະເທດຂອງຂະແໜງສາທາລະນະສຸກສອງປະເທດ, ປັດຈຸບັນມີຜູ້ເປັນພະຍາດແກ່ນຕາຂຸ່ນຫລາຍລ້ານຄົນໃນໂລກ, ຊຶ່ງເປັນສາເຫດໜຶ່ງພາເຮັດໃຫ້ຕາບອດ ແຕ່ຜ່ານການປັບປຸງມາເປັນເວລາຫລາຍປີ, ເຮັດໃຫ້ເຕັກນິກຜ່າຕັດໄດ້ມີການພັດທະນາຫລາຍຈົນເຖິງລະດັບສົມບູນແລ້ວ, ໂດຍສ່ວນໃຫຍ່ພາຍຫລັງເຂົ້າຮັບການຜ່າຕັດແມ່ນຫາຍຂາດຈາກພະຍາດແກ່ນຕາຂຸ່ນ, ການຜ່າຕັດແມ່ນໄດ້ໃຊ້ເງິນຈຳນວນບໍ່ໜ້ອຍ ຈຶ່ງເຮັດໃຫ້ບໍ່ຄ່ອຍມີຄົນເຂົ້າຮັບການປິ່ນປົວ, ແຕ່ໂຄງການເຄື່ອນໄຫວແສງສະຫວ່າງ ໄດ້ຊ່ວຍເຫລືອຜູ້ປ່ວຍດັ່ງກ່າວໂດຍບໍ່ເສຍຄ່າປິ່ນປົວໃດໆ.

No comments:

Post a Comment