Ad

Ad

4 October 2016

ນັກຮຽນ 3 ຄົນທີ່ສູນຫາຍໃນເຫດການຂົວອູ່ເພໄດ້ພົບຕົວແລ້ວທັງໝົດປອດໄພດີ


         ທ່ານຮອງເຈົ້າເມືອງວຽງຄໍາ, ແຂວງຫລວງພະບາງ ຊາຍພອນ ຈັນທຸມມາ ລາຍງານໃຫ້ນັກຂ່າວພວກເຮົາຮູ້ໃນວັນທີ 3 ຕຸລານີ້ວ່າ: ອໍານາດການປົກຄອງເມືອງໄດ້ພົບເຫັນນັກຮຽນຍິງ 3 ຄົນທີ່ຖືກລະບຸວ່າເປັນຜູ້ສູນຫາຍໃນເຫດການຂົວອູ່ຂ້າມນໍ້າແຊງເປ່ເພກະທັນຫັນເມື່ອວັນທີ 30 ກັນຍາຜ່ານມາແລ້ວ, ເຊິ່ງພວກເຂົາປອດໄພດີ, ພ້ອມທັງບອກວ່າພາຍຫລັງເກີດເຫດໄດ້ພາກັນລອຍໄປຂຶ້ນຝັ່ງແລ້ວກໍພາກັນຮີບຮ້ອນກັບເມືອເຮືອນທີ່ຢູ່ຫ່າງໄກຈາກບ່ອນເກີດເຫດຫລາຍສົມຄວນຍ້ອນມີອາການຕື່ນຕົກໃຈ, ດັ່ງນັ້ນເຫດການຄັ້ງນີ້ຈຶ່ງມີຜູ້ເສຍຊີວິດ 2 ຄົນຄື: ນາງຫອມ ອາຍຸ 15 ປີ ແລະ ທ້າວ ພອນ ອາຍຸ 16 ປີ, ທັງສອງແມ່ນຮຽນຢູ່ຊັ້ນ ມ5, ໂດຍອໍານາດການປົກຄອງເມືອງ ແລະ ຄອບຄົວໄດ້ຈັດພິທີຊາປະນາກິດສົບໃຫ້ນ້ອງນັກຮຽນທັງສອງແລ້ວໃນວັນທີ 1 ຕຸລານີ້, ສ່ວນຜູ້ທີ່ມີອາການເຈັບໜັກ ຈໍານວນ 19 ຄົນແມ່ນຍັງປິ່ນປົວຢູ່ໂຮງໝໍແຂວງ ແລະ ຜູ້ທີ່ເຈັບເລັກນ້ອຍປະມານ 30 ກວ່າຄົນແມ່ນໄດ້ປິ່ນປົວຢູ່ໂຮງໝໍເມືອງ, ໂດຍແມ່ນທາງເມືອງເປັນຜູ້ຮັບພິຊອບຄ່າປິ່ນປົວທັງໝົດ. ນອກຈາກນີ້, ໄດ້ມີຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງພາຍໃນແຂວງ ແລະ ເມືອງຈໍານວນໜຶ່ງໄດ້ສົມທົບທຶນຮອນ ຈໍານວນໜຶ່ງເພື່ອຊ່ວຍເຫລືອບັນເທົ່າທຸກຜູ້ປະສົບເຄາະຮ້າຍຄັ້ງນີ້ໃນເບື້ອງຕົ້ນ.

            ທ່ານຮອງເຈົ້າເມືອງວຽງຄໍາ ໃຫ້ຮູ້ວ່າ: ເຫດການດັ່ງກ່າວແມ່ນເກີດຂຶ້ນເນື່ອງມາຈາກເປັນຂົວເກົ່າທີ່ໄດ້ຮັບການກໍ່ສ້າງມາແຕ່ປີ 2012 ດ້ວຍງົບປະມານຂອງເມືອງໃນມູນຄ່າ 600 ລ້ານກ່າວກີບ, ໂດຍແມ່ນບໍລິສັດອ່ອນສີກໍ່ສ້າງຂົວທາງເປັນຜູ້ຮັບເໝົາກໍ່ສ້າງ, ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກຮຽນຊັ້ນ ມ 3 ຫາ ມ 7 ທີ່ຂ້າມໄປຮຽນຢູ່ຟາກກົງກັນຂ້າມກັບສໍານັກງານອົງການຂອງເມືອງໃນປັດຈຸບັນ, ຊຶ່ງເຫດການໄດ້ເກີດຂື້ນໃນໄລຍະທີ່ນັກຮຽນພວມເດີນທາງໄປໂຮງຮຽນ. ຕາມການສຳຫຼວດຈາກວິຊາການຂອງເມືອງແມ່ນອາດເກີດຈາກສະພາບຄວາມຊຸດໂຊມຂອງຂົວບວກກັບການຮັບນ້ຳໜັກຂອງການສັນຈອນບໍ່ໄດ້, ຈື່ງເຮັດໃຫ້ຮາວພະນັກຂອງຂົວທີ່ຈ່ອງດືງດ້ວຍສາຍກາບຂາດ ແລະ ເປ່ເພລົງສົ່ງຜົນເຮັດໃຫ້ນັກຮຽນຈໍານວນບໍ່ໜ້ອຍທີ່ພວມໄຕ່ຂ້າມຂົວຕົກລົງນໍ້າຈົນເຮັດໃຫ້ມີຜູ້ເສຍຊີວິດ  ແລະ ບາດເຈັບເປັນຈໍານວນຫລາຍ.

No comments:

Post a Comment