Ad

Ad

4 October 2016

ລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

          ກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແມ່ນຈັດຂຶ້ນທຸກໆສາມປີ ໂດຍຜັດປ່ຽນກັນເປັນເຈົ້າພາບຕາມຕົວອັກສອນພາສາອັງກິດ ແລະ  ໃນປີ 2016 ແມ່ນກະຊວງກິດຈະການສັງຄົມຂອງປະເທດອິນໂດນີເຊຍ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະ ມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນຄັ້ງທີ 9 ແລະ ກອງປະຊຸມລັດຖະມົນຕີສະ ຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ບວກສາມຄັ້ງທີ 5 ເຊິ່ງໄດ້
ດຳເນີນຂຶ້ນແຕ່ວັນທີ 29-30 ກັນຍາ 2016 ທີ່ນະຄອນຫຼວງຈາກາຕາ, ພາຍໃຕ້ຫົວຂໍ້ ສ້າງຄວາມເຂັ້ມແຂງໃນການພັດທະນາສະຫວັດດີການສັງຄົມ ເພື່ອບັນລຸວິ ໄສທັດປະຊາຄົມອາຊຽນ 2025’’ ໂດຍເປັນປະທານຂອງ ທ່ານ ໂຄຟີຟາ ອິນດາ ປາຣາ ວັນສາ ລັດຖະມົນຕີກິດຈະການສັງຄົມ ອິນໂດເນເຊຍ.
          ກອງປະຊຸມຄັ້ງນີ້, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ, ທັງເປັນຮອງປະທານກອງປະຊຸມດັ່ງກ່າວ, ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ໂດຍສະເພາະແມ່ນແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ, ການສົ່ງເສີມ ການພັດທະນາ ແລະ ການປົກປ້ອງສິດຜົນປະ ໂຫຍດຂອງຜູ້ອາຍຸສູງ, ຜູ້ພິການ ແລະ ເດັກນ້ອຍ, ການຈັດຕັ້ງປະຕິບັດວຽກງານປົກປ້ອງສັງຄົມ ແລະ ອື່ນໆ. ນອກຈາກນັ້ນ, ຍັງ ໄດ້ເນັ້ນໃສ່ການຮ່ວມມືເພື່ອພັດທະນາວຽກງານສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນໃນຕໍ່ໜ້າເປັນຕົ້ນແມ່ນການປະສານງານ ແລະ ການສົ່ງເສີມກິດຈະກໍາຕໍ່ຜູ້ອາຍຸສູງ, ເດັກນ້ອຍ ແລະ ຜູ້ພິການໃຫ້ຫລາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຖະແຫລງການອາຊຽນທີ່ກ່ຽວຂ້ອງ ແລະ ການເພີ່ມທະວີການຮ່ວມມືກັບບັນດາປະເທດບວກສາມກ່ຽວກັບວຽກງານສະ ຫວັດດີການສັງຄົມ ແລະ ການພັດທະນາອາຊຽນ.

          ກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາ ແລະ ຮັບຮອງເອົາບັນດາເອກະສານຕົ້ນຕໍຄື: ບົດລາຍງານຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນຄັ້ງທີ 12; ບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມຄັ້ງທີ 11, ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະ ນາອາຊຽນຄັ້ງທີ 9, ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນບວກສາມຄັ້ງທີ 5. ນອກນັ້ນ, ໄດ້ສຸມໃສ່ການສ້າງກິດຈະກຳ ແລະ ໂຄງການຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດຖະແຫຼງການອາຊຽນວ່າດ້ວຍການສ້າງຄວາມເຂັ້ມແຂງແກ່ຜູ້ອາຍຸສູງ, ການສ້າງຄວາມເຂັ້ມແຂງດ້ານການປົກປ້ອງສັງຄົມ, ການສົ່ງເສີມບົດບາດ ແລະ ການມີສ່ວນຮ່ວມຂອງຄົນພິການເພື່ອຕອບສະໜອງແກ່ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ນອກນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມລາວໄດ້ແຈ້ງເຖິງຄວາມພ້ອມການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງຕໍ່ໄປທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ, ພ້ອມເຊີນບັນດາລັດ ຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ແລະ ບວກສາມມາເຂົ້າຮ່ວມກອງປະ ຊຸມລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນຄັ້ງທີ 10 ແລະ ບວກສາມຄັ້ງທີ 6 ແລະ ກອງປະຊຸມປິ່ນອ້ອມໃນປີ 2019.

No comments:

Post a Comment