Ad

Ad

4 October 2016

ເດືອນກັນຍານີ້ທົ່ວນະຄອນຫລວງມີຜູ້ເສຍຊີວິດ 15 ຄົນຈາກອຸປະຕິເຫດບົນທ້ອງຖະໜົນ

          ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1-30 ກັນຍານີ້, ໃນນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 123 ກໍລະນີ, ໃນນັ້ນ ມີຜູ້ໄດ້ຮັບບາດເຈັບຫລາຍຮ້ອຍຄົນ, ພາຫະນະເປ່ເພເປັນຈຳນວນຫລາຍ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 15 ຄົນ, ຊຶ່ງອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກການລະເມີດລະບຽບຈະລາຈອນເປັນຕົ້ນ: ເມົາແລ້ວຂັບ ບວກກັບສະພາບຖະໜົນຫົນທາງບາງເສັ້ນບໍ່ຮັບປະກັນດີຄື: ເກີດການເປ່ເພ ເປັນຂຸມເປັນບວກ, ໄຟເຍືອງທາງບໍ່ຮຸ່ງດີ ແລະ ອື່ນໆ, ຂະນະ
ດຽວກັນໃນໄລຍະນີ້ ໄດ້ມີຝົນຕົກຕິດຕໍ່ກັນຫລາຍວັນ ຈຶ່ງສົ່ງຜົນເຮັດໃຫ້ເສັ້ນທາງປຽກໝື່ນ ແລະ ພາໃຫ້ເກີດອຸປະຕິເຫດໄດ້ງ່າຍ. ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ກໍຄືນັກຂັບຂີ່ທຸກຄົນຈົ່ງມີສະຕິລະວັງໃນເວລາຂັບຂີ່ພາຫະນະ, ພ້ອມທັງກວດເຊັກສະພາບ ເຕັກນິກລົດເປັນປະຈຳ ເປັນຕົ້ນ ໄຟທ້າຍ, ໄຟລ້ຽວ, ໄຟໜ້າ ແລະ ລະບົບອື່ນໆໃຫ້ ຢູ່ໃນສະພາບປົກ ກະຕິ, ເພື່ອຮັບປະກັນໃຫ້ການໃຊ້ລົດໃຊ້ຖະໜົນມີຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍທັງເຮັດໃຫ້ຄູ່ຮ່ວມທາງດ້ວຍກັນ ສາມາດ ສັງເກດເຫັນລົດຂອງແຕ່ລະຝ່າຍໄດ້ເປັນຢ່າງດີ, ທັງເປັນການປ້ອງກັນອຸປະ ຕິເຫດໃຫ້ຫລຸດຜ່ອນລົງນຳອີກ.

          ເຈົ້າໜ້າທີ່ໃຫ້ຮູ້ຕື່ມວ່າ: ເມື່ອທ້າຍອາທິດຜ່ານມານີ້, ຢູ່ເຂດບ້ານໂພນໄຮ່ຄຳ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ກໍມີອຸປະຕິເຫດລົດຈັກຕຳກັນຢ່າງຮຸນແຮງ, ສົ່ງຜົນໃຫ້ທ້າວ ອ໋ອງບີ້, ອາຍຸ 21 ປີ, ຢູ່ບ້ານນາກຸງ, ເມືອງໄຊທານີ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່.

No comments:

Post a Comment