Ad

Ad

4 October 2016

ລາວຈະສ້າງສູນຂໍ້ມູນຂ່າວສານຕະຫຼາດແຮງງານ


        ທ່ານຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໃຫ້ຮູ້ວ່າ: ປັດຈຸບັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີແຜນພັດທະນາ ແຮງງານ 5 ປີ ຄັ້ງ ທີ IV (2016-2020) ໂດຍກຳນົດສ້າງລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຮັບ ປະກັນໃຫ້ແກ່ການສ້າງແຜນ ແລະ ດັດສົມມະຫາພາກດ້ານແຮງງານ; ສ້າງລະບົບການພັດ ທະນາສີມືແຮງງານດ້ວຍການສ້າງມາດຕະຖານສີມືແຮງງານ, ໂດຍມີສ່ວນຮ່ວມຂອງຫົວ ໜ່ວຍແຮງງານ. ເຊິ່ງໃນນີ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ແມ່ນຫົວໃຈຫຼັກທີ່ສຳຄັນ ໃນການພັດທະນາວຽກງານແຮງງານ; ທັງເປັນສາງຂໍ້ມູນ, ເປັນບ່ອນເກັບກຳ, ວິເຄາະ, ເຜີຍແຜ່ໃຫ້ສັງຄົມຮູ້ຈັກ, ໂດຍສະເພາະແມ່ນ ນັກຮຽນຈົບ ມ.ຕົ້ນ, ມ.ປາຍ, ຜູ້ຊອກຫາວຽກເຮັດ ງານທຳ, ຜູ້ຕ້ອງການປ່ຽນວຽກ ສາມາດມີຂໍ້ມູນທີ່ດີເພື່ອຊ່ວຍໃນການຕັດສິນຮຽນວິຊາຊີບ, ຊອກຫາວຽກທີ່ໝັ້ນຄົງ, ມີລາຍໄດ້ທີ່ສົມເຫດສົມຜົນ, ໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງ ສິດຜົນປະໂຫຍດຕາມກົດໝາຍ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານເປັນກຸນແຈອັນສຳຄັນ ໃນການແຜນພັດທະ ນາບຸກຄະລາກອນຢ່າງມີປະສິດທິພາບ, ກຳນົດທິດທາງການລົງທຶນໃນແຕ່ລະດ້ານຢ່າງຊັດເຈນ, ມີແຜນຮອງຮັບສະພາບທີ່ຈະເກີດຂຶ້ນໃນແຕ່ລະຂະແໜງການທີ່ນຳໃຊ້ແຮງງານໃນແຕ່ ລະປະເພດ, ຫຼຸດຜ່ອນການວ່າງງານ, ການປ່ຽນວຽກເຮັດຂອງແຮງງານເພື່ອຕອບສະໜອງ ໃຫ້ຜູ້ທີ່ຈະຮຽນຈົບສາຍສາມັນ, ຈົບວິຊາຊີບ, ຈົບມະຫາວິທະຍາໄລ, ຜູ້ກຳລັງຊອກວຽກເຮັດ ຜູ້ປ່ຽນວຽກ, ຜູ້ວ່າງງານ. ໃນນັ້ນ ລວມທັງຂໍ້ມູນເສດຖະກິດການຄ້າ, ເຊິ່ງສາມາດບອກຂໍ້ມູນກ່ຽວກັບອັດຕາການຂະຫຍາຍຕົວເສດຖະກິດ, ການເຄື່ອນຍ້າຍແຮງງານ, ຄ່າແຮງງານ, ສະພາບການຂະຫຍາຍຕົວຂອງເສດຖະກິດແຕ່ລະຂົງເຂດ, ການນຳໃຊ້ແຮງງານໃນຂະແໜງ ການ ແລະ ທິດທາງແຜນການຂອງການປັບປຸງການລົງທຶນ, ຄາດຄະເນຄວາມຕ້ອງການຕາມຂະແໜງການລົງທຶນລວມເຖິງການໃຊ້ເຄື່ອງຈັກແທນແຮງງານຄົນຢ່າງມີປະ ສິດທິພາບ.

No comments:

Post a Comment