ກະຊວງຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມໃຫ້ຮູ້ວ່າ: ໜຶ່ງໃນແຜນຍຸດທະ ສາດວຽກງານຂອງຂະແໜງການຕົນໃນ 5
ປີຕໍ່ຫນ້າຄືນັບແຕ່ປີ 2016-2020 ແມ່ນຈະສູ້ຊົນຈັດຕັ້ງປະ ຕິບັດການຂື້ນທະບຽນທີ່ດິນໃຫ້ໄດ້ຫລາຍກວ່າ
4 ແສນຕອນຂອງຈໍານວນປະມານ 1,8 ລ້ານຕອນດິນໃນທົ່ວປະເທດທີ່ຍັງບໍ່ທັນອອກໃບຕາດິນ, ສຳລັບຂໍ້ມູນທີ່ດິນຫລາຍກວ່າ 1,2 ລ້ານຕອນໃນຈໍານວນ 2,6
ລ້ານຕອນທົ່ວປະເທດແມ່ນໄດ້ເອົາເຂົ້າຖານເກັບຂໍ້ມູນລະບົບຄອມພິວເຕີແລ້ວ ແລະ
ເພື່ອປ້ອງກັນບັນຫາການສວຍໂອກາດອອກໃບຕາດິນປອມ, ອອກໃບຕາດິນຊໍ້າຊ້ອນ,
ອັນເປັນສາເຫດຕົ້ນຕໍທີ່ເຮັດໃຫ້ເກີດຂໍ້ຂັດແຍ່ງທາງດ້ານທີ່ດິນລັດເປັນຈຳນວນຫລາຍຄືດັ່ງໃນໄລຍະຜ່ານມານັ້ນ, ປັດຈຸບັນໜ່ວຍງານກ່ຽວຂ້ອງໄດ້ທົດລອງນໍາໃຊ້ລະບົບໄອທີທັນສະໄໝ LLMS ເຂົ້າໃນການຄຸ້ມຄອງ-ບໍລິຫານທີ່ດິນຢູ່ພະແນກຊັບພະຍາກອນ
ທໍາມະຊາດ
ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນການຕິດຕາມການຮັບເອກກະສານຈາກຜູ້ມາໃຊ້ບໍລິການກ່ຽວກັບທີ່ດິນ, ເກັບກໍາຂໍ້ມູນການຂຶ້ນທະບຽນອອກໃບຕາດິນ, ການຈົດທະບຽນມອບ-ໂອນຕອນດິນ, ແຍກແບ່ງດິນ,
ໂຮມຕອນດິນ, ພິມໃບຕາດິນ,
ໃບທະບຽນທີ່ດິນ, ອອກໃບຄິດໄລ່ເກັບລາຍຮັບຈາກການເສຍຄ່າທໍານຽມທີ່ດິນ, ອາກອນຈາກການຊື້-ຂາຍສິດນໍາໃຊ້ທີ່ດິນເພື່ອໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນເອົາໃບບິນໄປຖອກເງິນເຂົ້າຄັງເງິນແຫ່ງຊາດໂດຍບໍ່ຜ່ານການຂຽນດ້ວຍມື
ແລະ ກວດກາຫລາຍຂອດ ແລະ
ປ່ຽນຈາກການແຕ້ມຕອນດິນດ້ວຍມືມາແຕ້ມດ້ວຍຄອມພິວເຕີທັນສະໄໝຊັດເຈນຖືກຕ້ອງຫລາຍຂື້ນກວ່າເກົ່າ.
ເຖິງຢ່າງໃດກໍຕາມຕ້ອງຍ້ອມຮັບວ່າການອອກໃບຕາດິນໃນໄລຍະຜ່ານມານັ້ນມີຄວາມຫຍຸ້ງຍາກ ແລະ
ສິ່ງທ້າທາຍຫຼາຍຢ່າງ,
ແຕ່ກໍປະຕິບັດໄດ້ຕາມຄາດໝາຍແຜນການເປັນຢ່າງດີ.
No comments:
Post a Comment