ກົມແຜນການ-ການເງິນກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບຕົວຊີ້ບອກ ແລະ
ຕາຕະລາງເກັບກໍາຂໍ້ມູນດ້ານວຽກງານ ຖວທ
ເພື່ອປັບປຸງລະບົບສະຖິຕິໃຫ້ມີຄວາມເຂັ້ມແຂງດ້ານວິຊາການ ແລະ ມີມາດຖານແນ່ນອນຈະ ແຈ້ງຂຶ້ນຕື່ມຂອງບັນດາຂະແໜງການ, ເພື່ອເປັນພື້ນຖານຄວາມເປັນເອກະພາບທາງດ້ານຂໍ້ມູນ, ເຮັດໃຫ້ມີລະບົບຕາຕະລາງຊັດເຈນໃນເກັບກໍາຂໍ້ມູນ ແລະ
ມີລະບົບລາຍງານທີ່ຖືກຕ້ອງກັບສະພາບການຕົວຈິງ, ພາຍຫລັງເຫັນວ່າຂົງເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແມ່ນມີຂໍ້ມູນທີ່ຫລາກຫລາຍພໍສົມຄວນ,
ແຕ່ບັນດາຂໍ້ມູນ ແລະ
ສະຖິຕິຈໍານວນໜຶ່ງຍັງບໍ່ທັນເປັນລະບົບລະອຽດເທົ່າທີ່ຄວນ, ສາເຫດກໍຍ້ອນການຄົ້ນຄ້ວາວິໄຈຂໍ້ມູນ, ການກໍານົດຕົວຊີ້ບອກຍັງບໍ່ທັນຈະແຈ້ງ.
ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ
4 ຕຸລານີ້,
ໂດຍການເປັນປະທານຂອງທ່ານນາງ ແພງຈັນ ແພງເມືອງ
ຫົວໜ້າກົມແຜນການ-ການເງິນ,
ມີບັນດາຫົວໜ້າກົມ, ຫົວໜ້າພະແນກ,
ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
No comments:
Post a Comment